ຮົງກົງ​ເຂົ້າ​ເປັນ​ສະມາຊິກ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ຈະ​ຊ່ວຍ​ໃຫ້​ພາກ​ພື້ນ​ນີ້​ມີ​ການ​ພັດ​ທະ​ນາ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ

(GMT+08:00) 2012-08-28 16:19:25     cri
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ:ກອງ​ປະຊຸມ​ຕ່າງໆ​ຂອງ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນຄັ້ງ​ທີ44​ທີ່​ເລີ່​ມຈັດ​ຂຶ້ນ​ມາ​ແຕ່​ວັນ​ທີ27​ສິງຫາ​ນີ້​ຢູ່​ນະ​ຄອນ​ຊຽມ​ຣຽບ​ຂອງ​ກຳປູ​ເຈຍ​ມີ​ຫົວ​ຂໍ້​ປຶກສາ​ຫາລື​ ​ໜຶ່ງ​ເວົ້າກ່ຽວ​ກັບ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຂອງ​ຈີນ​ເຂົ້າ​​ເປັນ​ສະມາຊິກ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ.ຜົນ​ການ​ຄົ້ນຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ,ຖ້າວ່າ​ຮົງ​ກົງ​ເຂົ້າ​ຮ່ວມ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຈະ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະ​ວີ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າກັນ​ຕື່ມ​ອີກ,ສ້າງ​ໂອກາດ​ການ​ພັດທະນາ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຈີ​ນແຜ່ນດິນ​ໃຫຍ່​,ຮົງ​ກົງ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ.

ຕາມ​ການ​ຄົ້ນຄວ້າ​ເຫັນ​ວ່າ,ຮົງ​ກົງ​ເຂົ້າ​ເປັນສະມາຊິກ​​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຍັງ​ຈະ​ສາມາດ​ນຳ​ເອົາ​ຜົນ​ປະ​ໂຫຍ​ດມາ​ໃຫ້ການ​ພັດທະນາ​ຂອງ​ອາ​ຊຽນ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ຂະ​ແໜງ​ການ​ການ​ເງິນ,ການ​ບໍລິການທາງ​ດ້ານ​ວິຊາ​ການ,​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ແລະ​ການ​ສື່ສານ,​ໂຮງ​ແຮມ,ການທ່ອງທ່ຽວ​ແລະ​ອະສັງຫາລິມະ​ຊັບ.ຄາດ​ວ່າ​ວິ​ສາ​ຫະກິດຈີນ​ແຜ່ນດິນ​ໃຫຍ່​​ທີ່​ຈຳໜ່າຍ​ບັດ​ຫຸ້ນສ່ວນ​ຢູ່​ຮົງ​ກົງ​ນັ້ນ​ຈະ​ເພີ່ມ​ການ​ລົງທຶນ​​ໃນອາ​ຊຽນ​ໃຫ້​ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ແລະ​ສ້າງ​ໂອກາດ​ໃນ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ພາກ​ພື້ນ​ອາ​ຊຽນ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

ນອກ​ນີ້,ຮົງ​ກົງ​ເຂົ້າ​ຮ່ວມ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຈະກະ​ຕຸ້ນ​ການ​ເຕີບ​ໂຕ​ໃຫ້​ຮົງ​ກົງ​ເປັນ​ຜູ່​ຄ້າ​ມື​ກາງ,​ມີ​ຜົນ​ດີ​ຕໍ່​ຮົງ​ກົງ​​ເປີດ​ກວ້າງ​ການ​ບໍ​ລິ​ການ​ທາງ​ດ້ານ​ວິຊາ​ສະ​ເພາະ.ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທີ່​ບໍ່​ຕ້ອງ​ເສຍ​ພາສີ,ມູນ​ຄ່າ​ການ​ຄ້າ​ພາຍ​ໃນ​ເຂດ​ການ​ຄ້າ​ເສລີ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ,ຊຶ່ງ​ມີ​ຜົນ​ດີ​ຕໍ່​ຮົງ​ກົງ​ໃນ​ການ​ປັບປຸງ​ຖານະ​ທີ່​ເປັນ​ສູນ​ການ​ຄ້າ​ແລະ​ການ​ຂົນ​ສົ່ງ​ທາງ​​ນ້ຳ.ວິ​ສາ​ຫະກິດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນກໍ່​ອາດ​ຈະ​ສ້າງ​ຕັ້ງ​ສຳນັກງານ​ໃຫຍ່​ຢູ່​ຮົງ​ກົງ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ​ເພື່ອ​ນຳ​ໃຊ້​ການ​ບໍລິການ​ທາງ​ດ້ານ​ການ​ເງິນ​ແລະ​ວິຊາ​ສະ​ເພາະ​ຂອງ​ຮົງ​ກົງ​ລະດົມ​ທຶນ​ເພື່ອ​ຈຳ​ໜ່າຍ​ບັດ​ຫຸ້ນ​ສ່ວນ​ໃນ​ຕະຫຼາດ,ພັດທະນາ​ກິດຈະການ​ຄຸ້ມ​ຄອງ​ຊັບ​ສິນ​ແລະ​ອື່ນໆ,ຊ່ວຍ​ຮົງ​ກົງ​​ເປີດ​ກວ້າງ​ຂະ​ແໜງ​ການ​ການ​ເງິນ​ແລະ​ການ​ບໍ​ລິ​ການ​ທາງ​ດ້ານ​ວິຊາ​ການຕ່າງໆ​ຕື່ມ​ອີກ.

ທ່ານ​ຊ້າຍ​ກວ້ານ​ເຊິ່ນ ປະທານ​ສ​ະມາ​ຄົມການ​ຄ້າ​ຈີນ​ຮົງ​ກົງ​ຊີ້​ອອກ​ວ່າ,ຮົງ​ກົງ​ແມ່ນ​ທາງ​ຜ່ານ​ອັນ​ສຳຄັນ​ໃນ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ຕະ​ຫຼອດ​ມາ,​ຖ້າວ່າ​ຮົງ​ກົງ​ເຂົ້າ​ເປັນ​ສະ​ມາ​ຊິກ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ,ກໍ່ຈະ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ສື່​ກາງ​ຂອງ​ຮົງ​ກົງ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ​ສູງ​ກວ່າ​ເກົ່າ,​ແລະ​ກໍ່​ສາມາດ​ນຳ​ໃຊ້​ທ່າ​ແຮງ​ຕ່າງໆ​ຂອງ​ຮົງ​ກົງ​ເຊັ່ນ​ຮົງ​ກົງ​ເປັນ​ສູນ​ການ​ເງິນ​ສາກົນ​ເພື່ອ​ໃຫ້​ການ​ບໍ​ລິ​ການ​ດ້ານ​ວິຊາ​ການເຊັ່ນ​ການ​ເງິນ​ແລະ​ການ​ຄຸ້ມ​ຄ້ອງ​ບໍ​ລິ​ຫານ​ໃຫ້​ແກ່​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງຈີນ​ແຜ່ນດິນ​ໃຫຍ່​ ​ກັບ​ອາ​ຊຽນ,ຮ່ວມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ທົ່ວ​ພາກ​ພື້ນ​ເພື່ອ​ເຮັດ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.