ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ນັກ​ຂ່າວ​ທີ່​ຕິດຕາມ​ຂະ​ບວນລົດ​ແລ່ນ​ລີ​ຈີນ​ອາ​ຊຽນ

(GMT+08:00) 2012-09-03 11:18:17     cri
ສະບາຍດີ​ທ່ານ​ຜູ້​ອ່ານ, ລັດຕະນະ​ມາລາ​ຍງານ​​ອີກ​ແລ້ວ. ມື້​ນີ້, ລັດຕະນະ​ຈະ​ພາທ່ານ​ເດີນທາງ​ໄປ​ມາ​ເລ​ເຊຍ​, ຟັງ​ແລ້ວ​ຢ່າ​ຟ້າວ​ປ່ຽນ​ໃຈ, ​ເພາະ​ການ​ເດີນທາງ​ຄັ້ງ​ນີ້​ແມ່ນ​ໄປ​​​ເລາະຕາມ​ແຄມ​ທະ​ເລ​ເບື້ອງ​ຕາ​ເວັນ​ຕົກ​​ເພື່ອ​ເດີນທາງ​ກັບ​ຄືນ​ເມືອງ​ໜານ​ໜິງປະ​ເທດ​ຈີນ, ​ໂດຍຜ່ານ​ພາກ​ໄຕ້​ຂອງ​​ໄທ, ພາກ​ໄຕ້​ຂອງ​ລາວ, ​ແລະ​ພາກ​ໄຕ້ຂອງຫວຽດ ນາມ​. ​ພາຍຫຼັງ​ເດີນທາງ​ມາ​ຮອດ​ເຄິ່ງທາງ​​ແລ້ວ, ບາງ​ຄົນ​ກໍ​ເລີ່​ມກັບ​ຄືນ​ປະ​ເທດ, ​ແຕ່​ວ່າ​ລັດຕະນະ​ຍັງ​ຈະ​ພາ​ທ່ານ​ເດີນທາງ​ໄປ​ຮອດ​ໜານ​ໜິງປະ​ເທດ​ຈີນ​ພຸ້ນ​ລະ. ສໍາລັບ​ການ​ເດີນທາງ​ມື້​ນີ້, ຫຼາຍ​ຄົນ​​ຮູ້ສຶກ​ເພຍ​ຫຼາຍ, ​​​ແຕ່​ລົດ​ຂະ​ບວນຂອງ​ພວກ​ເຮົາ​ຍັງ​ດໍາ​ເນີນ​ຕໍ່​ໄປ,  ​ເດີນທາງ​ຜ່ານ 7 ປະ​ເທດ​ພາຍ​ໃນ 22 ວັນ​ບໍ່​ແມ່ນ​ເລື່ອງ​ງ່າຍ​ໄດ໋​ເນາະ, ມື້​ນີ້​ກໍ​ເຊັ່ນ​ເຄີຍ, ​ຂະ​ບວນລົດ​​ເລີ່ມ​ອອກ​ເດີນທາງ​ແຕ່​ເຊົ້າ​, ໄລຍະ​ເດີນ​ທາງ​ມື້​ນີ້ມີ​ປະມານ 770 ກິ​ໂລ​ແມັດ​ຈາກ​ສິງກະ​ໂປ​ຫາຈຸດໝາຍ. ​ແຕ່​ວ່າ​ໂຊກ​ດີ​ອາກາດ​ມື້​ນີ້​ເປັນ​ໃຈ, ບວກກັບຖະໜົນ​ຫົນທາງ​ດີ​ຫຼາຍ​, ການສັນຈອນ​ກໍ​ບໍ່​ແອອັດ, ​ຂະ​ບວນລົດ​ເລີຍ​ເດີນທາງ​ໄດ້​ໄວ​ຂື້ນ.

ສໍາລັບ​ພາກ​ໄຕ້​ຂອງ​​ມາ​ເລ​ເຊຍ​ກໍ່​ບໍ່​ໄດ້​ນ້ອຍ​ໜ້າ​ກັບ​ພາກ​ເໜືອ, ​ເພາະ​ປະ​ເທດ​ນີ້​ມີ​ຄວາມ​ຈະ​ເລີ​ນຫຼາຍ​ແຕ່​ເໜືອ​ຮອດ​ໄຕ້, ​ເປັນ​ຕົ້ນ​ແມ່ນ​ວັດທະນະ​ທໍາ, ການ​ດໍາລົງ​ຊີ​ວິດກໍ່​ຄ້າຍໆ​ກັບປະ​ເທດລາວ, ​ເຊັ່ນ​ມີ​ການເຮັດ​ນາ,​ ເຮັດ​ສວນປູກ​ພືດ​ພັນທັນຍາ​ຫານ​ແລະ​ອື່ນໆ, ​​ເຫັນ​ແລ້ວ​ຄື​ວ່າ​ຍັງ​ຢູ່​ປະ​ເທດ​ລາວ​ນິລະ! ​ແຕ່​ວ່າ​ປະ​ເທດ​ນີ້​ມີ​ຫຼາຍ​ວັດທະນະ​ທໍາ​ທີ່​ໜ້າ​ສົນ​ໃຈ​ສໍາລັບ​ຜູ້​ທີ່​ໄດ້​ພົບ​ເຫັນ​. ຕ່າງ​ຄົນ​ຕ່າງ​ມີ​ເອກ​ກະ​ລັກ​ຂອງ​ໃຜລາວ, ​ເຊັ່ນ​ການ​ນຸ່ງ​ຖຶບົ່ງ​ບອກ​ໃຫ້​ຮູ້​ວ່າ​​ແມ່ນ​ຄົນ​ກຸ່ມ​ໃດ​, ​ເຖິງ​ວ່າ​ປະ​ເທດ​ຈະ​ພັດທະນາ​ມີ​ແຕ່​ສິ່ງ​ທີ່​ທັນ​ສະ​ໄໝ​,​ແຕ່ຜູ່ຄົນ​ຂອງ​ເຂົາ​ເຈົ້າ​ຍັງ​ຮັກສາ​ເອກະລັກ​ວັດທະນະ​ທໍາ​ໄດ້ດີ, ​​ເປັນຕາ​ເອົາ​ແບບຢ່າງ​ແທ້​ໄດ໋!