ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ນັກ​ຂ່າວ​ທີ່​ຕິດຕາມ​ຂະ​ບວນລົດ​ແລ່ນ​ລີ​ຈີນ​ອາ​ຊຽນ:ການ​ແຂ່ງ​ຂັນ​ຂອງ​ຂະ​ບວນ​ລົດ​ແລ່ນ​ລີ້​ຈີນ-ອາ​ຊຽນ​ໄດ້​ເດີນ​ທາງ​ຮອດ​ເສັ້ນ​ໄຊ​ແລ້ວ

(GMT+08:00) 2012-09-09 15:02:13     cri


(ນັກຂ່າວທີ່ເຂົ້າຮ່ວມການເອົາຂ່າວໃນກິດຈະກຳເທື່ອນີ້ຖ່າຍຮູບນຳກັນໄວ້ເປັນທີ່ລະນຶກ)



ວັນທີ 7 ກັນຍານີ້, ທີ່ ສປ ຈີນ ທ່ານ ເຊິງ ລີ້ຈີ່ ຮອງ​ຫົວໜ້າ​ກິລາ​ຈີນ​ເຂດ​ປົກຄອງ​ຕົນ​ເອງ​​ເຜົ່າ​ຈວ້າງກວາງຊີ ພ້ອມ​ດວ້ຍຂະ​ບວນລົດ​ 124 ຄັນ, ​ພ້ອມ​ດ້ວຍ​ຜູ້ເຂົ້າ​ຮ່ວມ​ຂະ​ບວນຂະບວນລົດແລ່ນລີ້ຈີນ-ອາຊຽນ​ໄດ້​ເດີນທາງ​ຮອດນະຄອນໜານ​ໜິງປະເທດຈີນ​ແລ້ວ.

​ການ​ແຂ່ງຂັນລົດ​ແລ່ນ​ລີ້-ຈີນ​ອາ​ຊຽນ​ໄດ້​​ເລີ່​ມ​​ແຕ່​ວັນ​ທີ 17 ສິງຫາ​ຫາ​ວັນ​ທີ 7 ກັນຍາ, ​ເຊິ່ງ​ແບ່ງອອກ​ເປັນທັງ​ໝົດ 4 ທີ​ມຄື, ທີ​ມ A,B,C​ແລະD ຜ່ານ​ການ​ແຂ່ງຂັນ​ ເດີນ​ທາງ​ຜ່ານ​ທັງ​ໝົດ 7 ປະ​ເທດ, ດ້ວຍ​ໄລຍະ​ທາງ 1 ໜື່ນກິ​ໂລ​ແມັດ, ​ຜ່ານ​ການ​ແຂ່ງຂັນ​ປະກົດ​ວ່າ​ອັນ​ດັບ​ທີໜື່ງຕົກ​ເປັນ​ຂອງ​ທີ​ມ  C, ທີ​ມສອງ​ທີ​ມ A, ທີສາມທີ​ມ D​ແລະ​ທີ​ສີ່​ຕົກ​ເປັນ​ຂອງ​ທີ​ມ D ຕາມລໍາດັບ.

​ໃນ​ໂອກາດ​ດຽວ​ກັນ, ທ່ານ​ ເຊິ​ງ ລີ້​ຈີ່ ຮອງ​ຫົວໜ້າ​ກິລາ​ ​ເຂດ​ປົກຄອງຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​​ຈີນໄດ້ກ່າວ​ວ່າ: ​ການ​ແຂ່ງຂັນ​ລົດ​ແລ່ນ​ລີ້​ຈີ​ນ-ອາ​ຊຽນນ​ເປັນພາກສ່ວນ​ໜື່ງຂອງ​ງານ​ເອັກ​ສະ​ໂປ​ທີ່​ຈະ​ຈັດ​ຂື້ນ​ໃນ​ທ້າຍ​ເດືອນ​ກັນຍາ​ນີ້​. ນອກຈາກເປັນ​ການ​ແລກປ່ຽນຄໍາ​ຄິດ​ຄໍາ​ເຫັນ​, ວັດທະນະ​ທໍາ​ກິລາ, ຄວາມ​ຕ້ອງການ​ຂອງ​ແຕ່ລະຂົງ​ເຂດ, ຮີດຄອງ​ປະ​ເພນີ​ຂອງ​ແຕ່​ລະ​ບ່ອນແລ້ວ, ຍັງ​ເປັນ​ການ​ແລກ​ປ່ຽນ​ທາງ​ດ້ານ​​ເສດ​ຖະ​ກິດ, ການ​ໄປມາ​ຫາສູ່​ກັນ​​ໂດຍ​ສະ​ເພາະລະຫວ່າງ​ຈີນ​ກັບ​ອາ​ຊຽນ.​

ໃນ​ຕອນ​ແລງ​ມື້​ດຽວກັນ, ຍັງມີ​ງານ​ລ້ຽງສະຫຼອງ​​ແລະ​ພິທີ​ມອບ​ລາງວັນ​ໃຫ້​ແກ່​ຜູ້​ຊະນະ​ເລີດ​ໃນ​ການ​ແຂ່ງຂັນຂະ​ບວນລົດ​ແລ່ນ​ລີ້​ຈີ​ນ-ອາ​ຊຽນ​, ແລະ​ມອບ​ໃບ​ຍັ້ງ​ຢືນ​​ໃຫ້​​ແກ່​ຜູ້​ເຂົ້າ​ຮ່ວມ​ກິດຈະ​ກໍາ​​ການ​ແຂ່ງຂັນຄັ້ງນີ້​ອີກ​ດ້ວຍ.


1 2