ຈີນ​ເຫັນ​ວ່າການ​ຮ່ວມ​ກັນ​ປະຕິບັດ​ກົດຫມາຍ​ຂອງ 4 ປະ​ເທດ​ຄືຈີນ​ລາວ​ມຽນມາ​ແລະ​ໄທ​ໄດ້​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​​ເດີນ​ເຮືອ​ຢູ່​ຕາມລຳ​ແມ່​ນ້ຳຂອງ​ຢ່າງ​ມີ​ປະສິດທິ​ຜົນ

(GMT+08:00) 2012-09-19 15:57:41     cri

ຄະດີ​ສັງຫານ​ລູກ​ເຮືອຈີນຢູ່​ຕາມ​ລຳແມ່​ນ້ຳຂອງ 5 ຕຸລາຈະ​ເລີ່​ມ​ໄຕ່​ສ່ວນ​ຢູ່​ສານ​ປະຊາຊົນ​ຂຶ້ນ​ກາງຂອງ​ນະຄອນ​ຄຸນ​ມິ​ງ​​ແຂວງ​ຢຸນນານ​ຈີນ​ໃນ​ວັນ​ທີ 20 ກັນ ຍາ​ນີ້. ທ້າວ​ຫນໍ່​ຄຳ​ພ້ອມ​ກັບ​ຜູ່​ກະທຳ​ຜິດ​ອີກ 6 ຄົນ​ຈະ​ຖືກສານ​ໄຕ່​ສວນ. ຫວ່າງ​ກ່ອນ​ນີ້ບໍ່​ດົນ, ທ່ານ​ຫລີ​ຈູ້​ຊຸນ, ພະນັກງານ​ຖານະ​ທຽບ​ເທົ່າ​ຮອງ​ກົມ​ຂອງ​ກົມ​ການ​ຮ່ວມ​ມື​ສາກົນ​ຂອງກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຈີນ​ໃຫ້​ສຳພາດ​ຕໍ່ນັກ​ຂ່າວ​ຂອງ cri ວ່າ: ນັບ​ແຕ່​  4 ປະ​ເທດຄື​ຈີນ, ລາວ, ມຽນມາ​ແລະ​ໄທ​ໄດ້​ດຳ​ເນີນ​ການ​ລາດຕະ​ເວນ​ປະຕິບັດ​ກົດຫມາຍ​ຮ່ວມ​ມື​ນັບ​ແຕ່​ທ້າຍ​ປີກາຍ​ນີ້​​ເປັນ​ຕົ້ນມາ,ລະບຽບ​ການ​ແລະ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ຢູ່​ຕາມ​ລຳແມ່​ນຳ​ຂອງ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ຢ່າງມີ​ປະສິດທິ​ຜົນ.

ດ້ານ​ຫນຶ່ງ, ຜ່ານ​ການ​ປະຕິບັດ​ກົດຫມາຍ​ຮ່ວມ,​ແມ່ນ້ຳຂອງ​ໄດ້​ຟື້ນ​ຟູ​ການ​ເດີນ​ເຮືອ​ຢ່າງຮອບດ້ານ, ຫລັງ​ຈາກ​​ເກີດຄະດີ 5 ຕຸລາ​ແລ້ວ, ​ເຮືອ​ສິນຄ້າ 120 ລຳ​ທີ່ຂົນ​ສົ່ງ​ສິນຄ້າ​ຕາມ​ລຳ​​ແມ່​ນ້ຳຂອງ​ນັ້ນ​ໄດ້​ຢຸດ​ການ​ເດີນ​ເຮືອ​ແລ້ວ, ນັບ​ແຕ່​ວັນ​ທີ 10 ທັນວາ​ປີ​ກາຍ​ເປັນ​ຕົ້ນ​ມາ, ປະ​ເທດ​ຈີນ,ລາວ, ມຽນມາ​ແລະ​ໄທ​ໄດ້ປະຕິບັດ​ການ​ເຄື່ອນ​ໄຫວ​ລາດຕະ​ເວນ​ 5 ​ເທື່ອ​ແລ້ວ, ​ໄດ້​ປົກ​ປັກ​ຮັກສາ​ລະບຽບ​ການ​ແລະ​ຄວາມ​ປອດ​ໄພ​ຂອງ​ການ​ເດີນ​ເຮືອ​ຢູ່​ຕາມລຳ​ແມ່ນ​ນ້ຳຂອງ​​ໄດ້ຢ່າງມີ​ປະສິດທິຜົນ, ​ແລະ​ໄດ້​ເພີ່ມ​ຄວາມ​ຫມັ້ນ​ໃຈ​​ໃຫ້ລູກ​ເຮືອ​ທີ່​ເປັນ​ຫ່ວງ​ນຳ​ຄວາມ​ປອດ​ໄພ​​ໃນ​ການ​ເດີນ​ເຮືອ.ອີກ​ດ້ານ​ຫນຶ່ງ, ຕຳຫລວດ​ຂອງ​ 4 ປະ​ເທດຄື​ຈີນ, ລາວ, ມຽນມາ​ແລະ​ໄທ​ໄດ້​ຮ່ວມ​ມື​ກັນ​ຢ່າງ​ແຫນ້ນ​ແຟ້ນ, ທ້າວ​ຫນໍ່​ຄຳ​ທີ່​ເປັນ​ຜູ່​ກໍ່​ເຫດ 5 ຕຸລາ​ຄົນສຳຄັນ​ພ້ອມດ້ວຍ​ສະມາຊິກ​ຄົນ​ສຳຄັນ​ຂອງ​ລາວ​ຖືກ​ຈັບ​ຕົວ,​​ເຊິ່ງໄດ້​ເປັນ​ການ​ຂົ່ມ​ຂວັນ​ຕໍ່​ກຸ່ມ​ຜູ່ກະທຳ​ຜິດ​ຕ່າງໆ​ທີ່​ຢູ່​ສອງ​ຟາກ​ຝັ່ງ​ແມ່​ນ້ຳຂອງ.ຕາມ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ, ຄະດີ​ອາຍາ​ທີ່​ເກີດ​ຂຶ້ນ​ຢູ່​ຕາມລຳ​ແມ່ນ້ຳຂອງ​ໄດ້​ເພີ່ມ​ຂຶ້ນ​ຄູ່​ປີ, ປີ 2011 ມີ​ເຖິງ 25 ຄະດີ, ຄຽງ​ຄູ່​ກັບ​ການ​ສືບສວນ​​ແລະ​ມ້າງຄະດີ 5 ຕຸລາ​ໄດ້​ຢ່າງ​ສຳ​ເລັດ​ຜົນ,ຮອດ​ປີ 2012, ຢູ່​ຕາມ​ລຳແມ່​ນ້ຳຂອງ​ເກີດ​ຄະດີ​ອາຍາພຽງ​ແຕ່ 2 ຄະດີ​ທໍ່​ນັ້ນ.