ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ນັກ​ຂ່າວ​ທີ່​ຕິດຕາມ​ຂະ​ບວນລົດ​ແລ່ນ​ລີ​ຈີນ​ອາ​ຊຽນ

(GMT+08:00) 2012-09-03 15:36:26     cri

ສະບາຍດີ​ທ່ານ​ຜູ້​ອ່ານ​ຮ່າ…ຮ່າ…ພົບ​ກັນ​ອີກ​ແລ້ວ​ກັບ​ລັດຕະນະ​ກັບຄວາມ​ຄືບ​ໜ້າ​ຂອງ​ການ​ເດີນທາງ​ຂະ​ບວນລົດ​ແລ່ນລີ້​ຈີ​ນ-ອາ​ຊຽນທີ່​ໄກ້​ຈະ​ນັບ​ຖອຍຫຼັງ​ແລ້ວ​ຍັງ​ເຫຼື​ອພຽງ​ບໍ່ພໍ​ເທົ່າ​​ໃດ​ມື້, ​ເຊົ້າ​ມື້​ນີ້​ຂະ​ບວນລົດ​ເລີ່​ມອອກ​ເດີນທາງ​ແຕ່​ເຊົ້າ​ຈາກ​ທີ່​ພັກ​ຢູ່​ມາ​ເລ​ເຊຍ​ໄປ​ໄທ. ​ລະຫວ່າງ​ທາງ​​ໄດ້​ພັກຜ່ອນ​ເອົາ​ແຮງ, ​ແລ້ວ​ເດີນທາງ​ຕໍ່​. ​ຕອນ​ສວຍ​ໄດ້​ກິ​ນ​ເຂົ້າ​​ທີ່​ເມືອງ​ຕັງ​, ປະຈຸ​ບັນ, ​ຂະ​ບວນພວກ​ເຮົາ​​ໄປ​ຮອດ​​ຈັງຫວັດ​ສຸລາ​ດທານີ​ ພາກ​ໄຕ້​ຂອງ​ໄທ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ, ​ໂດຍຜ່ານ​ດ່ານ​ສະ​ເດົາ​ຊາຍ​ແດນ​ລະຫວ່ງໄທ​ກັບ​ມາ​ເລ​ເຊຍ, ​ໄລຍະ​ທາງ​ພຽງ​ແຕ່ປະມານ 580 ກິ​ໂລ​ແມັດ​ເທົ່າ​ນັ້ນ.

ສໍາລັບ​ຈັງຫວັດສຸລາ​ດທານີ, ລັດຕະນະ​ເຄີຍ​ພາ​ທ່ານ​​​ຜ່ານ​ມາ​ແລ້ວ​​ໃນ​ໄລຍະເດີນທາງຕອນ​ໄປນັ້ນ​ລະ, ​ຈັງຫວັດ​ສຸລາ​ດທານີ​ຂອງ​ປະ​ເທດ​ໄທ​​ເປັນ​ແຂວງ​ໜື່ງທີ່​ມີພູມ​ສັນຖານ​​ພູຜາ​ປ່າ​ໄມ້​​ຫຼາຍ, ການ​ທໍາ​ມາ​ຫາ​ກິນ​ບໍ່​ຕ່າງ​ຫຍັ​ງກັບປະ​ເທດ​ມາ​ເລ​ເຊຍ,​ເພາະ​ມີ​ຊາຍ​ແດນ​ຕິດ​ກັນ, ວັດທະນະ​ທໍາຫຼາກ​ຫຼາຍສີສັນ, ການ​ດໍາລົງ​ຊີວິດ​, ອາຫານ​ການ​ກິນ, ​ເຮືອນ​ຊານ​ບ້ານ​ຊ່ອງ​ແລະ​ອື່ນໆ​ເກືອບ​ວ່າ​ບໍ່​ມີ​ຫຍັ​ງຕ່າງ​ກັນ. ການ​ເດີນທາງ​ມື້​ນີ້​ເຖິງວ່າ​ໄລຍະ​ທາງ​ບໍ່​ໄກ, ​ແຕ່​​ຫຼາຍ​ຄົນ​ກໍ່​ເລີ່​ມອ່ອນ​ເພຍ​, ເພາະ​ໄລຍະ​ທາງ​ແຕ່​ລະ​ມື້ບວກ​ກັນ​ຖື​ວ່າ​ກາຍ​ເຄິ່ງ​ແລ້ວ, ​​​ແລະໄກ​ສົມຄວນ, ​ແລະ​ຍັງຈະ​ເດີນທາງ​ໄປ​ຕາມ​ພາກ​ໄຕ້​ຂອງ​ລາວອີກ, ຜ່ານກໍາປູ​ເຈ້ຍ, ຫວຽດນາມ​​​, ກັບ​ຄືນ​ຮອດ​ໜານ​ໜິງປະ​ເທດ​ຈີນ​ຈື່ງ​ຈະ​ຈົບ.​ສໍາລັບ​ການ​ເດີນທາງ​ຂອງ​ຂະ​ບວນລົດ​ແລ່ນ​ລີ້​ໃນ​ຄັ້ງ​ນີ້, ປັດຈຸບັນ​ແມ່ນ​ເດີນທາງ​ມາ​​ໄດ້ 13 ວັນ​ແລ້ວ,  ​ແຕ່​ໜ້າ​ເສຍ​ດາຍ​, ບ່ອນ​ທີ່​ພັກ​ໄກ​ຈາກ​ຕົວ​ເມືອງ, ລັດຕະນະ​ເລີຍ​ບໍ່​ໄດ້​ຖ່າຍຮູບ​​ໃຫ້​ທ່ານ​ຜູ້​ອ່ານ​ໄດ້​ເບິ່ງ, ມື້​ນີ້​​ເລີຍພັກ​ເອົາ​ແຮງ​ກ່ອນ, ມື້​ອື່ນລັດຕະນະ​ຈະ​ພາ​ທ່ານ​ໄປ​ຫຼິ້ນ​ທະ​ເລ​ຢູ່​ພັດທະຍາ​ ຕ້ອງ​ເດີນທາງ​ອີກປະມານ 810 ກິ​​ໂລ​ແມັດ​​ແຕ່​ເຊົ້າ​ໆ. ສໍາລັບ​ມື້​ນີ້ບາຍໆ.

1 2 3