ການ​ພັດທະນາ​ຂອງ​ອຸດສາ​ຫະກຳ​ລົດ​ຍົນ​ອາ​ຊຽນປະ​ເຊີນ​ກັບ​ບັນຫາ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ

(GMT+08:00) 2012-10-10 17:01:33     cri
ຕາມ​ໜັງ​ສືພິມ《ຈີ່​ງຈີ້​ຢື້​ປ້າວ》:​ໃນ​ເວລາ​ທີ່​ຕະຫຼາດ​ລົດຍົນ​ທົ່ວ​ໂລກ​ມີ​ທ່າ​ອຽງ​ພັດທະນາ​ຊ້າ​ລົງ,ອຸດສາ​ຫະກຳ​ລົດຍົນ​ຢູ່​ອາຊີ​ອາຄະ​ເນພັດ​ໄດ້​ມີ​ການ​ພັດທະ​ນາ​ຢ່າງ​ຫຼວງ​ຫຼາຍ,​ແລະ​ກຳລັງທຳ​ຄວາມ​ພະຍາຍາມ​ສຸດ​ຂີດ​ເພື່ອ​ບັນລຸ​ເປົ້າ​ໝາຍ​​ໃຫ້ກາຍ​ເປັນ​ຕະ​ຫຼາດ​ລົດ​ຍົນ​ໃຫຍ່​ອັນ​ດັບ​ທີ 6 ຂອງ​ໂລກ.ຕາມ​ອົງການ​ຊົງ​ອິດ​ທິພົນ​ຄາດ​ວ່າ,ຕາມ​ຈັງ​ຫວະ​ການ​ພັດທະນາ​ໃນ​ປະຈຸ​ບັນ,​ຄາດຄະ​ເນ​ວ່າ,ອາ​ຊີ​ອາຄະ​ເນອາດ​ຈະ​ກາຍ​​ເປັນ​ຕະຫຼາດ​ລົດຍົນ​ໃຫຍ່​ອັນ​ດັບ​ທີ 6 ຂອງໂລກ​ໃນ​ປີ 2018,​ເມື່ອ​ຮອດ​ເວລາ​ນັ້ນ,ຍອດ​ປະລິມານ​ການຈຳ​ໜ່າຍ​ລົດຍົນ​ຢູ່​ອາຊີ​ອາຄະ​ເນ​ອາດ​ຈະ​ບັນລຸ​​ເຖິງ 4 ລ້ານ 7​​ ແສນ​ຄັນ,ຈະ​ເພີ່ມ​ຂຶ້ນ​ເກືອບ 1 ​ເທົ່າ​​ເມື່ອ​ທຽບ​​ໃສ່ປີ 2011.

ປະ​ເທດ​ອາ​ຊຽນ​ເລີ່​ມພັດທະນາ​ອຸດສາ​ຫະກຳ​ລົດຍົນ​ອ່າວ​ຊ້າ,​ແຕ່​​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ໃນ​ດ້ານ​ການ​ພັດທະນາ​ອຸດສາຫະກຳ​ລົດຍົນ​ແຫ່ງ​ຊາດ,​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງພົ້ນ​ເດັ່ນ.ພ້ອມ​ກັນ​ນັ້ນ,ກໍ່ເຫັນ​ໄດ້​ວ່າ,ຄຽງ​ຄູ່​ກັບ​ການ​ເພີ່ມ​ຂຶ້ນຂອງ​ລົດຍົນ​ໃນ​ແຕ່ລະ​ປີ​ທີ່​ຫຼາຍ​ກວ່າ 2 ລ້ານ 4 ​ແສນ​ຄັນ​ແລະ​ການ​​ເພີ່ມ​ຂຶ້ນຂອງ​ລົດຈັກ​ໃນ​ແຕ່ລະ​ປີ​ທີ່​ຫຼາຍ​ກວ່າ​ລົດຍົນ​ອີກ,ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ແລະ​ການ​ດຳລົງ​ຊີວິດ,ພື້ນຖານ​​ແຫ່ງ​ການ​ພັດທະນາ​ແບບ​ຍືນ​ຍົງທາງ​ດ້ານ​ເສດຖະກິດແລະ​ການ​ສິ້ນ​ເປືອງ​ຊັບພະຍາກອນ​ທຳ​ມະ​ຊາດ​ໃນບັນດາ​ປະ​ເທດ​ອາຊີ​ອາຄະ​ເນກໍ່​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ແລະ​ວິ​ກິດ​ການທີ່​ອາດ​ຈະ​ເກີດ​ຂຶ້ນທີ່​ບໍ່​​ເຄີຍ​ມີ​ມາ​ກ່ອນ.

ຜູ້​ຊ່ຽວຊານ​ໃນຂະ​ແໜງ​ການ​ລົດຍົນ​ຂອງ​ອາ​ຊຽນສະ​ເໜີ​ວ່າ,ຄວນ​​ກຳນົດ​ຖານະ​​ໃຫ້​ແກ່ອຸດສາ​ຫະກຳ​ລົດຍົນທີ່​ພັດທະນາ​ຕາມຫຼັກ​ວິທະຍາສາດ​ໃນ​ແຜນການ​ສັງ​ລວມຂອງ​ການ​ສ້າງສາ​ເສດຖະກິດ​ແຫ່ງ​ຊາດ;ກຳນົດ​ຈຸດ​ສຸມ​ໃນ​ການ​ພັດທະນາ​ອຸດສາຫະກຳ​ລົດຍົນ​ຢ່າງ​ຈະ​ແຈ້ງ;ສົ່ງ​ເສີມ​ການຍົກ​ສູງຄຸນ​ນະພາ​ບຂອງ​ຜະລິດ​ຕະພັນປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດຂອງ​ວິ​ສາ​ຫະກິດ​ລົດຍົນ;ສຸມ​ໃສ່ສ້າງສາ​ພື້ນຖານ​ໂຄງ​ລ່າງຄົມມະນາຄົມ​ໃນ​ຕົວ​ເມືອງ,ສ້າງ​ລະບົບ​ຄົມມະນາຄົມ​ໃນ​ຕົວ​ເມືອງ​ທີ່​ທັນ​ສະ​ໄໝ.