ການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ເປັນ​ໂອກາດ​ທີ່ດີ​ໃຫ້​ແກ່​​ຜະລິດ​ຕະພັນ​ລາວ​ອອກ​ສູ່​ສາກົນ​ຫຼາຍ​ຂື້ນ

(GMT+08:00) 2012-11-04 16:01:34     cri
ວັນ​ທີ 4 ພະຈິກ​ນີ້, ທີ່​ນະຄອນຫຼວງ​ວຽງ​ຈັນ​, ​ໃນ​​ໄລຍະກອງ​ປະຊຸມພາກ​ທຸລະ​ກິດ​ອາຊີ​ເອີ​ຣົບຄັ້ງທີ 13, ທ່ານ ກິດສະໜາ ວົງ​ໄຊ, ປະທານສະພາ​ອຸດສາຫະກໍາແລະ​ການ​ຄ້າ​ລາວ​ໄດ້​ໃຫ້​ສໍາ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ: ການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ເປັນ​ໂອກາດ​ທີ່ດີ​ໃຫ້​ແກ່​​ຜະລິດ​ຕະພັນ​ລາວ​ອອກ​ສູ່​ສາກົນ​ຫຼາຍ​ຂື້ນ.

ທ່ານ​ກິດສະໜາ ວົງ​ໄຊ​ກ່າວ​ວ່າ: ລາວ​ໄດ້​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ, ພິທີ​ຮັບຮອງ​​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 26 ຕຸລາ​ທີ່​ຜ່ານ​ມາ​ນີ້, ​ເປັນ​ສິ່ງ​ທີ່​ພູມ​ໃຈ​ໃຫ້​ແກ່​ປະຊາຊົນ​ລາວ ​ພາກ​ທຸລະ​ກິດ​ລາວ ໂດຍ​ສະ​ເພະ​ແມ່ນ​ສະພາ​ອຸດ​ສະຫະ​ກໍາ​ການ​ຄ້າ​ລາວທີ່​ເປັນ​ຕົວ​​ແທນ​ໃຫ້​ພາກ​ທຸລະກິດ, ​​ແຕ່​ວ່າ​ສິ່ງ​ພູມ​ໃຈ​ດັ່ງກ່າວ​ແມ່ນ​ໄດ້​ເຮັດ​ໃຫ້​ສະພາ​ອຸດ​ສາ​ຫະກໍາ​ການ​ຄ້າ​ຕ້ອງ​ໄດ້​ມີ​ຄວາມ​ກຽມພ້ອມຫຼາຍ​ຂື້ນ ​ເພາະ​ໃນ​ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ກາກ​ນຄ້າ​ໂລກ​ນີ້​ມັນ​ມີ​ທັງ​ຂໍ້​ສະດວກ​ ແລະ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ​ໃນ​ນັ້ນ, ກ່ອນໜ້າ​ນີ້, ທາງ​ພາກ​ທຸລະ​ກິດ​ລາວ​ແລະ​ສະພາ​ອຸດ​ສາ​ຫະກໍາ​ການ​ຄ້າ​ກໍ່​ໄດ້​ມີ​ການກຽມ​, ການກຽມ​ໂຕ​ເພື່ອ​ເຮັດ​​ແນວ​ໃດ​​ມີ​ການ​ເຊື່ອມ​ໂຍງ​ກັບ​ສາກົນ ​​ໂດຍ​ສະ​ເພາະ​ແມ່ນ​​ເນັ້ນການຜະລິດ​, ​ການ​ບໍລິການ​​ໃຫ້​ໄດ້​ມາດຕະຖານ​ສາກົນ ​ແລະ​ພາກ​ພື້ນ​ຈື່ງ​ສາມາ​ແກ້ງ​ແຍ້​ງ​ແຂ່ງຂັນ​ໄດ້.ສະ​ນັ້ນ, ໜ້າ​ທີ່​ອັນ​ໜັກ​ໜ່ວງ​ສິ່ງ​ທ້າ​ທາຍ​ດັ່ງກ່າວ​ນີ້ພວກ​ເຮົາ​ຈະ​ຕ້ອງໄດ້​ຮ່ວມ​ກັບ​ທາງ​ພາກ​ລັດຖະບານ​ເພື່ອ​ເຮັດ​ໃຫ້​ພາກ​ທຸລະ​ກິດ​ລາວ​ມີ​ຄວາມ​ກຽມພ້ອມ ​ແລະ​ຈະ​ເປັນ​ໂອກາດ​ອັນ​ດີ​ໃຫ້​ແກ່​ສິນຄ້າ​ລາວ​ຫຼື​ຜະລິດ​ຕະພັນ​ລາວ​ອອກ​ສູ່​ສາກົນ​ຫຼາຍ​ຂື້ນ. ​ແລະ​ຍັງ​ຕ້ອງ​ໄດ້​ອອກ​ແຮງ​ຫຼາ​ຍຂື້ນ​ເພາະວ່າ​ທຸລະ​ກິດ​ຂອງ​ລາວ​ສ່ວນ​ຫຼາຍ​ແມ່ນ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ​.

ກອງ​ປະຊຸ​ມຄັ້ງນີ້, ສໍາລັບພາກ​ທຸລະ​ກິດ​ຂອງຈະ​ເປັນ​ໂອກາດ​ອັນ​ດີ​ ຈໍ​ານວນ​ນັກທຸລະເຊິ່ງມີ 50 ກວ່າ​ບໍລິ​ສັດທີ່​ເຂົ້າ​ຮ່ວມ​ໃນ​ມື້​ນີ້​, ​​ ​ເຂົາ​ເຈົ້າກໍ​​ຈະ​ໄດ້​ພົບກັບນັກທຸລະກິດ​ທີ່​ມາ​ຈາກ​ເອີ​ຣົບ ​ແລະ​ອາຊີຂອງ​ຫຼາຍ​ປະ​ເທດ ​ແລະ​ທໍາ​ຄວາມຮູ້ຈັກແລກປ່ຽນນາມບັດ​​​ແລະ​ສະ​ເໜີ​ທຸລະ​ກິດ​ເຊິ່ງກັນ​ແລະ​ກັນ. ສະ​ນັ້ນ, ຂ້າພະ​ເຈົ້າຄິດ​ວ່າ​​ໃນ​ໂອກ​າດຕໍ່​ໄປຫຼັງ​ຈາກ​ກອງ​ປະຊຸມ​ນີ້​ຈະ​ເຮັດ​ໃຫ້​ບັນດາ​ບໍລິສັດ​ຢູ່​ເອີຣົບ​ແລະ​ອາຊີ​ຮູ້​ປະ​ເທດ​ລາວ​ຫຼາຍຂື້ນ ບັນດາ​ນັກທຸລະກິດ​ລາວ​ຈະ​ເປັນ​ຄູ່​ຮ່ວມ​ມື​ນໍາ​ເຂົາ​ເຈົ້າ​ໃນ​ອານາ​ຄົດ ​ແລະ​ໃນ​ອານາ​ຄົດ​ກໍ່​ເຊື່ອ​ໝັ້ນ​ວ່າ​ລາວ​ຈະ​ສາມາດ​ດືງດູດ​ການ​ຄ້າ​ການ​ລົງທຶນມາ​ໃຫ້​ແກ່​ລາວ​ເຮົາ​ຢ່າງ​ແນ່ນອນ.