​ເຮືອ​ໂດຍສານການທ່ອງ​ທ່ຽວ​ສາກົນ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຟື້ນ​ຟູ​ການ​ບໍລິການ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2012-10-18 11:19:06     cri
ຕອນ​ເຊົ້າ​ວັນ​ທີ17​ຕຸລາ​ນີ້, ​ເຮືອ​​ໂດຍສານ "ແມ່​ນ້ຳຂອງ​ເລກ2"ທີ່​ໄດ້​ບັນທຸກ​ນັກ​ທ່ອງ​ທ່ຽວ​ທີ່​ເປັນ​ສັນຊາດ​ອັງກິດ​21ຄົນ,ສັນ​ຊາດ​ອາ​ຟຼິກາ​ໃຕ້2ຄົນ​ໄດ້​ຄ່ອຍໆເດີນ​ເຮືອ​ອອກ​ຈາກ​ທ່າ​ເຮືອ​ຊຽງ​ຮຸ່ງຂອງ​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ​ຂອງ​ແຂວງ​ຢຸນນານ, ໄປ​ຮອດນະ​ຄອນ​ຊຽງ​​ແສງ​ຂອງ​ໄທ. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຮືອ​ໂດຍສານ​ການ​ທ່ອງ​ທ່ຽວ​ສາກົນ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໄດ້​ຟື້ນ​ຟູ​ການບໍ​ລິການ​ຢ່າງ​ເປັນ​ທາງ​ການ​ແລ້ວ.

ຫຼັງ​ຈາກຄະ​ດີທີ່​ເຈັບ​ແສບທ້າວ​ໜໍ້ຄຳ​ໄດ້​ເກີດ​ຂຶ້ນ​ເມື່ອ​ວັນ​ທີ5ຕຸລາ​2011​ແລ້ວ, ການ​ເໝົາ​ເຮືອ​ໄປ​ທ່ຽວ​​ຢູ່ຕ່າງປະ​ເທດ​ໄດ້ຢຸດ​ການ​ເຄື່ອນ​ໄຫວ​ຈົນ​ມາ​ຮອດ​ປັດຈຸບັນ. ​ແຕ່​ປີ​ນີ້​ມາ, ຄ່ຽງຄູ່​ກັບ​ສະພາບ​ການ​ສາຍ​ການ​ເດີນ​ເຮືອ​ສາກົນ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ມີ​ຄວາມ​ປອດ​ໄພ​ຫຼາຍ​ຂຶ້ນ, ນັກ​ທ່ອງ​ທ່ຽວ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ໄດ້ມີ​ຄວາມ​ໝັ້ນ​ໃຈ​ເທື່ອ​ລະ​ກ້າວ​ຕໍ່ການ​ທ່ອງທ່ຽວ​ສາກົນ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ. ​ເດືອນ​ພະຈິກ​ໜ້ານີ້, ຍັງ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຈີນ-ຕ່າງ​ປະ​ເທດ3​ກຸ່ມເລືອກ​ໃຊ້​ບໍລິການ​​ເຮືອ​ໂດຍສານ​ຈີນ​ຈາກທ່າ​ເຮືອ​ຊຽງ​ຮຸ່ງຂອງ​ຈີນ​ໄປທ່ອງ​ທ່ຽວຮອດ​ລາວ, ມຽນມາ, ​ໄທ​ແລະ​ບ່ອນ​ອື່ນໆ.