ຈີນ​ ລາວ ມຽນມ້າ​ແລະ​ໄທ​​ເລີ່​ມການ​ລາດຕະ​ເວນ​ຮ່ວມ​ຢູ່​ຕາມລຳແມ່​ນ້ຳຂອງ​ຄັ້ງ​ທີ 7

(GMT+08:00) 2012-12-03 14:28:57     cri
ການ​ລາດຕະ​ເວນຮ່ວມຢູ່​ຕາມ​ລຳ​ແມ່​ນ້ຳຂອງລະຫວ່າງ​ຈີນ,ລາວ, ມຽນມ້າ​ແລະ​ໄທ​ໄດ້​ເລີ່​ມຂຶ້ນ​ໃນ​ວັນ​ທີ 2 ທັນວາ​ນີ້.

ການ ລາດຕະ​ເວນ​ປະຕິບົດ​ກົດຫມາຍ​ຮ່ວມ​ເທື່ອ​ນີ້​ນອກຈາກ​ຈະລາ​ດຕະ​ເວນ​ຕະຫລອດ​ສາຍ​ແມ່​ນ້ຳຂອງ​ແລ້ວ, ກອງ​ບັນຊາ​ການ​ປະສົມ​ຂອງ​ສີ່​ປະ​ເທດ​ນີ້​ຍັງ​ຕົກລົງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ກວດກາ​​ຢູ່​ເຂດ​ຈຸດ​ສຸມ​ເປັນ​ເວລາ​ສອງ​ວັນ,​ເຂດ​ຈຸດ​ສຸມ​ນີ້​ຄື:​ເຂດນ້ຳຂອງ​ເມືອງ​ເມິງ​ຫາ​ເກາະ​ເມືອງ​ສິງ​ແລະ​ທາງບົກ​ຢູ່​ເບື້ອງ​ປະ​ເທດ​ລາວ,​ແລະ​ກວດກາ​​ເຮືອ,ບຸກຄົນ,ສິນຄ້າ​ແລະ​ວັດຖຸ​ຕ່າງໆ​ທີ່​ຫນ້າ​ສົງ​​ໄສ,​ເພື່ອ​ຕໍ່ ຕ້ານ​ກັບ​ການ​ເຄື່ອນ​ໄຫວ​ກະທຳ​ຜິດ​ທີ່​ຄ້າ​ຢາ​ເສບ​ຕິດ,ຄ້າ​ອາວຸດ​ແລະ​ການ​ລັກລອບ​ເຂົ້າ​ເມືອງ,ຮັບ​ຮູ້​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ເຮືອ​ແລະ​ສະພາບ​ການ​ຈໍລະ​ຈອນ​ທາງ​ນ້ຳຂອງ,​ແລະ​ແກ້​ໄຂ​ເຫດການ​ສຸກ​ເສີນ​ທີ່​ເກີດ​ຢູ່​ເຂດນ້ຳ​ທີ່​ມີ​ການ​ປະຕິບັດກົດ ຫມາຍ​ຮ່ວມ​ກັນ.

ນັບ​ແຕ່​ໄດ້​ລາດຕະ​ເວນ​ຮ່ວມ​ເປັນ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 10 ທັນວາ​ປີ​ກາຍ​ນີ້​ມາ, ພາກສ່ວນ​ປະຕິບັດ​ກົດຫມາຍ​ຮ່ວມຂອງ​ສີ່​ປະ​ເທດຄື:ຈີນ,ລາວ, ມຽນມ້າ​ແລະ​ໄທ​ໄດ້​ເພີ່ມ​ກຳລັງ​ຕຳຫລວດ​ແລະ​ໄດ້​ຮ່ວມ​ກັນ​ລາດຕະ​ເວນ​ຮ່ວມ​ຢູ່​ລຳ​ແມ່​ນ້ຳຂອງ​ 6 ຄັ້ງ​ມາ​ແລ້ວ,ອັນ​ໄດ້​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ແລະ​ຄວາມ​ສະຖຽນ​ລະ​ພາບ​​ຂອງ​ລຳ​ແມ່​ນ້ຳຂອງ, ​ເຊິ່ງ​ໄດ້​ຂົ່ມ​ຂວັນ​​ຂອງ​ຜູ່​ກະທຳ​ຜິດ​ທີ່​ຄ້າຂາຍ​ອາວຸດ​ແລະ​ຢາ​ເສບ​ຕິດ​ຢູ່​ຕາມ​ລຳ​ແມ່​ນ້ຳຂອງ,​ ໄດ້​ຮັບການ​ຕອບ​ຮັບ​ແລະ​ຍອມຮັບ​ຈາກ​ປະຊາຊົນ​ບັນດາ​ປະ​ເທດ​ທີ່ຢູ່​ຕາມ​ລຳ​ແມ່ນ້ຳຂອງ​ເປັນ​ຢ່າງ​ດີ.

ທ່ານຫວາງ​ປິ່ງ, ຫົວຫນ້າ​ຜູ່​ບັນຊາ​ການ​ຂອງ​ຝ່າຍ​ຈີນ​ໃນ​ການ​ປະຕິບັດ​ການ​ລາດຕະ​ເວນ​ປະຕິບັດ​ກົດຫມາຍ​ຮ່ວມ​ເທື່ອ​ນີ້, ຮອງ​ຫົວຫນ້າ​ກອງ​ປ້ອງ​ກັນຄວາມ​ສະຫງົບ​ຢູ່ຊາ​ຍ​ແດນ​ຂອງ​ແຂວງ​ຢຸນນານ​ແຈ້ງ​ໃຫ້​ຊາບ​ວ່າ, ປັດຈຸບັນ,​ໂດຍ​ລວມ​ແລ້ວສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ການ​ເດີນ​ເຮືອ​ຢູ່​ຕາມ​ລຳ​ແມ່​ນ້ຳຂອງ​ໄດ້​ດີ​ຂຶ້ນ​, ການຂົນ​ສົ່ງ​ສິນຄ້າ​ຢູ່​ຕາມ​ລຳ​ແມ່​ນ້ຳຂອງ​ທີ່​ເປັນການ​ຂົນ​ສົ່ງ​ສິນຄ້າ​ສາກົນ ທາງ​ນ້ຳ​ກໍ່​ນັບ​ມື້​ນັບ​ຮຸ່ງ​ເຮືອງ​ຂຶ້ນ,ການ​​ໄປມາຫາ​ສູ່ກັນ​ລະຫວ່າງ​ປະຊາຊົນ,ການ ຄ້າ​ແລະ​ຜູ່​ໂດຍສານ​ທີ່​ເຂົ້າ​ອອກ​ເມືອງ​ຈາກ​ທ່າ​ກວນ​ເລີຍ​ຂອງ​ສິບ​ສອງ​ພັ່ນ​ນາ​ກໍ່​ຟື້ນ​ຟູ​ຄືນ​, ຄວາມ​ປອດ​ໄພ​ຢູ​ແຫ່ງ​ນັ້ນ​ໄດ້​ຮັບ​ການ​ປັບປຸງ​ຂຶ້ນ​ຢ່າງ​ຫລວງຫລາຍ, ສະພາບ​ການ​ເດີນ​ເຮືອ​ສາກົນ​ໄດ້​ຟື້ນ​ຟູ​ສູ່​ລະດັບ​ກ່ອນ​ເກີດ​ເຫດ 5 ຕຸລາ​ 2011 ​ແລ້ວ.