ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ນັກ​ຂ່າວ​ທີ່​ຕິດຕາມ​ຂະ​ບວນລົດ​ແລ່ນ​ລີ​ຈີນ​ອາຊຽນ

(GMT+08:00) 2012-09-03 16:22:47     cri

ສະບາຍດີ​ທ່ານ​ຜູ້​ອ່ານພົບ​ກັນ​ວັ​ນ​ເສົາ​ທີ 01 ກັນຍານີ້, ​ເປັນ​ວັນ​ພັກ​ຂອງ​ທ້າຍ​ອາທິດ​, ຫຼາຍ​ທ່ານ​ອາດ​ຈະ​ຍັງ​ຄິດ​ບໍ່​ອອກ​ວ່າ​ຈະ​ໄປ​ທ່ຽວ​ໃສ​ດີ. ຄັນ​ຊັ້ນມື້ນີ້, ​ລັດຕະນະ​ຈະ​ພາ​ທ່ານ​ໄປ​ຕາມ​ຂະ​ບວນລົດ​ແລ່ນ​ລີ້​ຈີນ-ອາ​ຊຽນໄປ​ທ່ຽວ to Pron Temple, Elephant Stage Fighting, ​Angkor Thom, ​ແລະອັງ​ກໍວັດຂອງ​ກໍາປູ​ເຈຍ ທີ່ເປັນ​ອີກບ່ອນ​ໜື່ງທີ່​ລັດຕະນະ​ຢາກ​​ພາ​ທ່ານ​ໄປ​ທີ່​ສຸດ. ດັ່ງ​ທີ່​ຫຼາຍ​ຄົນ​ເວົ້າ​ວ່າ​, ຜູ້ໄດ້​ໄປ​ປະ​ເທດ​ກໍາປູ​ເຈຍ​ແລ້ວ​, ຖ້າບໍ່​ໄດ້​ໄປ​ນະຄອນ​ວັດ, ນະຄອນ​ທົມ​ແມ່ນ​ບໍ່​ໄດ້​ໄປ​ຮອດ​ກໍາປູ​ເຈຍນັ້ນ​ລະ ຮ່າ….ຮ່າ….. , ມື້​ນີ້​ລັດຕະນະ​ຈະ​ພາ​ທ່ານອອກ​ເດີນທາງ​ແຕ່​ເຊົ້າຫຼັງ​ຈາກ​ຮັບ​ປະທານ​ອາຫານ​ແລ້ວ​ໄປ​ພ້ອມຂະ​ບວນລົດ​ແລ່ນ​ລີ້, ສໍາລັບ to Pron Temple, Elephant Stage Fighting, ​Angkor Thom ​ແມ່ນ​ບໍ່​ຢູ່​ໄກ​ຈາກ​ທີ່​​ພັກ​ຫຼາຍ​ປານ​ໃດ​, ເດີນທາງ​ປະມານ 20 ນາທີ​ກໍ່​ຮອດ, ​ແຕ່​ບໍ່​ຮອດ​ສະຖານ​ທີ່​ດັ່ງກ່າວ​, ໂອ໋! ທ່ານ​ຜູ້​ອ່ານ,​ຄົນ​ຫຼາຍ​ອີ່ຫຼີ​ມີ​ທັງ​ຊາວ​ເອີ​ຣົບ, ຊາວ​ອາຊີ, ​ສ່ວນ​ຫຼາຍ​ຈະ​ແມ່ນ​ຊາວ​ອາຊີທີ່​ຫຼັ່ງ​ໄຫຼ​ກັນ​ມາ​ເບິ່ງ​ສະຖານ​ທີ່​ເປັນ​ມໍະດົກ​ໂລກ​ນີ້. ​ຄ່າຢ່າງ​ຜ່ານ​ປະຕູ​ ຜູ້​ໜື່ງກໍ່​ປະມານ 20 ​ໂດ​ລາສະ ຫະລັດ​ສໍາລັບຄົນ​ຕ່າງປະ​ເທດ, ຈາກ​ດ້ານ​ໜ້າ​ນັ່ງ​ລົດ​ເຂົ້າ​ໄປ​​ປະມານ 5 ນາທີກໍ່ໄປ​ຮອດ​ສະຖານ​ທີ່​, ໂອ່​! ກວ້າງ​​ໃຫຍ່ຫຼາຍ​, ບັນຍາກາດ​ກໍ​ມີ​ຕົ້ນ​​ໄມ້​ອ້ອມ, ອາກາດ​ເຢັນ​ສະບາຍ,​ບວກ​ກັບ​ລົມ​ພັດ​,​ ໂອ່ຍ​ເປັນຕາ​ອອນຊອນ! ​ເຂົ້າ​ໄປ​ທາງ​ໃນ​, ເບິ່ງ​ສະຖານ​ທີ່​ໄລ່​ໄປ​ແຕ່ to Pron Temple, Elephant Stage Fighting, ຈົນ​ໄປ​ຮອດ ​Angkor Thom ຍາວ​ສຸດ​ສາຍຕາ​ຈົນ​ຢ່າງບໍ່​ໄຫວພຸ້ນ​ລະ, ​ລັດຕະນະ​ຢາກ​ໃຫ້​ທ່ານ​ມາ​ເຫັນ​ດ້ວຍ​ຕົນ​ເອງ​ແທ້ໆ, ​ແລະ​ຈຸດ​ເດັ່ນ​ຂອງ​ສະຖານ​ທີ່​ແຫ່ງ​ນີ້​, ມີ​ຕົ້ນ​ໄມ້​ໃຫຍ່​ທີ່​ມີ​ອາຍຸ​ຫຼາຍ​ຮ້ອຍ​ປີ, ນອກຈາກ to Pron Temple, Elephant Stage Fighting, ​Angkor Thom ຍັງ​ເປັນ​ທີ່​ດຶງ​ດູດ​ໃຈ​ຂອງ​ບັນ​ດັນ​ຜູ່​ມາ​ພົບ​ເຫັນ, ​​ເຊິ່ງມັນ​ເປັນ​ວັດ​ທີ່​ເກົ່າ​ແກ່​ແຫ່ງ​ໜື່ງຂອງ​ກໍາປູ​ເຈຍ, ​ແລະ​ຍັງ​ໄດ້​ຮັບ​ການຈັດ​ເຂົ້າ​ເປັນ​ເມືອງ​ມໍລະດົກ​ໂລກ​ອີກ​ດວ້ຍ, ສະຖານ​ທີ່​ແຫ່ງ​ນີ້​ເປັນ​ອານາຈັກ​ຂອມ, ​ແຕ່​ລະ​ພະ​ຊາດ​ມີ​ຫີນ​ກ້ອນ​ໃຫຍ່​ລຽງ​ກັນ​ເປັນ​ຊັ້ນ​ໆ​, ເປັນ​ຄໍາ​ຖາມ​ໃນ​ໃຈ​ຂອງ​ຫຼາຍໆ​ຄົນ​ວ່າ, ​ຄົນ​ສະ​ໄໝ​ກ່ອນ​ເຂົາ​ເຈົ້າ​ເອົ​າ​ເຫື່ອ​ເອົາ​ແຮງ​ມາ​ແຕ່​ທາງ​ໃດ​ຈື່ງ​ສ້າງ​ສິ່ງ​ມະຫຶມາ​ຂະໜາດ​ນີ​ໂດຍ​ບໍ່​ມີ​ຜູ້​ໃດ​​ສາມາດຫາ​ຄໍາ​ຕອບ​ໄດ້, ​ເພາະ​ຫີນ​ບາງ​ກ້ອນ​ໜັກ​ເກືອບ​ຮອດ​ໂຕ​ນ, ຫຼື​ກວ່າ​ນັ້ນ! ​ໂອ່! ​ແປກ​ອີ່ຫຼີ! ​ເປັນ​ຄໍາ​ຖາມ​ທີ່​ຄິດ​ໃນ​ໃຈ​ລັດຕະນະ​ແລະ​ຫຼາຍໆ​ຄົນ​ກໍ່​ເຊັ່ນ​ດຽວ​ກັນ. ຈາກ to Pron Temple, Elephant Stage Fighting, ​Angkor Thom ​ແລ້ວ, ​ລັດຕະນະ​ຈະ​ພາ​ທ່ານ​ໄປ​ເບິ່ງ Angkor Wut , ນີ້​ກໍ່​ແມ່ນ​ອີກ​ສະຖານ​ທີ່​ໜື່ງທີ່​ເປັນ​ທີ່​ຫຼົງ​ໄຫຼ​ຂອງ​ທົ່ວ​ໂລກ​ຢາກ​ມາ​ເບິ່ງຕົວ​ຈິງ, ສະຖານ​ທີ່​ນີ້​ກໍ​ບໍ່​ໄກ​ຈາກ to Pron Temple, Elephant Stage Fighting, ​Angkor Thom ປານ​ໃດ​.

Angkor Wut , ຫຼາຍ​ທ່ານ​ອາດ​ຈະ​ໄດ້​ເຫັນ​ຢູ່​ບ່ອນ​ໃດ​ກໍ​ຮູ້​ວ່າ​ແມ່ນ​ສັນຍາ​ລັກ​ຂອງ​ປະ​ເທດ​ກໍາປູ​ເຈຍ​, ໂດຍ​ສະ​ເພາະ​​ເປັນ​ສັນຍາ​ລັກ​ຂອງ​ທຸງຊາດ​. Angkor Wut ສ້າງ​ໃນ​ສັດຕະວັດ​ທີ 17 , ສະ​ໄໝ​ຂອງ​ພະ​ເຈົ້າ​ສຸລິຍະ​ວໍລະ​ມັນ​ທີ 2 ,ແລະ​​ ​ຈາກອົງການ ຢູ​ເນັສ​ໂກ ຮັບຮອງເປັນ​ເມືອງ​ມໍລະດົກ​ໂລກ​ໃນ​ປີ 1992, ມີ​ເນື້ອ​ທີ່​ປະມານ 400 ກິ​ໂລ​ຕາ​ແມັດ. ໃຫຍ່​ອາ​ລັງກາ​ນຫຼາຍທາງ​ດ້ານ​ງານ​ສິນ, ການ​ແກະສະຫຼັກ​ດ້ວຍ​ຫີນ​ທີ່​ຊື່​ເຖິງ​ການ​ເຄື່ອ​ນໄຫວ​ຂອງ​ເຈົ້າ​ຊີວິດ​ແຕ່​ລະ​ພະ​ອົງ​ໃນ​ສະ​ໄໝ​ກ່ອນ, ​ນອກຈາກ​ພະ​ສາດ​ຫີນ​ນີ້​ແລ້ວ​, ຈຸດ​ເດັ່ນ​ອີກ​ອັນ​ໜື່ງ​ແມ່ນຍັງ​​ໜອງນໍ້າ​​ໃຫຍ່, ກວ້າງ, ຍາວທີ່ຢູ່​ອ້ອມ​ຮອບພະ​ສາດ​ຫີນ​ເລົ່າ​ນີ້, ​ຍາວ​ສຸຸດສາຍຕາ​, ບວກ​ກັບ​ທີ​ວທັດ​ທໍາ​ມະ​ຊາດ​ທີ່​ອອ້ມຮອບ​ພະ​ສາດ​ຫີນ​ນີ້​, ​ເຮັດ​ໃຫ້ຄົນ​ຫຼົງ​ໄຫຼ​ນຳ​ຄວາມ​ສວຍ​ງາມຂອງ​ມັນ! ​ບ່ອນ​ນີ້​ກໍ່​ໃຫຍ່, ກ້ວາງ, ທັງ​ສູງ​, ຄ້າຍໆກັບ​ກ້ອນ​ຫີນ​ທີ່​ຖື​ກຈັດ​ວາງ​ຍອງ​ກັນ​ຢ່າ​ງມີ​ສິນລະປະ​ທີ່​ຕັ້ງ​ສະຫງ່າ​ງາມ, ​ແລະ​ຍັງ​ເປັນ​ສິ່ງ​ດຶງ​ດູດ​ໃຈ​ຂອງ​ຜູ້​ພົບ​ເຫັນ​, ນອກຈາກ​ນີ້​ແລ້ວ, ​ທ່ານ​ຍັງ​ສາມາດ​ຊື້​​ເຄື່ອງ​ທີ່​ເປັນ​ສັນຍາ​ລັກ​ຂອງ​ສະຖານ​ທີ່​ແຫ່ງ​ນີ້​ເປັນ​ຂອງ​ຝາກ​ໃຫ້​ເພື່ອ​ນມິດ​ສະຫາຍ​. ​ຄວາມ​ກວ້າງ​ໃຫຍ່ຈົນ​ລືມ​ຮອດ​ເວລາ​ກັບ​ທີ່​ພັກ​ແລ້ວ! ​ເອົາລະ, ​ມື້​ອື່ນ​ລັະຕະນະ​ຍັງ​ຈະ​ພາ​ທ່ານ​ໄປ​ທ່ຽວ​ພະນົມ​ເປັນ​ອີກ, ມື້​ນີ້​ຂໍ​ພັກ​ເອົາ​ແຮງ​ກ່ອນ​ເນາະ, ສະບາຍດີ.

1 2 3