ລູກ​ເຮືອ 11 ຄົນ​ຂອງ​​ເຮືອ​ຂົນ​ສົ່ງ​ສິນຄ້າ​ກຳປູ​ເຈຍ​ທີ່​ຈົມ​ຢູ່​ເຂດ​ທະ​ເລ​ສ.​ເກົາຫຼີ​ໄດ້​ຮັບການ​ກອບ​ກູ້

(GMT+08:00) 2013-02-21 18:38:14     cri
ຕາມ​ຂ່າວCRI: ຕອນ​ເຊົ້າ​ວັນ​ທີ 21 ກຸມພາ​ນີ້​ເວລາ 7 ​ໂມງ 4ນາທີ​ຕາມ​ເວລາ​ທ້ອງ​ຖິ່ນ, ​ເຮືອ​ຂົນ​ສົ່ງ​ສິນຄ້າ​ກຳປູ​ເຈຍ​ລຳ​ໜຶ່ງ​ຈົມຢູ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ອອກ​ຂອງ​ສ.​ເກົາຫຼີ​ຍ້ອນ​ເກີດ​ອຸປະຕິ​ເຫດ. ກົມ​ຕຳຫຼວດ​ທະ​ເລ​ສ.​ເກົາຫຼີ​ໄດ້​ສົ່ງ​ຍົນ​ເຮ​ລິ​ກົບ​​​ແຕ​ແລະ​ກຳ​ປັ່ນ​ຊ່ອຍ​ເຫຼືອ​ໄປກອບ​ກູ້​ໂດຍ​ດ່ວນ. ປະຈຸ​ບັນ​ມີ​ລູກ​ເຮືອ 11 ຄົນ​ໄດ້​ຮັບ​ການກອບ​ກູ້​ແລ້ວ.