ງານ​ລ້ຽງ​ຕ້ອນຮັບ​ຂະ​ບວນລົດ​​ແລ່ນ​ລີ້​ຈີ​ນ-ອາ​ຊຽນທີ່​ປະ​ເທ​ດສິງກະ​ໂປ​

(GMT+08:00) 2012-09-03 15:31:06     cri

ວັນ​ທີ 25 ສິງຫາ​ນີ້, ທີ່​ປະ​ເທດ​ສິງກະ​ໂປ, ​ທ່ານ ຫຼີ ເວີນເຈຍ ປະທານສະມາຊິກສະພາ​ຂອງ​ສິງກະ​ໂປ​ແລະທ່ານ ​ເສີນ ຕິງ​ຫຼີ ປະທານ​ສະມາຄົມ​ມໍ​ເຕີ​ໂມ​ບາຍ​​ສິງ​ກະ​ໂປ ໄດ້​ຈັດ​ງານ​ລ້ຽງ​ຕ້ອນຮັບ​ຂະ​ບວນລົດ​ແລ່ນ​ລີ້​ຈີນ-ອາຊຽນທີ່​ນໍາ​ໂດຍ​ທ່ານ ດຣ ​ເສິນ ລີ້​ຈີ່ ຮອງ​ຫົວໜ້າກົມ​ກິລາ​ຈີນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວາງ​ກວາງຊີທີ່​ເດີນ​ທາງ​ມາ​ປະ​ເທດ​ສິງກະ​ໂປຢ່າງ​ຄຶກຄື້ນ. ​ໃນ​ພິທີ, ທ່ານ ເວີນເຈຍ ປະທານສະມາຊິກສະພາ​ສິງກະ​ໂປ ກ່າວຕ້ອນຮັບ​ຢ່າງ​ອົບ​ອຸ່ນຕໍ່ຂະ​ບວນ​ລົດແລ່ນ​ລີ້​​ໄດ້​ເດີນທາງມາ​​ໃນ​ຄັ້ງ​ນີ້, ​​ແລະ​ຍ້ອງຍໍ​ວ່າ​ນີ້​​ເປັນ​ການ​ເສີມ​ສ້າງສາ​ຍພົວພັນ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໂດຍ​ສະ​ເພາະ​ແມ່ນຈີນ​ກັບສິງກະ​ໂປ​ໃນດ້ານ​ການ​ຄ້າ, ວັດທະນະ​ທໍາ, ​ແລະ​ການ​ໄປມາຫາສູ່​ລະຫວາງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ເພີ່ມ​ທະວີ​ຂື້ນ. ນອກ​ນັ້ນ​ທ່ານ​ຍັງ​ໄດ້​ອວຍ​ພອຍ​ໃຫ້​ຂະ​ບວນ​ແລ່ນ​ລີ້​ຈີນ-ອາ​ຊຽນ​ເດີນ​ທາງ​​ດ້ວຍ​ສະ​ຫວັດ​ດີ​ພາບ.

​ໃນ​ໂອກາດ​ດັ່ງກ່າວ, ທ່ານ ​ດຣ ​ເສິນ​ລີ້​ຈີ່​ ກໍ່​ໄດ້​ກ່າວຂອບ​ໃຈ​ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຄັ້ງ​ນີ້, ​ແລະ​ເຊື່ອໝັ້ນ​ວ່າ, ການ​ມາ​ຂອງ​ຂະ​ບວນລົດ​ແລ່ນ​ລີ້​ຄັ້ງນີ້ຈະ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນ​ໂດຍ​ສະ​ເພາ​ະລະຫວ່າງ​ຈີນ​ກັບ​ສິງກະ​ໂປ​​​ໃຫ້​ນັບມື້​ເພີ່ມ​ທະວີ​ຂື້ນ​ເລື້ອຍໆ.

​​ໃນ​ຕອນ​ທ້າຍ​ກໍ່​ໄດ້​ມີ​ການເຊັນບົດ​ບັນທຶກ​ຊ່ວຍ​​ຈໍ​າທັງ​ສອງ​ປະ​ເທດ, ຕາງໜ້າ​ໃຫ້​ຂະ​ບວນລົດ​ແລ່ນ​ລີ້​ຄັ້ງ​ນີ້​ແມ່ນແມ່ນ​ທ່ານ ໜາ ຈີ້​ຖົງ ຜູ້​ຊ່ວຍ​ຜູ້​ຈັດການ​ແລ່ນ​ລີ້​​ໄຊແລະ ຕາງໜ້າ​ຝ່າຍ​ສິງກະ​ໂປ​ແມ່ນ​ທ່ານ  ທ່ານ ​ເສີນ ຕິງ​ຫຼີ ປະທານ​ສະມາຄົມ​ມໍ​ເຕີ​ໂມ​ບາຍ​ ​ສິງ​ກະ​ໂປ, ຈາກນັ້ນ, ໄດ້​ມີ​ການສະ​ແດງ​ຟ້ອນ​​ມາ​ເລ​ເຊຍ, ອິນ​ເດຍ,​ແລະຈີນ, ແລະມອບ ໃບ​ຍັ້ງ​ຢືນ​ສໍາ​ລັບ​ການ​ແຂ່ງ​ຂັນ​ລົດ​ໂຄ​ຄາດ​ຂອງ​ຜູ້​ເຂົ້າ​ຮ່ວມ​ຂະ​ບວນ​ລົດ​ແລ່ນ​ລີ້​ຄັ້ງ​ນີ້​ອີກ​ດ້ວຍ.

1 2 3 4 5 6