ອັດຕາ​​ເພີ່ມ​​ຂຶ້ນ​ຂອງ​​ໂຮງ​ແຮມຫວຽດນາມ​ຈະ​ຢູ່​ອັນ​ດັບ​ທີ​ໜຶ່ງ​ຂອງ​ອາຊີ​ໃນ 4 ປີ​ຕໍ່ໜ້າ

(GMT+08:00) 2013-02-21 18:33:05     cri
ຕາມ​ຂ່າວ​ໜັງສືພິມ​ເສດຖະກິດ​ແທັມ​ສ໌ຂອງ​ຫວຽດນາມ: ບົດ​ລາຍ​ງານທ່າ​ອຽງ​ພັດທະນາ​ຂອງ​ໂລກ​​ທີ່​ເຈົ້າພາບ​ຂອງ​ງານ​ຊື້​ຂາຍ​ການທ່ອງທ່ຽວ​ໂລກ​ແລະ​ບໍລິສັດEuromonitor Inertnational ປະກາດ​ນັ້ນ​ຊີ້​ອ​ອກວ່າ, ​ໂຮງ​ແຮມ​ອາຊີ​ຈະ​ເພີ່ມ​ຂຶ້ນ 7% ຕໍ່​ປີ​​ແຕ່​ປີ 2012 ຫາ​ປີ 2016, ​ໃນ​ນັ້ນ​ຫວຽດນາມ​ຈະ​ເພີ່ມ​ຂຶ້ນ 15% ຕໍ່​ປີ, ຢູ່​ອັນ​ດັບ​ທີ​ໜຶ່ງ​ຂອງ​ອາຊີ.

ຕາມ​​ສະຖິຕິ​ຂອງກົມ​ໃຫຍ່​ການທ່ອງ​ທ່ຽວ​ຫວຽດນາມ, ນັບ​ມາ​ຮອດ​​ເດືອນ​ກັນຍາ​ປີ 2012, ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ​ມີ​ບ່ອນ​ພັກ​ສຳລັບ​ນັກທ່ອງທ່ຽວ 1 ໝື່ນ 2 ພັນ 5 ຮ້ອຍ​ແຫ່ງ, ຫ້ອງ​ພັກ 2 ​ແສນ 5 ໝື່ນ​ຫ້ອງ. ​ໃນ​ນັ້ນ​ລວມທັງ​ໂຮງ​​ແຮມ​ລະດັບ​ຫ້າ​ດາວ 53 ​ແຫ່ງ, ລະດັບ​ສີ່​ດາວ 127 ​ແຫ່ງ​ແລະ​​ໂຮງ​ແຮມ​ລະດັບສາມ​ດາວ 271 ​ແຫ່ງ.