ກອງ​ປະ​ຊຸມ​ພາກ​ທຸ​ລະ​ກິດ​ອາ​ຊີ-ເອີ​ຮົບ​ໄດ້​ໄຂ​ຂື້ນ​ຢ່າງ​ເປັນ​ທາງ​ການ ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ

(GMT+08:00) 2012-11-04 15:19:19     cri


(ທ່ານ​ນາ​ຍົກ​ທອງ​ສິງ ທຳ​ມະ​ວົງ​ກ່າວ​ຄຳ​ປາ​ໃສ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ພາກ​ທຸ​ລະ​ກິດ​ອາ​ຊີ​ເອີ​ຣົບ​ຄັ້ງ​ທີ 13)

ຕອນ​ເຊົ້າ​ວັນ​ທີ 4 ພະ​ຈິກ​ນີ້,​ ທີ່​ໂຮງ​ແຮມ​ລາວ​ພຣາ​ຊາ​ນະ​ຄອນ​ຫຼວງ​ວຽງ​ຈັນ, ກອງ​ປະ​ຊຸມ​ພາກ​ທຸກ​ລະ​ກິດ​ອາ​ຊີ-​ເອີ​ຣົບ​ຄັ້ງ​ທີ 13 ໄດ້​ໄຂ​ຂື້ນ​ຢ່າງ​ເປັນ​ທາງ,​ທ່ານ​ທອງ​ສິງ ທໍາ​ມະ​ວົງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ກ່າວ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ​ຕໍ່​ການ​ພັດທະນາ​ເສ​ດຖະກິດ​ໂລກ,​ແລະ​ຊຸກຍູ້​ໃຫ້​ເສດ​ຖະ​ກິດ,ການ​ຄ້າ​ແລະ​ກາ​ນລົງທຶນ​ຂອງ​ສອງ​ພາກ​ພື້ນນີ້​ເຕີບ​ໃຫຍ່​ຂະ​ຫຍາ​ຍຕົວຢ່າງ​ໝັ້ນ​ຄົງ​ແລະ​ຍືນ​ຍົງ.

​ໃນ​ເວ​ລາ​ກ່າວ​ຄໍາ​ປາ​ໄສ​ໃນ​ພິ​ທີ​ເປີດ,ທ່ານ​ທອງ​ສິງ ທໍາ​ມະ​ວົງກ່າວວ່າ:ຂ້າ ພະ​ເຈົ້າ​ຫວັງ​ວ່າ​ການ​ປືກ​ສາ​ຫາລື​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ຈະ​ເປັນ​ໂອ​ກາດ​ອັນ​ດີ​ທີ່​ບັນ​ດາ​ທ່ານ ຈະ​ໄດ້​ພ້ອມ​ກັນ​ສັງ​ລວມ​ບັນ​ດາ​ຄວາມ​ເຫັນ​ທີ່​ຫຼາກ​ຫຼາຍ, ເປັນ​ປະ​ໂຫຍດ​ເພື່ອ​ຮັບ​ມື​ກັບ​ວິ​ກິດ ການ​ດ້ວຍ​ສ່ອງ​ທາງ​ທີ່​ເໝາະສົມ, ສອດ​ຄ່ອງ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ຄ້າ​ແລະ​ການ ລົງ​ທຶນ​ໃນ​ໄລ​ຍະ​ໃໝ່​ຂອງ​ໂລກ​ເວົ້າ​ລວມ ເວົ້າ​ສະ​ເພາະ​ແມ່ນ​ສອງ​ພາກ​ພື້ນ​ອາ​ຊີ-ເອີ​ຣົບຢ່າງມີ ປະສິດທິຜົນ. ກະ​ທົບ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຄ້າ ແລະ​ການ​ລົງ​ທຶນ​ໃນປັດຈຸບັນ ກໍ່​ຄື​ໃຫ້​ສອດ​ຄ່ອງ ແລະ​ແທດ​ເໝາະ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ.

ນອກ​ນີ້, ທ່ານ​ທອງ​ສິງ ທໍາ​ມະ​ວົງ​ຍັງ​ກ່າວ​ຕື່ມ​ວ່າ, ​ວັນ​ທີ26​ຕຸລາ​ຜ່ານ​ມາ​ນີ້, ລາວ​ໄດ້​ຖືກ​ຮັບ​ເຂົ້າ​ເປັນ​ສະມາ​ຊິກຂອງ​ອົງການ​ການ​ຄ້າ​ໂລກ​ຫລື WTO, ​ໃນ​ເງື່ອນ​ໄຂ​ນີ້, ລາວ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ສ້າງສັນກັບ​ບັນດາ​ປະ​ເທດ​ໃນ​ວົງ​ຄະນະ​ຍາດ​ສາກົນ,ພ້ອມ​ກັນ​ພັດ​ທະນາ​ເພື່ອ​ນໍາ​ເອົາ​ຄວາມ​ສົມບູນ​ພູນ​ສຸກ​ມາ​ໃຫ້​ແກ່​ປະຊາຊົນ​ສອງ​ພາກ​ພື້ນ​ອາຊີ ​ເອີລົບ​ໃຫ້​ນັບ​ມື້​ນັບ​ຫລາຍ​ຂຶ້ນ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ບັນ​ດາ​ຜູ້ນໍາ​ຈາກ​ພາກ​ທຸ​ລະ​ກິດ 2 ທະ​ວີບ​ອາ​ຊີ​ແລະ​ເອີ​ຣົບ​ເຂົ້າ ຮ່ວມຈໍານວນ 300 ຄົນຈາກ 42 ປະເທດ,ພ້ອມ​ດ້ວຍ​ສື່ມວນ​ຊົນ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ ເທດ, ແມ່ນ​ຈະ​ໄດ້​ດໍາ​ເນີນ​ເປັນ​ເວ​ລາ​2 ວັນໃນ​ລະ​ຫວ່າງ​ວັນ​ທີ 4- 5ພະ​ຈິກ​ນີ້.


1 2