ທ່ານ​ຈູມ​ມາລີ ​ໄລ​ຍະ​ສອນ​ພົບ​ປະ​ກັບ​ທ່ານ​ຫລີ​ຈ້ຽນກົວະ

(GMT+08:00) 2012-12-01 17:25:47     cri
ຕອນ​ເຊົ້າ​ວັນ​ທີ 1 ທັນວາ​ນີ້,ທ່ານ​ຈູມ​ມາ​ລີ ​ໄຊ​ຍາ​ສອນ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ,ປະທານ​ປະ​ເທດ​ລາວ​ໄດ້​ພົບ​ປະ​ກັບ​ທ່ານຫລີ​ຈ້ຽນ​ໂກ,ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ຮອງ​ປະທານ​ທັງ​ເປັນ​ຮອງ​ເລຂາຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນທີ່​ພວມ​ຢ້ຽມຢາມ​ຢູ່​ປະ​ເທດ​ລາວ.

ທ່ານ​ຫລີຈ້ຽນກົວະ ​ເວົ້າ​ວ່າ, ຄະນະ​ນຳ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຊຸດ​ໃຫມ່​ແລະ​ທ່ານ​ເລຂາທິການ​ໃຫຍ່​ສີ​ຈິ້ນ​ຜິ​ງຖະຫນຸຖະຫນອມ​ແລະ​ເອົາ​ໃຈ​ໃສ່​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ພັກ​ກໍ່​ຄື​ສອງ​ປະ​ເທດ​ຈີນ​ລາວ, ຈະ​ເຮດ​ຄື​ທີ່​ຜ່ານ​ມາ, ຮ່ວມ​ກັບ​ພັກ​ແລະ​ລັດຖະບານ​ລາວ, ຍຶດຫມັ້ນທິດທາງ​ທີ່ ຫມັ້ນຄົງ​ຍາວ​ນານ, ​ເປນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ,​ໄວ້​ເນື້ອ​ເຊືອ​ໃຈ​ກັນ​ແລະ​ຮ່ວມ​ມື​ຢ່າງຮອບດານ,​ແລະ​ນ້ຳ​ໃຈ​ທີ່​ເປັນປະເທດໃກ້ຄຽງ ທີ່ດີ,ເພື່ອນ​ທີ່​ດີ,ສະຫາຍ​ທີ່​ດີ,ຄູ່​ຮ່ວມມື​ທີ່​ດີ,ຍຶດຫມັ້ນຊຸ​ກຍູ້​ການ​ພົວພັນ​ຄູ່​ຮ່ວມມືຍຸດ​ທະ​ສາດ​ຮອບດານ​ລະຫວ່າງ​ສອງປະ​ເທດ​ໃຫ້ຂະຫຍາ​ຍຕົວຢ່າງ​ປອດ​ໃສ​ຈາກດ້ານຍຸດທະ​ສາດ​ແລະ​​ຍາວ​ໄກ.

ທ່ານ​ຫລີ​ຈ້ຽນກົວະໄດ້​ແຈ້ງ​ສະພາບ​ທີ່​ກ່ຽວຂ້ອງ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ່​ແທນ​ທົ່ວ​ປະ​ເທດ​ຄ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ, ​ແລະ​ໄດ້​ຕັ້ງຫນ້າ​ຕີ​ລາຄາ​ຜົນງານ​ໃຫມ່​ຂອງ​ການ​ສ້າງສາ​ປະ​ເທດ​ລາວ,​ແລະ​ຊົມ​ເຊີຍ​ລາວ​ທີ່​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສອດ​ຍຸດ​ອາຊີ​ເອີ​ລົບ​ຄັ້ງ​ທີ 9 ຢ່າງ​ສຳ​ເລັດ​ຜົນ.

ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ​ກ່າວ​ວ່າ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຊູທຸງ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດຂອງ​ຈີນ, ​ໄດ້​ກຳນົດ​ເອົາທັດສະນະ​ພັດທະນາ​ວິທະຍາສາດ​ເປັນ​ແນວ​ຄິດ​ຊີ້​ນຳ​ຂອງ​ພັກ,ນີ້​ແມ່ນ​ຫມາກຜົນ​ຄັ້ງ​ປະຫວັດສາດ​ທີ່​ສຳຄັນ​.ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ພ້ອມ​ກັບ​ທ່ານ​ເອງ​ລ້ວນ​ແຕ່​ຮູ້ສຶກ​ວ່າ​ໄດ້​ຮັບ​ການ​ເຊີດ​ຊູ​ກຳລັງ​ໃຈ​ຫລາຍ​ຕໍ່​ການ​ໄຂ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ຢ່າງ​ມີ​ໄຊ​ແລະ​ສ່ວນ​ປະກອບ​ຄັ້ງ​ປະຫວັດສາດ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້.ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ແນ່​ວ່າ, ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ມີ​ທ່ານ​ສີ​ຈິ້ນ​ຜິ​ງ​ເປັນ​ເລຂາທິການ​ໃຫຍ່, ປະຊາຊົນ​ຈີນ​ຍ່ອມ​ຈະ​ໄດ້ຣັບຜົນງານ​ທີ່​ຮຸ່ງ​ເຮືອງ​ກວ່າ​ເກົ່າ​ໃນ​ພາລະກິດ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການ​ສ້າງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນພິ​ເສດ​ຂອງ​ຈີນ.