ທ່ານ​ຮອງ​ອຳນວຍ​ການ ບໍລິສັດ​ຊີມັງ​ລາວ​ຕີ​ລາຄາ​ສູງຕໍ່​ລາວ​ເຂົ້າ​​ເປັນ​ສະມາຊິກອົງການການ​ຄ້າ​ໂລກ(ສຽງ)

(GMT+08:00) 2012-10-31 14:54:47     cri









ໃນ​ວັນທີ26 ຕຸ​ລາ ປີ 2012ນີ້, ທາງອົງການໆຄ້າໂລກໄດ້ຮັບເອົາລາວເຂົ້າເປັນປະເທດສະມາຊິກອົງການໆຄ້າໂລກ ຫຼືWTO, ເຊິ່ງເປັນ
ປະເທດທີ 158, ທີ່ນະຄອນເຊີແນວ, ປະເທດສະວິດເຊີແລນ. ໃນໂອກາດ​ທີ່​ລາວ​ໄດ້​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການໆຄ້າ​ໂລກຢ່າງ​ເປັນ
​ທາງ​ການ​ແລ້ວ, ທີມງານ CRI​ໄດ້ໄປສຳພາດ​ບໍລິສັດ​ຊີມັງ​ລາວ ຈຳກັດ​ຕາງໜ້າ​ໂດຍ​ທ່ານ ທອງ​ປົນ ກິ່ງ​ຄຳ​​ເພັດ, ຮອງ​ອຳນວຍ​ການບໍ
ລິສັດ​ຊີມັງ​ລາວຈຳກັດກ່ຽວກັບຄຳຄິດຄຳເຫັນ, ການປັບຕົວແລະການກະກຽມຂອງບໍລິສັດຊີມັງລາວເພື່ອເຊື່ອມໂຍງເຂົ້າໃນຕະຫຼາດສາກົນ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ກ່ອນອື່ນ ທ່ານ​ທອງ​ປົນ ກິ່ງ​ຄຳ​ເພັດ​ໄດ້ສະແດງ​ຄຳ​ຍ້ອງຍໍ-​ຊົມ​ເຊີຍ ​ໃນ​ໂອກາດ​ດີ​ທີ່​ລາວ​ໄດ້​ເຂົ້າ
​ເປັນ​ສະມາຊິກ​ຂອງ​ອົງ​ການໆຄ້າ​ໂລກ​ຢ່າງ​ເປັນ​ທາງ​ການ, ທ່ານ​ກ່າວ​ວ່າ:  "ກໍ່​ສະ​ແດງ​ຄວາມ​ຍິນ​ດີ​ເປັນ​ຢ່າງ​ສູງ​ທີ່ສປປ ລາວ​ໄດ້​ມີ​ໂອກາດ
​ເຂົ້າ​ໄປ​ສູ່​ເວທີ​ໂລກ​, ໃນ​ອົງການໆຄ້າ​ສາກົນນີ້ ​ເຊິ່ງມັນ​ໄດ້​ເຮັດ​ໃຫ້​ພວກ​ເຮົາມີ​​ໂ​ອກາດ​ທີ່​ຈະ​ພັດທະນາ​ຕົວ​ເອງ​ສູງ​ຂຶ້ນ, ທາງ​ດ້ານ​ເສດຖະ
ກິດ ພວກ​ເຮົາ​ສາມາດ​ແຂ່ງຂັນ​ໄດ້​ກັບ​ບັນດາ​ປະ​ເທດ​ທີ່ຢູ່​ໃກ້​ຄຽງຫຼືຢູ່ອະນຸ​ພາກພື້ນຫຼື ສາກົນ ​ແລະ ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ທີ່​ພວກ​ເຮົາ​ມີ​ໂອ
ກາດ​ເຂົ້າ​ໄປ​ໄດ້​ເຖິງ​ກໍ່​ຄື ພວກ​ເຮົາ​ຈະ​ສາມາດ​ມີ​ສິດທິ​ພິ​ເສດຫຼາຍຢ່າງ​ທີ່​ຈະ​ນຳ​ສິນຄ້າ​ຂອງ​ຕົນ​ເອງ​ເຂົ້າ​ໄປ​ໃນ​ປະ​ເທດ​ສະມາຊິກ​ດ້ວຍ​ກັນ"


​ທ່ານ ທອງ​ປົນ ກິ່ງ​ຄຳ​ເພັດ​ໄດ້ຕີລາຄາສູງຕໍ່ບົດບາດທີ່ລາວ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງ​ການໆຄ້າໂລກ, ທ່ານກ່າວວ່າ:ຫຼັງຈາກທີ່ລາວໄດ້
ເປັນສະມາຊິກຂອງອົງການໆຄ້າໂລກແລ້ວລາວຈະມີບົດບາດໃນເວທີສາກົນສູງຂຶ້ນເປັນຕົ້ນວ່າ: ສາມາດສະ ແດງໃຫ້ທັງໂລກໄດ້ຮູ້ວ່າ
ລາວເປັນປະເທດນ້ອຍໆ ແຕ່ເຕັມໄປດ້ວຍສັກກະຍະພາບສູງທີ່ສາມາດເຂົ້າເປັນສະມາຊິກຂອງອົງການໆຄ້າໂລກ ຫຼື ລະດັບສາກົນໄດ້
ແລະ ທົ່ວໂລກກໍ່ຕ້ອງໄດ້ເຂົ້າໃຈວ່າລາວມີສະຖຽນລະພາບທາງດ້ານການເມືອງທີ່ໝັ້ນຄົງພໍສົມຄວນ ແລະ ມີຖານເສດຖະກິດທີ່ສາມາດ
ແຂ່ງຂັນກັບສາກົນໄດ້!". ​ເພື່ອ​ເຮັດ​ໃຫ້​ບໍລິສັດ​ປັບ​ຕົວ​ເຂົ້າ​ກັບ​ໂອກາດ​ດັ່ງກ່າວ, ບໍລິສັດຊິມັງລາວກໍ່ໄດ້ມີ​ການ​ກະກຽມ, ​ແຕ່​ມັນບໍ່ເປັນເລື່ອງ
ງ່າຍພໍເທົ່າໃດ ​ເພາະວ່າບໍລິສັດຢູ່ໃນລາວກໍ່ຍັງບໍ່ທັນມີປະສົບການສູງທີ່ຈະສາມາດໄປແຂ່ງຂັນກັບສາກົນໄດ້. ທ່ານ​ ທອງ​ປົນ ກິ່ງ​ຄຳ​ເພັດ
ກ່າວ​ວ່າ:

ພວກເຮົາຕ້ອງປັບປຸງໃຫ້ບັນດາຜະ ລິດຕະພັນຂອງພວກເຮົາສາມາດແຂ່ງຂັນໄດ້ໃນຕະຫຼາດ ແລະ ກ່ອນຈະແຂ່ງຂັນໄດ້ໃນຕະຫຼາດນັ້ນ
ມັນຈະຕ້ອງໄດ້ ອັນທີໜຶ່ງກໍ່ຄືຄຸ້ມຄອງ ຫຼື ຄວບຄຸມລາຄາຕົ້ນທຶນການຜະລິດໃຫ້ຕໍ່າລົງ ເພື່ອໃຫ້ສາມາດແຂ່ງຂັນໄດ້, ອັນທີສອງກໍ່ຄືຄຸນະ
ພາບໃຫ້ມີຄວາມຍືນຍົງ, ໃຫ້ມີມາດຕະຖານສາກົນເຂົ້າມາຢູ່ໃນການຄວບຄຸມການຜະລິດ, ເພື່ອເຮັດໃຫ້ສາກົນຮັບໄດ້ກ່ຽວກັບມາດຕະຖານ
ຂອງພວກເຮົາ ແລະ ບັນຫາອັນທີສາມກໍ່ຄືປະລິມານຂອງຜະລິດຕະພັນ ກໍ່ຕ້ອງໄດ້ສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ
ເພື່ອບໍ່ໃຫ້ສັງຄົມບ່ຽງຄວາມສົນໃຈໄປຫາຜະລິດຕະພັນອື່ນທີ່ຄ້າຍຄືກັນກັບຂອງພວກເຮົາ!"