ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ນັກ​ຂ່າວ​ທີ່​ຕິດຕາມ​ຂະ​ບວນລົດ​ແລ່ນ​ລີ​ຈີນ​ອາ​ຊຽນ

(GMT+08:00) 2012-09-06 11:17:06     cri
ສະບາຍດີ​ທ່ານ​ຜູ່​ອ່ານ​ພົບ​ກັບ​ລັດຕະນະ​​ອີກ​ແລ້ວ​ທີ່​ດາ​ນັງປະ​ເທດຫວຽດນາມ, ພົບ​ກັນ​​ວັນອັງຄານ​ທີ 5 ກັນຍາ​ນີ້, ລັດຕະນະ​ຈະ​ພາ​ທ່ານ​ໄປ​ທ່ຽວ​ສະຖານ​ທີ່​ເລີ່​ມ​ແຕ່​ບ່ອນ​ທີ່​ໄກ້​ກັບ​ເມືອງ​ດາ​ນັງກ່ອນ, ​​ດາ​ນັງ​ເປັນ​ເຂດ​ກະ​ສິ​ກໍາ​​ອຸດົມສົມບູນ​ຫຼາຍ, ເປັນ​ຕົ້ນ​ແມ່ນ​ເຂົ້າ, ສາລີ, ​ແລະ​ພືດ​ພັນ​ທັນ​ຍາຫານ​ອື່ນໆ​. ​ນອກນັ້ນ, ​ຍັງມີ​ບ່ອນ​ທ່ອງ​ທ່ຽວຫຼາຍ​ແຫ່ງ​ບໍ່​ວ່າ​ຈະ​ເປັນ​ທາງ​ດ້ານ​ປະຫວັດສາດ,​ ທໍາ​ມະ​ຊາດ​ແລະ​ອື່ນໆ. ​ແຕ່​ມື້​ນີ້, ລັດຕະນະ​ຈະ​ພາ​ທ່ານ​ໄປ​ເບິ່ງ​ສະຖານ​ທີ່ໆ​ສໍາຄັນ​ອີກ​ແຫ່ງ​ໜື່ງ, ​ເຊິ່ງບໍ່​​ຫ່າງ​ໄກຈາກ​​ແຂວງດາ​ນັງປານ​ໃດ​ພຽງ​ແຕ່ 70 ກິ​ໂລ​ແມັດ​ເທົ່າ​ນັ້ນ, ຫ່າງ​ຈາກ​​​ເມືອງດາ​ນັງ​ໄປ​ທາງ​ທິດຕາ​ເວັນ​ຕົກ​ພຽງ​ແຕ່ 40 ກິ​ໂລ​ແມັດ, ​ເປັນ​ເມືອງ​ບູ​ຮານ​ຂະໜາດ​ໃຫຍ່​, ມີພະທາດ​ຫຼາຍ​ກວ່າ 70 ຜົນງານ. ທີ່​ຕັ້ງ​​ເທີ​ງພູ​ແລະ​ເປັນ​ທີ່​ຮູ້ຈັກ​ຂອງ​ຄົນ​ຫວຽດນາມ​ເອີ້ນ​ວ່າ: " ​ມາຍ​ຊັນ "  ຢູ່​ບ່ອນ​ນີ້ຍັງ​ມີ​ແກະ​ສະຫຼັກ​ຮູບ​ປັ້ນ​ຫີນທີ່​ສວຍ​ງາມ​ແລະ​ຊາກ​ຫັກພັງ​ທີ່ມີ​ອາຍຸ​ກວ່າ 1500 ປີ. ​ເປັນ​ໜື່ງ​ໃນ​ເມືອງ​ຫຼວງຂອງອານາ​ຈັກ​ຈໍາປາ. ​​ໃນ​ທ້າຍ​ສັດຕະ​ຫວັດ​ທີ 16 ​ເຄີຍ​ຖືກ​ທໍາລາຍ, ​ແຕ່​ໄດ້​ສ້າງ​ຂື້ນ​ມາ​ໃໝ່​ແລະ​ຍັງ​ມີ​ໃຫ້​ເຫັນ​ຢູ່​​ໃນ​ປັດຈຸບັນ.


ຈາກ​​​ເມືອງ​ບູຮານ​ທີ່​ເມືອງ​ດາ​ນັງ​ແລ້ວ, ​ຍັງ​ມີ​ອີກ​ສະຖານ​ທີ່​ທ່ອງ​ທ່ຽວ​ອີກ​ແຫ່ງ​ໜື່ງທີ່​ລັດຕະນະ​ຈະ​ພາ​ທ່ານ​ໄປ​ເບິ່ງ, ​ເປັນ​ເມືອງ​ບູຮານ​ອີກ​ເຊັ່ນ​ກັນ, ​ເຊິ່ງຕັ້ງ​ຢູ່ບໍ່​ໄກ​ຈາກ " ມາຍ​ຊັນ " ປານ​ໃດ, ​ນັ້ນ​ກໍ່​ຄື​ເມືອງ​ " ຮອຍ​ອັນ " ​ເປັນ​ເມືອງ​ແຫ່ງ​ທຸລະ​ກິດ​ການ​ຄ້າ​ທາງ​ດ້ານ​ການທ່ອງທ່ຽວ​ເປັນ​ເມືອງ​ເກົ່າ​ແກ່, ຫງຽບ​ສະຫງົບ​, ແລະ​ໄດ້​ຮັບ​ລາງວັນ​ຈາກ​ອົງການ​ຍູ​ເນັ​ສ​ໂກ​ໃນ​ປີ 1999. ​ແລະ​ເຮັດ​ໃຫ້​ເມືອງ​ແຫ່​ງນີ້ມີ​ຊື່​ສຽງ​ຫຼາຍ, ​ບັນດາ​ນັກ​ທ່ອງ​ທ່ຽວ​ໃນ​ທົ່ວ​ໂລກ​​ລັ່ງ​ໄຫຼ​ກັນ​ມາ​ທ່ຽວ​ຊົມ. ​ນີ້​ແມ່ນ​ສະຖານ​ທີ່​ໆ​ລັດຕະນະ​ພາ​ທ່ານ​ໄປ​ທ່ຽວ​ແຕ່​ຍັງ​ບໍ່​ໝົດພຽງ​ເທົ່າ​ນີ້, ມື້​ອື່ນ​ລັດຕະນະ​ຈະ​ພາ​ທ່ານ​ໄປ​ຮ່າ​ໂນຍ​ແຕ່​ເຊົ້າ. ​ແຕ່​ມື້​ນີ້ຂໍພັກ​ເອົາ​ແຮ​ງກ່ອນ​​ເພື່ອ​ຕຽມ​ຕົວ​ເດີນທາງຕໍ່​ໄປ, ບາຍ​ບາຍ.