ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ນັກ​ຂ່າວ​ທີ່​ຕິດຕາມ​ຂະ​ບວນລົດ​​ແລ່ນ​ລີ​ຈີນ​ອາ​ຊຽນ

(GMT+08:00) 2012-09-03 16:19:02     cri

ສະບາຍດີທ່ານຜູ້ອ່ານ, ພົບກັບລັດຕະນະທີ່ປະເທດກໍາປູເຈຍ. ໃນວັນທີ 31 ສິງຫານີ້, ລັດຕະນະ​ໄດ້​ຕິດຕາມ​ຂະ​ບວນລົດ​ແລ່ນ​ລີ້​ຈີນ-ອາ​ຊຽນ​ເດີນທາງ​ຈາກທາງ​ພາກ​ໄຕ້​ຂອງ​ໄທຜ່ານ​ຊາຍ​ແດນ​ໄທ-ກໍາປູ​ເຈຍ. ​ໄກ້​ຈະນັບ​ຖອຍຫຼັງ​ແລ້ວ​ຍັງ​ເຫຼືອ​ອີກ​ບໍ່ພໍ​ເທົ່າ​ໃດ​ມື້, ​ຂະ​ບວນກໍ​ຈະ​ເດີນທາງ​ຮອດ​ໜານ​ໜິງປະ​ເທດ​ຈີນ​​. ສໍາລັບ​ການ​ເດີ​ນທາງ​ເຊົ້າ​ມື້​ນີ້, ກໍ່​​ເຊັ່ນ​ເຄີຍ, ​ຂະ​ບວນລົດ​ເລີ່​ມອອກ​ເດີນທາງ​ແຕ່​ເຊົ້າ​ຫຼັງ​ຈາກ​ທີ່​ຫຼາຍ​ຄົນ​ໄດ້​ພັກຜ່ອນ​ເອົາ​ແຮງ​ເຕັມທີ່​ແລ້ວ, ຈາກ​ເມືອງ​ພັດທະຍາ​ປະ​ເທດ​ໄທຫາ​ຊຽມ​ແລບ​ກໍ​າປູ​ເຈຍ​ກໍ່​ບໍ່​ຫ່າງ​ໄກ​ກັນ​ຫຼາຍ​ປານ​ໃດ, ມີ​ປະມານ 380 ກິ​ໂລ​ແມັດ​​ເທົ່າ​ນັ້ນ. ​ພໍ​ຮອດ​ຊາຍ​ແດນ​ປອຍ​ເປັດກໍາປູ​ເຈຍ​, ລັດຕະນະ​ກໍ​ໄດ້​ຖ່າຍຮູບ​​ເພື່ອ​​ເອົາ​ມາ​ຝາກ​ທ່ານ​ຜູ້​ອ່ານ​, ປະຊາຊົນ​ທີ່​ອາ​ໃສ​ຢູ່​ລະຫວ່າງ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​, ສ່ວນລາຍ​ແມ່ນ​ຄ້າຂາຍ, ​ສໍາລັບ​ການ​ໃຊ້​ຈ່າຍດ້ວຍ​ເງິນ​ໄທ​ກັບ​ເງິນ​ກໍາປູ​ເຈ້​ຍ​ແມ່ນ​ບໍ່​ເປັນ​ບັນຫາເລີຍ, ການ​ດໍາລົງ​ຊີວິ​ດຂອງ​ປະຊາຊົນ​ຕາມ​ຊາຍ​ແດນ​ແລະ​ຕະຫຼອດ​ທາງ, ການ​ທໍາ​ມາ​ຫກິ​ນກໍ່​ຄ້າຍຄື​ກັບປະ​ເທດ​ລາວ​, ມີ​​ໄຮ່ນາ, ຮົ້ວ​ສວນ, ງົວ, ຄວາຍ, ​ແລະ​ອື່ນ​ໆ, ຕະ​ຫຼອດ​ຮອດ​ເຮືອນ​ຊານ​ບ້ານ​ຊ່ອງ​ກໍ່​ເຊັ່ນ​ດຽວ​ກັນ. ​ແລະ​ເປັນ​ຄັ້ງ​ທໍາ​ອິດ​ທີ່​ລັດຕະນະ​ໄດ້​ມາ​ປະ​ເທດ​ນີ້, ສິ່ງ​ທີ່ລັດຕະນະ​ຢາກ​ພາ​ທ່ານ​ໄປ​ເບິ່ງ​ສະຖານ​ທີ່​ຕ່າງໆ​​ທີ່ເປັນ​ເອກະລັກ​ຂອງປະ​ເທດ​ນີ້​ມີຫຼາຍ​ຢ່າງ​, ເປັນ​ຕົ້ນ​ແມ່ນ​ອັງ​ກໍ​ວັດ, chong knease​ແລະ​ອື່ນໆ.

 ມື້​ນີ້, ​ເດີນທາງ​ຮອດ​ຊຽມລຽມກໍ່​ທ່ຽງ​ແລ້ວ, ລັດຕະນະ​ຈະ​ພາ​ທ່ານ​ໄປ​ທ່ອງທ່ຽວ chong knease ກ່ອນ​ເນາະ​. ​ເພາະ​ສະຖານ​ທີ່​ນີ້​ໄກ້​ກັບ​ບ່ອນ​ພັກ​ແດ່, ​ແລ້ວ​ມື້​ອື່ນ​ຈະ​ພາ​ທ່ານ​ໄປ​ທ່ຽວ​ອັງ​ກໍ​ວັດ. chong knease ​ເປັນ​ອີກ​ສະຖານ​ທີ່​ໜື່ງທີ່​ຫຼາຍ​ຄົນ​ໃຫ້​ຄວາມ​ສົນ​ໃຈ​, ໂດຍ​ສະ​ເພາະ​ແມ່ນ​ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ມາ​ປະ​ເທດ​ນີ້, ​ຕ້ອງ​ໄດ້​ໄປ​ຖ່າຍຮູບ​ເປັນ​ທີ່​ລະນຶກ​, ແຕ່​ບໍ່​ຜິດ​ຫວັງ, ​ແນ່ນອນ​ທີ​ວທັດ​ທໍາ​ມະ​ຊາດ​ແຖວ​ນີ້​ງາມ​ຫຼາຍ, ​ລະຫວ່າງ​ການ​ເດີນທາງ​, ມີ​ຝົນຕົກ​ກ​ເປັນ​ໄລຍະ​ໆ, ​ແຕ່​ລັດຕະນະ​ຈະ​ພາ​ທ່ານ​ໄປ​ເບິ່ງ​ສະຖານ​ທີ່​ແຫ່ງ​ນີ້​ຕາມ​ທີ່​ສັນຍາ​ໄວ້​ແນ່ນອນ. ຈາກ​ນັ້ນ​ຂະ​ບວນລົດພວກ​ເຮົາກໍ່​ໄດ້ລ່ອງ​ເຮືອ​ເບິ່ງ​ທໍາ​ມະ​ຊາດ, ກິນລົມ​ຊົມ​ວີ​ວ, ບັນຍາກາດ​ດີ​ຫຼາຍ, ປະຊາຊົນ​ທີ່​ອາໃສ​ຢູ່ແຖວ​ນີ້, ມີ​ທັງ​ຄົນກຳປູ​ເຈຍ, ແລະຄົນຫວຽດນາມ. ​​ເຮືອນ​​ເຂົາ​ເຈົ້າ​ຈະ​ເປັນ​ຄ້າຍ​ເຮືອນ​ແພ, ​​​ເປັນ​ອີກ​ໜູ່ບ້ານ​ໜື່ງກໍ​ວ່າ​​ໄດ້. ​​ເຂົາ​ເຈົ້າ​ອາ​ໃສ​ຢູ່​ທີ່​ນີ້​ມາ​ແຕ່​ດົນ​ນານ​ແລ້ວ, ຢູ່​ບ່ອນ​ນີ້ມີ​ຮ້ານ​ອາຫານ, ​ໂຮງຮຽນ, ສຸ​ສາລາ​ແລະ​ຍັງ​ເປັນ​ບ່ອນ​ທ່ຽວທ່ອງ​ທີ່ສໍາຄັນ​ອີກ​ແຫ່ງ​ໜື່ງສຳລັບທາງພາກ​ໄຕ້ຂອງ​ປະເທດ​ນີ້​. ຄົນ​ສ່ວນ​ຫຼາຍ​ເອີ້ນ​ບ່ອນ​ນີ້ວ່າ chong knease ​ໝາຍ​ຄວາມ​ວ່າ​ເປັນ​ເທ​ສາບ.

1 2 3 4 5