ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຈີນຢ້ຽມຢາມຟີລິບປິນ
(GMT+08:00) 2012-10-19 11:21:00 cri
ວັນທີ18ຕຸລານີ້, ທ່ານຫຸງເຫຼີຍ, ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຂ່າວວ່າ, ທ່ານນາງຟູ້ອິງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຈີນໄດ້ເດີນໄປຢ້ຽມຢາມຟີລິບປິນແຕ່ວັນທີ18ຫາວັນທີ20ຕຸລານີ້ຕາມຄຳເຊີນ, ເພື່ອແລກປ່ຽນຄວາມຄິດຄວາມເຫັນກັບຟີລິບປິນກ່ຽວກັບການພົວພັນລະຫວ່າງຈີນກັບຟີລິບປິນແລະບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ຈີນແລະຟີລິບປິນເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ,ຈີນເອົາໃຈໃສ່ການພົວພັນລະຫວ່າງຈີນກັບຟີລິບປິນ,ຍິນດີຮ່ວມກັບຟີລິບປິນ,ຊຸກຍູການພົວພັນລະຫວ່າງຈີນກັບຟີລິບປິນໃຫ້ຂະຫຍາຍໄປໜ້າຢ່າງປອດໄພແລະໝັ້ນຄົງ.