ຂະ​ບວນລົດ​ແຂ່ງ​ຂັນ​ແລ່ນ​ລີ້​ຈີນ-ອາ​ຊຽນ ໄດ້​ເດີນ​ທາງ​ຮອດ​ປະ​ເທດ​ມາ​ເຊຍ

(GMT+08:00) 2012-08-30 16:30:15     cri

ຕາມຂ່າວ ​CRI : ວັນ​ທີ 25 ສິງຫາ​ນີ້, ການ​ແຂ່ງຂັນ​ລົດ​ແລ່ນ​ລີ້​-ຈີນ​ອາ​ຊຽນນໍາ​ໂດຍ​ທ່ານ ​ເສິນ ລີ້​ຈີ່ ຮອງ​ຫົວໜ້າ​ພະ​ແນ​ກກິລາ​ຈີນ​​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າ​ງ​ກວາງ​ຊີ​ເດີນ​ທາງ​ຮອດ​ປະ​ເທດ​ມາ​ເລ​ເຊຍ​ແລ້ວ, ທ່ານ ຢາງ ທ່ຽນ​ເປີຍ ຫົວ​ໜ້າ​ການ​ຄ້າ​ຈີນ-ມາເລເຊຍ ພ້ອມ​ດ້ວຍ​ພາກ​ສ່ວນ​ກ່ຽວ​ຂ້ອງ​ຈາກ​ປະ​ເທດ​ມາ​ເລ​ເຊຍ​ໄດ້​ຕ້ອນ​ຮັບ​ຂະ​ບວນ​ດັ່ງ​ກ່າວ​ໃນ​ການ​ເດີນ​ທາງ​ມາ​ຄັ້ງ​ນີ້.

ການ​ແຂ່ງຂັນ​ລົດ​ແລ່ນລີ້-ຈີນ​ອາ​ຊຽນ​ໄດ້​ດໍາ​ເນີນ​ມາ​ເປັນ​ມື້​ທີ 10 ​ແລ້ວ, ​ເຊິ່ງລວມ ທັງ​ໝົດ 4 ທີ​ມ​ເຂົ້າ​ແຂ່ງຂັນ​ດ້ວຍ​ໄລຍະ​ທາງ​ 1 ໝື່ນ​ກິ​ໂລ​ແມັດ, ​​ໃນ​ລະຫວ່າງ​ການ​ເດີນທາງແຕ່ລະ​ທີ​ມກໍ​ໄດ້​ເກັບ​ຄະ​ແນນ​ສະ​ສົມ​ດ້ວຍ​ການ​ຈັບ​ເວລາຄວາມ​ໄວໄປ​ພ້ອມ, ປັດຈຸບັນ​ທີ​ມ C ສາມາດ​ນໍາ​ໜ້າ​ທີ​ມອື່ນໆດ້ວຍ​ຄະ​ແນນ 20 ຄະ​ແນນ​, ຮອງ​ມາ​ແມ່ນ​ທີ​ມ A ​ແມ່ນ 15 ຄະ​ແນນ, ທີ​ມ D ​ແມ່ນ 11 ຄະ​ແນນ ​ແລະ​ທີ​ມ B ​ແມ່ນ 8 ຄະ​ແນນຕາມ​ລໍາດັບ. ໃນ​ການ​ແຂ່ງຂັນ​ແຕ່ລະ​ທີ​ມກ່ອນ​ຈະ​ສະ​ສົມຄະ​ແນນ​ໄປ​ເລື້ອຍ​ໆຕະຫຼອດ​ໄລຍະ​ຂອງ​ການ​ເດີນທາງ​ 1 ໜື່ນກິ​ໂລ​ແມັດ.

ການ​ແຂ່ງຂັນ​ລົດ​ແລ່ນລີ້-ຈີນ​ອາ​ຊຽນ​​​​​​​ໄດ້​ດໍາ​ເນີນ​ມາ​ເປັນ​ມື້​ທີ 10 ​ແລ້ວ, ​ແລະ​ຈະ​ພັກ​ຢູ່​ປະ​ເທດ​ມາ​ເລ​ເຊຍ 1 ວັນ, ຈາກ​ນັ້ນ​ກໍ່​ຈະ​ເດີນທາງ​ໄປ​ປະ​ເທດ​ສິງກະ​ໂປ​ຕໍ່​ໄປ.

1 2 3 4 5