ບັນດາຫ້າງຮ້ານ ມອບຂອງລາງວັນໃຫ້ຜູ້ທີ່ຈະໄດ້ເປັນນາງສາວລາວປະຈໍາປີ2012

(GMT+08:00) 2012-12-01 15:59:36     cri

ຕອນບ່າຍວັນທີ 30 ພະຈິກນີ້, ທີ່ໂຮງແຮມດອນຈັນພາເຫລດ, ນະຄອນຫຼວງວຽງຈັນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ
ແລະທ່ອງທ່ຽວ ໄດ້ຈັດພິທີມອບຂອງລາງວັນໃຫ້ແກ່ຜູ້ທີ່ຈະໄດ້ຮັບຕໍາແໜ່ງນາງສາວລາວປະຈໍາປີ 2012 ເຊິ່ງຕາງໜ້າຮັບ
ໂດຍທ່ານສີແພງ ວົງປັນຍາ ຫົວໜ້າກົມວັດທະນະທໍາມະຫາຊົນ, ພ້ອມເປັນຫົວໜ້າຄະນະຮັບຜິດຊອບໂຄງການນາງສາວ
ລາວປະຈໍາປີ 2012 ກ່າວມອບໂດຍທ່ານ ພຸວະເລດ ກອງວັດທະນາສຸພາກຸ່ມບໍລິສັດລົດໃຫຍ່ເຊັບໂລເລັກສ, ທ່ານ ພຸວົງ
ພະມີສິດ ອໍານວຍການຮ້ານຄໍາພຸວົງ ແລະ ທ່ານ ນາງຈັນທະຈອນ ວົງໄຊ ຮອງປະທານກຸ່ມບໍລິສັດເຄແອນຊີຈໍາກັດ,
ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະນຸກ ມີໄຊ ຮອງປະທານສະມາຄົມນັກຂ່າວລາວພ້ອມດ້ວຍສື່ມວນຊົນທັງພາຍ
ໃນແລະຕ່າງປະເທດເຂົ້າຮ່ວມ.

 ຂອງລາງວັນທີ່ທາງຜູ້ໃຫ້ການສະໜັບສະໜູນນໍາມາມອບໃຫ້ຜູ້ທີ່ຈະໄດ້ຮັບຕໍາແໜ່ງນາງສາວລາວປະຈໍາປີ 2012 ປະກອບມີ
ລົດໃຫຍ່ເຊັບໂລເລັກສ 1 ຄັນ, ມູນຄ່າ 135 ລ້ານກີບ, ພ້ອມດ້ວຍມົງກຸດເພັດຊຸດປະດັບ ຄໍາແລະເງິນໂຄງການສະໜັບສະໜູນ
ລວມມູນຄ່າ 55 ລ້ານກີບ. ງານການປະກວດນາງສາວລາວແມ່ນເພື່ອເປັນການສົ່ງເສີມຮີດຄອງປະເພນີ ອັນດີງາມຂອງແມ່ຍິງ
ລາວບັນດາເຜົ່າໃຫ້ຄົງຢູ່ກັບຊາດລາວແມ່ຍິງລາວ, ທັງເປັນການເຜີຍ ແຜ່ມູນເຊື້ອວັດທະນະທໍາຂອງຊາດລາວ.
 
ງານປະກວດນາງສາວລາວປີນີ້ຈັດຂື້ນເປັນຄັ້ງທີ 4. ໃນຕອນເຊົ້າວັນດຽວກັນໄດ້ ມີການຄັດເລືອກນາງສາວຂັວນໃຈຊ່າງພາບ
ປະຈໍາປີ 2012 ແລະພິທີປະກວດນາງສາວ ລາວປະຈໍາປີ 2012 ຈະເລີ່ມຈັດຂື້ນໃນວັນທີ 7 ທັນວາທີ່ຈະມາເຖິງນີ້.