ທຸລະ​ກິດເງິນ​ຢວນຂອງ​ຈີນ​ແຕກ​ດອກ​ອອກ​ຜົນ​ຢູ່​ອາຊີ​ອາຄະ​ເນ

(GMT+08:00) 2012-08-31 15:51:35     cri
ຕາມ​ໜັງສື​ພິມ​ເຢິນມິນ​ຢື້​ປ້າວ​ຫຼື​ປະຊາຊົນ​ລາຍ​ວັນ​ຂອງ​ຈີນ​ລາຍ​ງານ​ວ່າ:ຢູ່​ປະ​ເທດ​ອາຊີ​ອາຄະ​ເນ,ການ​ແລກປ່ຽນ​ເງິນ​ຢວນນັບ​ມື້​ນັບສະດວກ​ວ່ອງ​ໄວ,ຊຶ່ງ​ໄດ້​ສ້າງ​ຄວາມ​ສະດວກ​ຢ່າງ​ຫຼວງ​ຫຼາຍໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ລູກ​ຄ້າ​ຂອງປະ​ເທດ​ເຫຼົ່າ​ນີ້.

ປີ2005ຜ່ານ​ມາ​ນີ້,ບໍລິສັດChina UnionPay​ໄດ້​ເປີດບໍລິການຢູ່​ໄທ,ສິງ​ກະ​ໂປ​ແລະ​ປະ​ເທ​ດອື່ນໆ.ປະຈຸ​ບັນ,ຕູ້ATMຈຳນວນ​ຫຼາຍ​ໝື່ນ​ໜ່ວຍ​ຂອງທະນາຄານ​ການ​ຄ້າ​ໃຫຍ່7​ແຫ່ງ​ຂອງ​ໄທສາມາດ​ໃຊ້​ບັດ UnionPay​ຖອນ​ເງິນ​ບາດ​ໄດ້.ຮ້ານ​ຄ້າຢູ່​ໄທທີ່​ໃຊ້ການ​ບໍລິການ UnionPay​​ມີ​ຫຼາຍ​ພັນ​ແຫ່ງ, ​ສ່ວນ​ຫຼາຍ​ແມ່ນ​ຮ້ານສັບ​ພະ​ສິນຄ້າ​ຂະໜາດ​ໃຫຍ່​ແລະ​ຮ້ານ​ຂາຍ​ເຄື່ອງ​ສຳ​ລັບ​ນັກ​ທ່ອງ​ທ່ຽວ.​ຢູ່​ສິງ​ກະ​ໂປ,ຕູ້ATM​ເກືອບ​ທຸກ​ໜ່ວຍ​ລ້ວນ​ແຕ່​ສາມາດ​ຖອນ​ເງິນ​ໂດ​ລາ​ສິງກະ​ໂປ​ດ້ວຍ​ບັດ Union​Pay​ໄດ້,​ແລະ​ມີ​ຮ້ານ​ຄ້າ​ນັບ​ເປັນ​ໝື່ນ​ແຫ່ງ​ໄດ້​ໃຊ້​ການ​ບໍ​ລິ​ການ Union​Pay​ຂອງ​ທະ​ນາ​ຄານ​ຈີນ.

ການ​ແລກປ່ຽນ​ເງິນ​ຢວນນັບ​ມື້​ນັບ​ສະດວກ​ວ່ອງ​ໄວ​ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ຈີນ​ໄທ​ນັບ​ມື້​ນັບ​ເພີ່ມ​ຫຼາຍ​ຂຶ້ນ,​ແລະ​ກໍ່​ແມ່ນ​ຍ້ອນ​ວ່າ​ນັກ​ທ່ອງ​ທ່ຽວ​ຈີນ​​ເດີນທາງໄປ​ທ່ຽວ​ປະ​ເທດ​ໄທ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.ຕົວ​ເລກ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ,ຈີນ​ໄດ້​ກາຍ​ເປັນປະ​ເທດ​ທີ່​ນຳ​ເຂົ້າ​ສິນຄ້າ​ໄທ​ຫຼາຍ​ທີ່​ສຸດ,​ແລະ​ເປັນ​ປະ​ເທດ​ທີ່​ສົ່ງ​ອອກ​ສິນຄ້າ​ໄປ​ໃຫ້​ໄທ​ຫຼາຍ​ເປັນ​ອັນ​ດັບ​ທີ​ສອງ​ແລະ​ເປັນ​ປະ​ເທດ​ທີ່​ລົງ​ທຶນ​ຢູ່​ໄທ​ຫຼາຍ​​ເປັນ​ອັນ​ດັບ​ສອງ.​ນອກ​ຈາກ​ນັ້ນ,​ຈີນ​ຍັງ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ໄທ​ຫຼາຍ​ທີ່​ສຸດ​ຂຶ້ນ​ແທນ​ມະ​ເລ​ເຊຍ.

ທ່ານ​ທອມມີ​ເຊ້ ນັກ​ເສດຖະສາດ​ທະນາຄານ OCBCສິງກະ​ໂປກ່າວ​ວ່າ,​ໃນ10​ປີ​ທີ່​ຜ່ານ​ມາ,ທຸລະ​ກິດ​ເງິນ​ຢວນ​ໄດ້ພັດທະນາ​ໄວ​ຫຼາຍ​ຢູ່​ອາຊີ​ອາຄະ​ເນ.ຈາກ​​ຂົງ​ເຂດ​ການ​ຄ້າ​ແລ້ວ,ນັບ​ແຕ່​ຈີນ​ເລີ່​ມປະຕິບັດ​ຈຸດ​ສຸມ​ທົດ​ລອງ​ດຳ​ເນີນ​ທຸລະ​ກິດ​ຊຳລະ​ສະ​ສາງ​ການ​ຄ້າ​ຂ້າມ​ຊາດ​ດ້ວຍ​ເງິນ​ຢວນ​ໃນ​ປີ​2009​ເປັນຕົ້ນ​ມາ,ທະນາຄານ​ຂອງ​ໄທ,ລາວ,ຫວຽດນາມ,ມຽນມາ​ແລະ​ປະ​ເທດ​ອື່ນໆ​ລ້ວນ​ແຕ່​ໄດ້​ຕັ້ງໜ້າ​ດຳ​ເນີນ​ທຸລະ​ກິດ​ເງິນ​ຢວນ,ຊຶ່ງ​ທຸລະ​ກິດ​ເງິນ​ຢວນ​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ.ຕົວ​ເລກ​ຫຼ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ,​ເງິນ​ຢວນ​ໄດ້​ກາຍ​ເປັນ​ເງິນຕາ​ໃບ​ເຄຼ​ດິດຫຼື​ສິນ​ເຊື່ອ​ສຳ​ຄັນ​ອັນ​ດັບ​ສາມ​ຊຶ່ງ​ຮອງ​ຈາກ​ເງິນ​ໂດ​ລາ​ແລະ​ເງິນ​​ເອີ​ໂຣ,ຊຶ່ງ​ເງິນ​ຢວນ​ໄດ້​ກວມ​ອັດ​ຕາ​ການ​ໃຊ້​ໃນ​ຕະຫຼາດ​ເຖິງ4%.ສ່ວນ​ໃບ​ເຄຼດິດແມ່ນ​ວິທີ​ຈ່າຍ​ເງິນ​ທີ່​ໃຊ້​ຫຼາຍ​ທີ່​ສຸດ​ໃນ​ການ​ຄ້າ​ສາກົນ.ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ຕະຫຼາດ​ກູ້​ຢືມ​ເງິນ​ຢວນຢູ່​ນອກ​ຈີນ​ແຜ່ນດິນ​ໃຫຍ່​ກໍ່​ເລີ່​ມພັດທະນາ​ຂຶ້ນ​ແລ້ວ.ຢູ່​ສິງກະ​ໂປ,ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ເລີ່​ມ​ຫັນ​ໄປກູ້​ຢືມ​ເງິນ​ຢວນຢູ່​ທະນາຄານ​ຂອງ​ສິງກະ​ໂປ​ແລ້ວ.