ສະ​ຖານ​ທູດ​ລາວ​ປະ​ຈຳ​ສປຈີນ​ສະ​ເຫລີມ​ສະ​ຫລອງ​ວັນ​ຊາດ​ຄົບ​ຮອບ 37 ປີ

(GMT+08:00) 2012-12-04 16:21:41     cri


(ພະ​ນັກ​ງານ​ສະ​ຖານ​ທູດ​ລາວ​ປະ​ຈຳ​ຈີນ​ຖ່າຍ​ຮູບ​ຮ່ວມ​ກັບ​ນັກ​ສຶກ​ສາ​ລາວ​ທີ່​ຮຽນ​ຢູ່​ຈີນ​ໃນ​ໂອ​ກາດ​ວັນ​ຊາດ​ລາວ​ຄົບ​ຮອບ 37 ປີ)

ໃນ​ຕອນ​ຄໍ່າ​ຂອງ​ວັນ​ທີ 1 ທັນ​ວາ 2012 ນີ້, ສະ​ຖານ​ທູດ​ລາວ ທີ່ ປັກ​ກິ່ງ ຮ່ວມ​ກັນ​ກັບ​ສະ​ມາ​ຄົມ​ນັກ​ສຶກ​ສາ​ລາວ ໄດ້​ຈັດ​ງານ​ສະ​ເຫຼີມ​ສະ​ຫຼອງ​ວັນ​ຊາດ​ທີ 2 ທັນ​ວາ ຄົບ​ຮອບ 37 ປີຂຶ້ນ,​ໂດຍ​ມີ ພະ​ນັກ​ງານ​ສະ​ຖານ​ທູດ, ຊ່ຽວ​ຊານ​ລາວ ແລະ ນັກ​ສຶກ​ສາ​ລາວ ທີ່​ກໍາ​ລັງ​ຮຽນ​ຢູ່​ປັກ​ກິ່ງ ແລະ ເມືອງ​ໃກ້​ຄຽງ ເຂົ້າ​ຮ່ວມ​ທັງ​ໝົດ 130 ຄົນ.

ໃນ​ໂອ​ກາດ ນີ້, ທ່ານ ສົມ​ດີ ບຸນ​ຄຸ້ມ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະຈຳ ສປ ຈີນ ໄດ້​ບັນ​ຍາຍ​ເອ​ກະ​ສານ​ການ​ເມືອງ​ຈຳ​ນວນ​ໜຶ່ງ ຊຶ່ງ​ໃນ​ນັ້ນ​ມີ​ເອ​ກະ​ສານ​ມູນ​ເຊື້ອ​ວັນ ຊາດ 37 ປີ, ​ແລະ​ເອ​ກະ​ສານ​ຜົນ​ສຳ​ເລັດ​ການ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ອາ​ເຊັມ 9 ​ໃນ​ຕົ້ນ​ເດືອນພະຈິກຜ່ານ​ມາ​ໃຫ້​ແກ່​ນັກ​ສຶກ​ສາ​ຮັບ​ຮູ້​ທັງ​ເປັນ​ການ​ຊຸກ​ຍູ້​ໃຫ້​ເອົາ​ໃຈ​ໃສ່​ໃນ​ການ​ສຶກ ສາ​ຮໍ່າ​ຮຽນ​ເພື່ອ​ນຳ​ເອົາ ຄວາມ​ຮູ້​ຄວາມ​ສາ​ມາດ​ໄປ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ອາ​ນາ​ຄົດ.

ນອກ​ຈາກ​ນັ້ນ, ຍັງ​ໄດ້​ມີ​ການ​ແຂ່ງ​ຂັນ​ກິ​ລາ ເຊັ່ນ: ກິ​ລາ​ຕີ​ດອກ​ປີກ​ໄກ່, ​ແລະ​ກິລາ​ເປ​ຕັງ​.ພ້ອມ​ນັ້ນ,ຍັງ​ມີ​ການ​ສະ​ແດງ​ສິນ​ລະ​ປະ​ຂອງ​ນັກ​ສຶກ​ສາ​ອັນ​ເປັນ​ການ​ເຮັດ​ໃຫ້​ການ​ສະ ເຫຼີມ​ສະ​ຫຼອງ​ວັນ​ຊາດ​ຄົບ​ຮອບ 37 ປີ ມີເນື້ອໃນ ແລະ ມີ​ບັນ​ຍາ​ກາດ​ມ່ວນ​ຊື່ນ.