ພິ​ທີ​ປ່ອຍ​ຂະ​ບວນ​ລົດ​ແລ່ນ​ລີ້​ຈີນ-ອາ​ຊຽນ​ຢູ່​ປະ​ເທດ​ກໍາ​ປູ​ເຈຍ

(GMT+08:00) 2012-09-04 16:39:37     cri

ວັນທີ 3 ກັນຍານີ້, ທີ່ປະເທດກໍາ​ປູເຈຍ, ທ່ານ ວັດ ຈໍາ​ລວນ (Vath chamoeum) ​ເລ​ຂາທິ​ການ​ໂອ​ແລມ​ປິກ​ຊອງ​ປະ​ເທດກໍາປູເຈຍ ຮ່ວມກັບທ່ານ ດຣ ເຊິງ ລີ້ຈີ່ ຮອງ​ຫົວ​ໜ້າ​ກິ​ລາ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈວ້າງ​ກວາງຊີ ໄດ້​ຈັດ​ພິ​ທີ​ປ່ອຍ​ຂະ​ບວນ​ລົດ​ແລ່ນ​ລີ້​ຈີນ-ອາ​ຊຽນ​ຂື້ນ. ​ໂດຍ​ມີ​ທ່ານ ​ເມດ​ສ ຊາ​ລຸນ( Meas sarou ) ​ຮອງ​ເລຂາ​ທິ​ການ​ກະຊວງ​ສຶກສາ​ຊາວ​ໜຸ່ມ​ແລະ​ກິລາ​ກໍາປູ​ເຈຍ, ຜູ້​ເຂົ້າ​ຮ່ວມ​ຂະ​ບວນລົດ​ແລ່ນ​ລີ້​ຈີນ-ອາ​ຊຽນ, ​ແລະພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​.

​ໃນ​ພິທີ, ທ່ານ ວັດ ຈໍາລວນ (Vath chamoeum) ​ເລ​ຂາ​ທິ​ການ​ໂອ​ແລມ​ປິກ ຊອງ​ປະ​ເທດ​ກໍາ​ປູເຈຍ​ກ່າວ​ວ່າ: ຍິນ​ດີ​ຕ້ອນຮັບ​ຂະ​ບວນລົດແລ່​ນລີ້​ຈີນ-ອາ​ຊຽນທີ່​ມາ​ຢາມ​ປະ​ເທດ​ກໍາປູ​ເຈຍໃນ​ຄັ້ງ​ນີ້. ການ​ເຄື່ອງ​ໄຫວ​ເທື່ອ​ນີ້​ຈະໄດ້ສະ​ແດງ​ເຖິງສາຍ​ພົວພັນ​ອັນ​ເລິກ​ເຊິ່ງລະຫວ່າງກໍາປູ​ເຈຍ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໂດຍ​ສະ​ເພາະ​ແມ່ນ​ຈີນ-ກໍາ​ປູ​ເຈຍທີ່ມີ​ມາແຕ່​ດົນ​ນານ​ໃຫ້​ນັບ​ມື້​ເພີ່ມ​ທະ​ວີ​ຂື້ນ.

ໃນໂອກາດດັ່ງກ່າວ, ທ່ານ ​ເມດ​ສ ຊາ​ລຸນ( Meas sarou ) ຮອງ​​ເລ​ຂາ​ທິ​ການ​ກະ​ຊວງ​ສຶກສາ​ຊາວ​ໜຸ່ມ​ແລະ​ກິລາ​ກໍາປູ​ເຈຍໄດ້ໃຫ້ສໍາພາດວ່າ: ປີນີ້, ກໍາປູ​ເຈຍ​ກໍ່​ໄດ້​ສົ່ງ​ຄົນ​ເຂົ້າ​ຮ່ວມ​ຂະ​ບວນ​ລົດ​ແລ່ນ​ລີ້​ເພື່ອ​ເປັນ​ການ​ແລກ​ປ່ຽນ​ບົດ​ຮຽນ​ກັບ​ປະ​ເທດ​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ. ຄັ້ງ​ຕໍ່​ໄປ​ຈະ​ພະ​ຍາ​ຍາມ​ສົ່ງ​ລົດ​ແລະ​ຄົນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ລົດ​ແລ່ນ​ລີ້​ຈີນ​ອາ​ຊຽນ​ອີກ​ດ້ວຍ.

ໃນ​ຕອນ​ແລງ​ມື້​ດຽວ​ກັນ, ຂະ​ບວນ​ລົດ​ກໍ່​ໄດ້​ເດີນ​ທາງ​ຮອດ​ແຂວງ​ຈໍາ​ປາ​ສັກ​ປະ​ເທດລາວ​ແລ້ວ, ຈາກ​ນັ້ນ​ກໍ່​ຈະ​ເດີນ​ທາງ​ໄປ​ປະ​ເທດ​ຫວຽດນາມ​ຕໍ່​ໄປ.

1 2 3 4