ອາ​ເມ​ລິ​ກາ​ຕັ້ງໜ້າສະ​ແຫວ​ງຫາ​ການ​ເພີ່ມ​ທະວີ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ກັບປະ​ເທດ​ອາ​ຊຽນ

(GMT+08:00) 2013-02-19 16:08:54     cri
ຕາມ​ຂ່າວ​ໜັງສືພິມ​ປະຊາຊົນ​ລາຍ​ວັນ: ຂໍ້​ມູນ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ປະກາດ​ໃນ​ປີ​ກາຍ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ອາ​ຊຽນ​ແລະ​ອາ​ເມ​ລິ​ກາຕ່າງ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 4 ​ເຊິ່ງກັນ​ແລະ​ກັນ. ​ໃນ​ເວ​ລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ອັນ​ໂທ​ນິ ​​ເນ​ວ​ເຊີນ, ຫົວໜ້າ​ພະ​​ແນກການ​ພົວພັນ​ສາທາລະນະຂອງ​ສະພາ​ມົນ​ຕີ​ການ​ຄ້າ​ອາ​ເມ​ລິ​ກາ-ອາ​ຊຽນກ່າວ​ວ່າ, ອາ​ຊຽນ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ສິນຄ້າ​ອັນ​ດັບ​ທີ 4 ຂອງ​ອາ​ເມ​ລິ​ກາ, ກໍ່​ແມ່ນ​ບ່ອນ​ລົງທຶນ​​ໃຫຍ່​ທີ່​ສຸດ​ຢູ່​ອາ​ຊີ​ຂອງ​ອາ​ເມ​ລິ​ກາ. ບໍ່​ວ່າ​ເວົ້າ​ຈາກ​ດ້ານ​ການ​ເມືອງ​ຫຼື​ເສດຖະກິດ​, ອາ​ຊຽນກໍ​ແມ່ນ​ສຳຄັນ​ທີ່​ສຸດ​ສຳລັບ​ອາ​ເມ​ລິ​ກາ. ທ່ານ​ເຫັນ​ວ່າ, ອາ​ຊຽນ​ແມ່ນ​ສ່ວນ​ປະກອບ​ສຳຄັນ​​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ, ​ເຂດ​ການ​ຄ້າ​ເສລີ​ລະຫວ່າງ​ອາ​ຊຽນກັບປະ​ເທດ​ອື່ນໆ​ໄດ້​ປົກ​ຫຸ້ມ​ປະຊາກອນຫຼາຍ​ກວ່າ​ເຄິ່ງໜຶ່ງໃນ​ທົ່ວ​ໂລກ​.

​ແຕ່​ວ່າ​ໃນ​ຫຼາຍ​ປີ​ມາ​ນີ້, ສ່ວນ​ແບ່ງ​ຕະຫຼາດ​ຂອງ​ອາ​ເມ​ລິ​ກາ​ຢູ່​ອາ​ຊຽນພັດ​ຫຼຸດ​ລົງ. ລັດຖະບານ​ແລະ​ວົງ​ການ​ການ​ຄ້າ​ອາ​ເມ​ລິ​ກາ​ລ້ວນ​ແຕ່​ຮູ້ສຶກ​ເຖິງ​ຄວາມ​ຮີບ​ດ່ວນ​ຕໍ່ການ​ເພີ່ມ​ທະວີ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ກັບ​ອາ​ຊຽນ. ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 1993, ​ໃນ​ຍອດມູນ​ຄ່າ​ການ​ຄ້າ​ຕໍ່​ຕ່າງປະ​ເທດ​ຂອງ​ອາ​ຊຽນ, ອາ​ເມ​ລິ​ກາ​ກວມ​ປະມານ 20%, ​ແຕ່​ປະຈຸ​ບັນ​ໄດ້​ຫຼຸດ​ລົງ​ຕ່ຳ​ກວ່າ 10% ​ແລ້ວ. ທ່ານ​​ເນ​ວ​ເຊີນ​ກ່າວ​ວ່າ, ​​ດ້ານ​ໜຶ່ງ​ແມ່ນ​ຍ້ອນ​ວ່າ​ສະຫະພາບ​ເອີ​ລົບ, ຈີນ​ແລະ​ຍີ່ປຸ່ນ​ໄດ້​ອອກ​ແຮງ​ພັດທະນາ​ຕະຫຼາດ​ອາ​ຊຽນ, ອີກ​ດ້ານ​ໜຶ່ງ​ກໍ່​ຍ້ອນ​ວ່າ​ການ​ຄ້າ​ພາຍ​ໃນ​​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ. "​ໃນ​ຖານະ​ເປັນ​ຜູ້ຕາງໜ້າ​ຂອງ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ຢູ່​ອາ​ຊຽນ, ພວກ​ຂ້າພະ​ເຈົ້າ​ຕ້ອງການ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສົນ​ໃຈ​ຕໍ່​ເຂດ​ອາ​ຊຽນ."

ທ່ານ​​ເນ​ວ​ເຊີນ​ກ່າວ​ວ່າ, ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​​​ສົນ​ໃຈ​ນຳ​ການ​ລົງທຶນ​ຢູ່​ຂົງ​ເຂດ​ແລະ​ຂະ​ແໜງ​ການ​ຕ່າງໆ​ຂອງ​ອາ​ຊຽນ, ຈາກ​ພະລັງງານ, ​ເຄື່ອງ​ບໍລິ​ໂພ​ກ​, ​ແລະ​ຂະ​ແໜງ​ການ​ໂທລະ​ຄົມມະນາຄົມ​ເປັນ​ຕົ້ນ. ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ສົນ​ໃຈທີ່​ສຸດ​ນຳ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ອາ​ຊຽນ, ສົ່ງ​ເສີມ​ປະ​ເທດ​ສະມາຊິກ​ອາ​ຊຽນຊຸກຍູ້​ໃຫ້​ເສດຖະກິດ​ເຊື່ອມ​ໂຍງ​ເຂົ້າກັນ.