ຍອດ​ມູນ​ຄ່າການ​ຄ້າ​ຈີນ​ອາ​ຊຽນສະ​ເລ່ຍຕໍ່​ປີ​ເພີ່ມ​ຂຶ້ນ​ຫຼາ​ຍກວ່າ20%

(GMT+08:00) 2012-09-23 15:37:19     cri
ໃນຫວ່າ​ງມໍ່ໆ​ມາ​ນີ້ ທ່ານ​ລິນ​ຄ່າງ​ຊ້ຽນ,ຮອງ​ເລຂາສຳນັກງານ​ເລຂາ​ອາ​ຊຽນ​ໃຫ້​ສຳພາດຕໍ່​ນັກ​ຂ່າວວ່າ,​ເມື່ອສ້າງສາ​ຍພົວພັນ​ຄູ່​ສົນທະນາ​ມາ​ນີ້ ຍອດ​ມູນ​ຄ່າການ​ຄ້າລະຫວ່າງຈີນກັບອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ20%ຕໍ່​ປີ,ຫວັງ​ວ່າ​ຮອດ​ປີ2015ຈະ​ບັນລຸ 500 ຕື້​ໂດ​ລາ.

ທ່ານ​ວັງ​ເລີຍ,ຮອງ​ເລຂາ​ສຳນັກງານ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​ເຫັນ​ວ່າ,ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າລະຫວ່າງ​ຈີນ​ກັບ​ອາ​ຊຽນກ້າວ​ສູ່​ລວງເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ,ການ​ລົງທຶນ​ເຊິ່ງກັນ​ແລະ​ກັນ​ຍ່ອມ​ຈະ​ຊຸກຍູ້​ຈີນ​ແລະ​ອາ​ຊຽນພັດທະນາ​ຮ່ວມ​ຂຶ້ນ.