ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ນັກ​ຂ່າວ​ທີ່​ຕິດຕາມ​ຂະ​ບວນລົດ​ແລ່ນ​ລີ​ຈີນ​ອາ​ຊຽນ

(GMT+08:00) 2012-09-03 11:16:48     cri

ສະບາຍດີທ່ານຜູ້ອ່ານພົບ​ກັນອີກ​ແລ້ວ​ກັບ​ການ​ຕິດຕາມ​ຂະ​ບວນລົດ​ແລ່ນ​ລີ້​ຈີນ-ອາຊຽນ, ​ພົບ​ກັບລັດຕະນະ​ໃນ​ວັນອາທິດ​ທີ 26 ສິງຫາ​ນີ້, ລັດຕະນະຈະ​ພາທ່ານ​​ເດີນທາງ​ໄປ​ປະ​ເທດ​ສຸດ​ທ້າ​ຍທີ່​ຂະ​ບວນລົດ​ແລ່ນ​ລີ້​ຈະ​ຜ່າ​ນຄື​ປະ​ເທດ​ສິງກະ​ໂປ, ​ແລະ​ໃນ​ຕອນ​ເຊົ້າ​ມື້​ນີ້, ກໍ່​ໄດ້​ມີ​ພິທີ​ປ່ອຍ​ຂະ​ບວນລົດ​ແລ່ນ​ລີ້​ຂື້ນ, ​ໂດຍ​ມີ​ທ່ານ ຢາງ ທ່ຽນ​ເປີ​ຍ ປະທານ​ການ​ຄ້າ​ຈີນ​-ອາ​ຊຽນ​ເປັນ​ຜູ້​ກ່າວ​ເປີດ​ພິທີ, ​ໄລຍະ​ທາງ​ທີ່​ຈະ​ພາ​ທ່ານ​ໄປ​ຈາກ​ປະ​ເທດ​ມາ​ເລຍ​ເຊຍ​ຫາ​ປະ​ທດສິງກະ​ໂປ​ປະມານ 770 ກິ​ໂລ​ແມັດ, ຈາກ​ນັ້ນ, ຂະ​ບວນລົດກໍ່​ເລີ່​ມອອກ​​ເດີນທາງ​ໄປ​ປະ​ເທດ​ສິງກະ​ໂປ, ​ລະຫວ່າງ​ການ​ເດີນທາງ​ລັດຕະນະ​ຈະ​ພາ​ທ່ານ​ແວ່​ຊົມ​ມາລາ​ກາ​ເຊິ່ງ​ເປັນ​ອີກ​ບ່ອນ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ມາ​ເລ​​ເຊຍ​ທີ່​ງາມ​ຫຼາຍ​ຕັ້ງ​ຢູ່​ແຄ​ມທະ​ເລ, ຈາກ​ນັ້ນ, ​ບັນດາ​ທີ​ມນັກ​ຂ່າວ​ພວກ​ເຮົາ​ກໍ່​ໄດ້​ຖ່າຍຮູບຮ່ວມ​ກັນ​ເປັນ​ທີ່​ລະນືກ, ​ແລ້ວ​ກໍ​ເລີ່​ມອອກ​ເດີນທາງ​ຕໍ່​ໄປ​​ຫາ​ກທ່ານ​ຈະ​ເດີນທາງ​​ໄປ​ປະ​ເທດ​ນີ້, ທ່ານ​​ຕ້ອງ​​ກຽມຄວາມ​ພ້ອມ​ຮ່າງກາຍ​ເພາະ​ປະ​ເທດ​ສິງ​ກະ​ໂປ​ມີ​ອາກາດ​ປ່ຽນ​ແປງ​ຕະຫຼອດ​ເວລາ​. ​ຕະຫຼອດ​ໄລຍະ​ການ​ເດີນທາງ​​​ເຫັນ​ຫຼາຍ​ຢ່າງ​ທີ່​ແປກ​ຫູ​ແປກ​ຕາ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ຈະ​ເລີ​ນຂອງ​ພາກ​ໄຕ້​ປະ​ເທດມາ​ເລ​ເຊຍຈົນ​ລືມ​ໄປ​ວ່າ​ຮອດ​ດ່ານ​ມາ​ເລ​ເຊຍ-ສິງກະ​​ໂປ​ແລ້ວ, ​ເມື່ອ​ຂະ​ບວນລົດ​​ແລ່ນ​ເຂົ້າ​ໄກ້​​​ຕົວ​ເມືອງ​​​ເທົ່າ​ໃດ​ຍິ່ງ​ເຮັດ​​ໃຫ້​ລັດຕະນະ​ຢາກ​ພາ​ທ່ານ​ໄປ​ທ່ອງ​ທ່ຽວ​ຫຼາຍໆ​ບ່ອນ​ໃນ​ປະ​ເທດ​ສິງກະ​ໂປ. ​ແຕ່​ວ່າ​ມື້​ນີ້, ຂໍ​ພັກຜ່ອນ​ກ່ອນມື້​ອື່ນ​ລັດຕະນະ​ຈະ​ພາ​ທ່ານ​ທ່ຽວ​ທຸກ​ບ່ອນ​ທີ່​ທ່ານ​ຢາກ​ເຫັນກໍ່​ແລ້ວ​ກັນ.