​ກອງ​ປະຊຸມ​ພາກ​ທຸລະ​ກິດ​​ອາຊີ-​ເອີຣົບຄັ້ງ​ທີ 13 ຈະ​ເປັນ​​​ໂອ​ກາດ​ທີ່​​ດີ​​ໃຫ້​​ແກ່​​ນັກ​ທຸ​ລະ​​ກິດ​​​ລາວ

(GMT+08:00) 2012-11-04 14:46:31     cri


(ທ່ານນາມ ວິຍະເກດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ລາວໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ cri)

ວັນ​ທີ 4 ພະ​ຈິກ​ນີ້, ທີ່​ນະຄອນຫຼວງ​ວຽງ​ຈັນ ​ໃນ​ລະຫວ່າງ​ດໍາ​ເນີນ​ກອງ​ປະຊຸມພາກ​ທຸລະ​ກິດ​ອາຊີ​ເອີ​ຣົບຄັ້ງທີ 13, ທ່ານ ນາມ ວິ​ຍະ​ເກດ ລັດຖະມົນຕີ​ວ່າການ​ກະຊວງ​ອຸດ​ສາຫະກໍ​ການ​ຄ້າ​ລາວ​ໄດ້​ໃຫ້​ສໍາພາດ​ຕໍ່​ນັກ​ຂ່າວ CRI, ທ່ານ​ກ່າວວ່າ: ກອງ​ປະຊຸມ​ພາກ​ທຸລະ​ກິດ​ອາຊີ-​ເອີຣົບຄັ້ງ​ທີ 13 ຈະ​ເປັນ​​ໂອ​ກາດ​ທີ່​ດີ​ໃຫ້​ແກ່​ນັກທຸລະ​ກິດ​ລາວ.
ທ່ານກ່າວ​ວ່າ,ພວກ​ເຮົາ​ໄດ້​ຈັດ​ກອງ​ປະຊຸມ​ພາກ​ທຸລະ​ກິດ​ອາ​ຊີ​ເອີຣົບນີ້​ຢູ່​ນຳ​ກອງ​ປະຊຸມ​ອາ​ເຊັມ 9​ເທື່ອ​ນີ້,ຈຸດປະສົງ​ເປົ້າ​ຫມາຍ​ຫລັກໆ​ແມ່ນ​ຢາກ​ໃຫ້​ພາກ​ທຸລະ​ກິດສອງ​ສອງ​ທະວີບ​ນີ້​ມີ​ການ​ນຳ​ເອົາ​ບັນຫາ​ທີ່​ພົ້ນ​ເດັ່ນ, ​ເພື່ອ​ຈະ​ສົ່ງ​ເສີມ​ການ​ຮ່ວມ​ມທາງ​ພາກ​ທຸລະ​ກິດ​ຂອງ​ສອງ​ທະວີບ​ນີ້, ​ຍ້ອນ​ແນວ​ນັ້ນ​ພວກ​ເຮົາ​ຈື່ງ​​ເອົາ​ກອງ​ປະຊຸ​ມນີ້​ເປັນ​ກອງ​ປະຊຸມ​ຫຼັກ ເພື່ອ​​ໃຫ້​ພາກ​ທຸລະ​ກິດ​ມີ​ໂອກາດ​ພົບ​ປະແລະ​ແລກປ່ຽນນໍາ​ກັນ ​ແລະ​ຈາກ​ການ​ພົບ​ປະ​ຄັ້ງນີ້​ແມ່ນ​ຈະ​​ໄດ້ນໍາ​ເອົາ​ບັນດາ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ຈາກ​ຂໍ​ສະ​ເໜີ​ຕ່າງໆ​ຈາກ​ນັກຸລະກິດ​ເພື່ອນໍາ​ສະ​​ເໜີ​ກອງ​ປະຊຸ​ມພາກ​ລັດ ​ໂດຍ​ສະ​ເພາະ​ການ​ນໍາ​ຂອງ​ສອງ​ທະວີບ​ນີ້ , ​ເພື່ອ​ປຶກສາ​ແລະ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ແກ້​ໂຂ​ຂໍ້​ຫຍ້ງຍາກ​ຫຼື​ວ່າ​ອໍານວຍ​ຄວາມ​ສະດວກ​ໃຫ້​ແກ່​ພາກ​ທຸລະ​ກິດ​ຂອງ​ສອງ​ທະວີບ​ນີ້​ໃຫ້​ມີ​ການ​ຮ່ວມ​ມື​ກັນນັບ​ມື້​ນັບ​ເພີ່​ມຂື້ນ.

ທ່ານ​ກ່າວ​ອີກ​ວ່າ: ສໍາລັບ​ປະ​ເທດ​ລາວການ​ທີ່​ມາດໍາ​ເນີນກອງ​ປະຊຸມ​ຢູ່​ໃນ​ປະ​ເທດ​ລາວ​ໃນ​ຄັ້ງ​ນີ້, ຈະ​ເປັນ​​ໂອກາດ​ອັນ​ດີ​ໃຫ້​ແກ່​ພາກ​ທຸລະ​ກິດ​ລາວ​​ ໄດ້​ເຂົ້າ​ຮ່ວມ​ປຶກສາ​ຫາລືລະຫວ່າງ 2 ທະວີບມີ​ການ​ປຶກສາ​ຫາລື​ກັນ​ອັນ​ໃດ ​ແລະ​ເປັນ​ໂອກາດ​ທີ່​ນັກທຸລະກິດ​ລາວ​ຄວນ​ຈະ​ຊອກ​ຮໍ່າ ຮຽນ, ຄວນ​ຈະ​ເຂົ້າ​ຮ່ວມ​ໃນ​ລະດັບ​ໃດ. ນອກ​ຈາ​ນັ້ນ, ບັນດາ​ນັກທຸລະ​ກິດ​ທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້, ກໍ່​ຈະ​ໄດ້​ມີ​ໂອກາດ​ແລະ​ຈຸດ​ພິ​ເສດ​ຂອງ​ລາວ​ອັນ​ໃດ​ທີ່​ເຂົາ​ເຈົ້າ​ໄດ້​ມາ​ຢ້ຽມຢາມ​ລາວ​ແລະ​ໃຫ້​ຄວາມ​ສົນ​ໃຈ ​ແລະ​ຕັດສິນ​ໃຈ​ໃນ​ການ​ຮ່ວມ​ທຸລະ​ກິດຫຼືການ​ຮ່ວມ​ລົງທຶນ ​ແລະ​ນັ້ນ​ກໍ​ແມ່ນ​​ໂອ​ກາດ​ທີ່​ຈະ​ດໍາ​ເນີນ​ທຸລະ​ກິດ​ຢູ່​ໃນ​ລາວ. ​ນອກ​ນັ້ນ, ກອງ​ປະຊຸມ​ດັ່ງກ່າວຍັງ​ເປັນ​ໂອກາດ​ເປີດ​ໃຫ້​ເຫັນ​ວ່າ​ນະ​ໂຍບາຍ​ຂອງລັດຖະບານ​ລາວ​ຄື​ແນວ​ໃດ​ຕໍ່​ການສົ່ງ​ເສີມ​ພາກ​ທຸລະ​ກິດ​ຂອງ​ລາວ​ແລະ​ນີ້​ກໍ່​ເປັນ​​ໂອ​ກາດ​ໜື່ງທີ່​ເພ​ວກ​ເຮົາ​ຈະ​ນໍາ​ໃຊ້​ເພື່ອ​ຍາດ​ແຍ່ງ​ເອົາ​ຜົນ​ປະ​​ໂຫຍດມາ​ໃຫ້​ດ້ານ​ເສດຖະກິດ​ຫຼື​ດ້ານ​ທຸລະ​ກິດ​ຂອງ​ລາວ.