ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ນັກ​ຂ່າວ​ທີ່​ຕິດຕາມ​ຂະ​ບວນລົດ​ແລ່ນ​ລີ​ຈີນ​ອາ​ຊຽນ

(GMT+08:00) 2012-08-30 16:02:46     cri

ສະບາຍດີທ່ານຜູ້ອ່ານ, ພົບກັນໃນຕອນເຊົ້າວັນທີ 24 ສິງຫາ, ລັດຕະນະຈະພາ ທ່ານເດີນທາງປະ​​ເທດ​ທີ 4 ກັບ​​ຂະ​ບວນລົດ​ແລ່ນ​ລີ້​ຈີນ-ອາຊຽນ,​ ເຊິ່ງກໍ່​ຄື: ​ປະ​ເທດ​ມາ​ເລ​ເຊຍ. ​ມາ​ເລ​ເຊຍ​ເປັນ​ປະ​ເທດ​ທີ່​ລັດຕະນະ​ຝັນ​ຢາກ​ໄປ​ແລະ​ຫຼາຍ​ທ່ານ​ຄົງ​ຈະ​ຄິດ​ເຊັ່ນ​ ກັນ, ​ເພາະ​ເປັນ​ປ​ະ​ເທດ​ມີ​ຄວາມ​ກ້າວໜ້າ​ສໍາລັບ​ທຸລະ​ກິດ​ການທ່ອງທ່ຽວ​, ​ເປັນ​ປະ​ເທດ​ທີ່​ມີ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດທະນະ​ທໍາ​ທີ່​ແຕກ​ຕ່າງ​ກັນ. ​

ຂະ​ບວນລົດເລີ່​ມອອກ​ເດີນທາງ​ແຕ່​ເຊົ້າຈາກ​ຈັງຫວັດ​ຫາດ​ໃຫຍ່​ໄປ​ຫາ​ປະ​ເທດ​ມາ​ເລ​ເຊຍ​ ໂດຍ​ຜ່ານ​ດ່ານ​ສະ​ເດົາ​ເປັນ​ດ່ານ​ຊາຍ​ແດນ​ໄທ​ມາ​ເລ​ເຊຍ, ພໍ​​ໄດ້​ຂ້າມ​ໄປ​ຮອດ​ຝັ່ງ​ມາ​ເລ​ເຊຍ​​, ​ກໍ່​ເຮັດ​ໃຫ້​ຫຼາຍ​ຄົນເຊົາ​ຄວາມ​ອິດເມື່ອ​ຍ​ໃນທັນທີ​, ​ເພາະວ່າ​​ຄວາມ​ງົດ​ງາມ​ຂອງ​ພາບ​ທໍາ​ມະ​ຊາດ​ມາ​ເລ​ເຊຍ​ເຮັດ​ໃຫ້​ຄົນ​ຫຼົງ​ໄຫຼ, ບວກ​ກັບພາບ​ບັນຍາກາດ​ງາມໆ, ອາກາດ​ກໍສະບາຍໆ.

ຈາກ​ນັ້ນ​ຂະ​ບວນລົດ​ໄດ້​​ເດີນທາ​ງຈາກ​ຊາຍ​ແດນ​ໄທ-ມາ​ເລ​ເຊຍ​​ໄປຫາກົວລາ​ລໍາ​ເປີ​ເມືອງ​ຫຼວງ​ຂອງ​ປະ​ເທດ​ມາ​ເລ​ເຊຍ, ​ໄລຍະ​ທາງ​ປະມານ 580 ກິ​​ໂລ​ແມັດ​. ເສັ້ນທາງ​ສັນຈອນຂອງ​ມາ​ເລ​ເຊຍງາມ​, ສະດວກ​ສະບາຍ​, ຂະ​ບວນ​ເດີນທາງ​ໄກ້​ຈະ​ຮອດ​ຕົວ​​​ເມືອງເທົ່າ​ໃດ​ຍິ່ງ​ເຫັນ​ຄວາມຈະ​ເລີ​ນຫຼາຍ​, ເປັນ​ຕົ້ນ​ແມ່ນ​​ເສັ້ນທາງ​ການ​ສັນຈອນ, ​ເຮືອນ​ຊານ​ບ້ານ​ຊ່ອງ, ​ເຮັດ​ໃຫ້ຫຼາຍ​ຄົນ​ຕື່ນ​ເຕັ້ນໄປ​ນໍາ​ການ​ເດີນທາງ​ໃນ​ຄັ້ງ​ນີ້.  ຄົນ​ມາ​ເລ​ເຊຍ​ສ່ວນ​ຫຼາຍ​ກໍ​ຄ້າຍຄື​ກັບ​ຄົນ​ພາກ​ໄຕ້​ຂອງ​ໄທ​ເປັນ​ຕົ້ນ​ແມ່ນ​ພາສາ, ວັດທະນະ​ທໍາ, ການ​ນຸ່ງ​ຖື​ຕະຫຼອດ​ຮອດ​ການ​ດໍາລົງ​ຊີວິດ​ ສ່ວນ​ຫຼາຍ​ຈະ​ຄ້າຍຄື​ກັນ.

1 2 3 4