ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ນັກ​ຂ່າວ​ທີ່​ຕິດຕາມ​ຂະ​ບວນລົດ​ແລ່ນ​ລີ​ຈີນ​ອາ​ຊຽນ

(GMT+08:00) 2012-09-03 16:15:48     cri

ສະບາຍດີ​ທ່ານຜູ້​ອ່ານ​ຮ່າ… ຮ່າ… ພົບ​ກັນ​ອີກ​ແລ້ວ​ກັບລັດຕະນະທີ່​​ຈັງຫວັດສຸລາດທານີທີ່​ປະ​ເທດ​ໄທ, ຫຼັງ​ຈາກ​ພັກ​ເອົາ​ແຮງ​ເປັນ​ທີ່​ຮຽບຮ້ອຍ​​ແລ້ວ, ​ລັດຕະນະ​ຈະ​ພາ​ທ່ານ​ເດີນທາງ​​ແຕ່​ເຊົ້າໆໄປ​ພັດທະ​ຍາ​ເພື່ອ​ເບິ່ງ​ຕາ​ເວັນ​ລັບ​ຂອບ​ຟ້າ. ​ເມືອງ​ພັດທະຍາ​ຖື​ວ່າ​ເປັນ​​ແຫຼ່ງ​ທ່ຽວ​ທ່ອງ​ທີ່​ສໍາຄັນ​ອີກ​ແຫ່ງ​ໜື່ງ, ດັ່ງ​ທີ່​ສັນຍາ​ກັບ​ຜູ້​ອ່ານ​ຫັ້ນ​ລະ! ຫຼັງ​ຈາກ​ທີ່​ຮັບ​ປະທານ​ອາຫານ​ເຊົ້າ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ, ​ແຕ່ລະຄົນ​ກໍ​ກຽມ​ເດີນທາງຄື​ດັ່ງ​ທຸກ​ມື້, ​ແຕ່​ມື້​ນີ້​ອ່າວ​ເດີນທາງ​ແຕ່​ເຊົ້າໆ​ແດ່​, ເພາະ​ໄລຍະ​ທາງ​ໄກ​ຫຼາຍ​ປະມານ 810 ​ກິ​ໂລ​​ແມັດ, ​ລະຫວ່າງ​ການ​ເດີນທາງ, ​ໄດ້​ເບິ່ງ​ທັດສະນີ​ຍະ​ພາບ​ສອງ​ຂ້າງ​ທາງ, ​ການ​ດໍາລົງ​ຊີວິດຂອງ​ປະຊາຊົນ​, ສອງ​ຝາກ​ທາງ​ມີ​ຮ້ານ​ຂາຍ​​ເຄື່ອງ​ສະ​ລັບ​ກັບ​ຕືກ​ແຖວ​ວາງ​ເດຍລະດາດ, ການ​ທໍ​າມາ​ຫາ​ກິນ​ຂອງ​ຄົນຢູ່​ນີ້ກໍ​ບໍ່​ຕ່າງ​ຫຍັ​ງກັບປະ​ເທດ​ລາວ, ​ຕື່ນ​ເຊົ້າ​ມາ​ກໍ​ໄປ​ຮີບເຮັດ​ໜ້າ​ທີ່​ຂອງ​​ໃຜລາວ, ຊາວ​ຄ້າຊາວຂາຍ​​ໄດ້​ຂົນ​ເຄື່ອງ​ອອກ​ໄປ​ຂາຍ, ຜູ້​ເຮັດ​ວຽກ​ກໍ່​ເລີ່​ມ​ໄປ​ວຽກ​​ຂອງ​ໃຜລາວ, ​​ແລະ​ຫຼາຍໆ​ປະ​ເທດ​ກໍ່​ຈະ​ເປັນ​ເຊັ່ນ​ດຽວ​ກັນນີ້​ລະ. ພໍ​ຄໍ່​າມາ, ​ກໍ່​ກັບ​ຄືນ​ເຮືອນ​ຂອງ​ໃຜ​ງລາວ. ​ເອົາ​, ເວົ້າ​ໄປ​ໄກ​ແລ້ວ! ທ່ານ​ພ້ອມ​ທີ່​ຈະ​ເດີນທາງ​ໄປ​ກັບ​ລັດຕະນະ​ຫຼື​ຍັງ​ລະ! ຕອນສວຍ, ​ຂະ​ບວນລົດ​​ໄດ້ພັກ​ກິນ​ເຂົ້າທີ່​ຊົນ​ບູລີ, ​ ​ຄ້າຍ​ກັບ​ອາຫານ​ທຸກ​ມື້​ນັ້ນ​ລະ​ເປັນ​ອາຫານ​ແບ​ບຟູ​ດ.​ ເປັນ​ຕົ້ນແມ່ນ​ກຸ້ງ, ຫອຍ, ຂົ້ວ​ພັກ, ​ແລະ​ທີ່​ຂາດ​ບໍ່ໄດ້​ແມ່ນ​ຕົ້ມ​ຍໍາອານ​ຫານ​ທະ​ເລ​ແລະອື່ນ​ໆ.

ຫຼັງ​ຈາກ​ຮັບ​ປະທານ​ອາຫານ​ທ່ຽງ​ແລ້ວ, ​ຂະ​ບວນລົດ​ກໍ່ເລີຍເຄື່ອນ​ອອກ​ຈາກ​ຊົນ​​ບູລີ​ເພື່ອ​ເດີນທາງ​​ໄປ​ຈຸດໝາຍ​ກໍ່​ຄື​​ເມືອງ​ພັດທະຍາ, ​ແຕ່​ໜ້າ​ເສຍດາຍ, ມື້​ນີ້​ຂະ​ບວນລົດ​ພວກ​ເຮົາ​ເກີດບັນຫາ​ໃນ​ລະ​ຫວ່າງການ​ເດີນທາງ, ຈຶ່ງ​ເສຍດາຍ​ທີ່​ບໍ່​ໄດ້​ພາ​ທ່ານ​ເລາະ​ທ່ຽວ​ເມືອງພັດທະຍາຕາມ​ທີ່​ສັນ​ຍາກັບ​ທ່ານ​ຜູ້​ອ່ານ​, ​​ແຕ່​ໂຊກ​ດີ​ທີ່​ຂະ​ບວນລົດ​ເຮົາ​ກໍ່​ມີ​ຜູ້​ເກັ່ງ​ທາງ​ດ້ານ​ການແປງ​ລົດ, ​ໃຊ້​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກໍ່​ແປງ​ໃຫ້​ຮຽບຮ້ອຍ​ແລ້ວ.

1 2 3