ນາຍົກ​ສິງກະ​ໂປ​ກ່າວ​ວ່າຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​​,ສະຖຽນ​ລະ​ພາບ​ແລະ​ຄວາມກ້າວໜ້າ​ຂອງ​ຈີນມີ​ຜົນ​ດີ​ຕໍ່​ທົ່ວ​ພາກ​ພື້ນ

(GMT+08:00) 2012-09-02 13:12:08     cri
ທ່ານ​ລີ​ຊຽນລົງ ນາຍົກລັດຖະມົນຕີສິງກະ​ໂປ​ຈະ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ2​ຫາ​ວັນ​ທີ7​ກັນຍາ​ນີ້.ກ່ອນ​ອອກ​ເດີນທາງ​ໄປ​ຢ້ຽມ​ຢາມ​ຈີນ,​ທ່ານ​ລີ​ຊຽນ​ລົງ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ສຳພາດ​ຂອງ​ສື່​ມວນ​ຊົນ​ຈີນ​ປະຈຳ​ສິງກະ​ໂປ,ທ່ານ​ກ່າວ​ວ່າ,​ຄວາມ​ກ້າວ​ໜ້າ,​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເ​ລີ​ນຮຸ່ງ​ເຮືອງ​ຂອງ​ຈີນ​ພ້ອມ​ດ້ວຍ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດມີ​ຜົນ​ດີ​ຕໍ່​ທົ່ວ​ພາກ​ພື້ນ​ແຫ່ງ​ນີ້.

ທ່ານລີ​ຊຽນລົງ​ກ່າວ​ວ່າ:ທ່ານມີຄວາມ​ຄອງ​ຄອຍຫຼາຍ​ທີ່​ຈະ​​ໄປ​ຢ້ຽມຢາມ​ຈີນ,ຫວັງ​ວ່າ​ຈະ​ໄດ້​ຮັບ​ຮູ້​ຈີນ​ຫຼາຍ​ຂຶ້ນ​ຕື່ມ​ອີກ​ພາຍ​ໃຕ້​ສະພາບ​ການ​ທີ່​ຈີນ​ພັດທະ​ນາ​ຢ່າງ​ວ່ອງ​ໄວ.ທ່ານ​ກ່າວ​ວ່າ,ຈີນ​ພວມ​ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ,ບໍ່​ພຽງ​ແຕ່​ອາ​ໄສ​ອຸດສາຫະກຳ​ແບບ​ແຮງ​ງານ​ສຸມ​ເທົ່າ​ນັ້ນ,​ໃນ​ດ້ານ​ຂະ​ແໜງ​ການ​ບໍລິການ​ແລະ​ການ​ຄົ້ນຄວ້າ​ພັດທະນາ​,ຈີນ​ກໍ່​ພວມ​ຫັນ​ໄປ​ສູ່​ການ​ໃຊ້​ວິຊາ​ການ​ແລະ​​ເຕັກ​ໂນ​ໂລ​ຊີ​ລະດັບ​ສູງ.ສິງກະ​ໂປ​ກໍ່ຄື​ກັນ​ກັບ​ອົງ​ກອນ​ເສດຖະກິດ​ອື່ນໆທີ່​ພັດທະນາ​ແລ້ວ,ພວມ​ພັດທະນາ​​ເຕັກ​ໂນ​ໂລ​ຊີ​ລະດັບ​ສູງ​ຢ່າງ​ບໍ່​ຢຸດ​ຢັ້ງ,ຍົກ​ສູງ​ລະດັບ​ກຳລັງ​ການ​ຜະລິດ​ຂອງ​ກຳ​ມະ​ກອນ​ເພື່ອ​ເຮັດ​ໃຫ້​ເສດຖະກິດ​ມີ​ກຳລັງ​ແຂ່ງຂັນ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.ທ່ານ​ລີ​ຊຽນລົງ​ຫວັງ​ວ່າ​ສິງກະ​ໂປ​ຈະ​ສາມາດ​ມີ​ຕະຫຼາດ​ອັນ​ແນ່ນອນ​ຢູ່​ຈີນ​ແລະ​ຮ່ວມ​ມື​ກັບ​ຈີນ​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ.​