ກອງ​ປະຊຸມ​ແຈ້ງ​ຂ່າວ ການ​ສົ່ງ​ເສີມງານ​ຊຶ້ຂາຍ​ສິນ​ຄ້າ ຂາ​ເຂົ້າຂາ​ອອກ ຄຸນ​ໝິງຈີນ ຄັ້ງ​ທີ 21​ແລະງານ​ຕະຫລາດ ນັດ​ຄຸນ​ໝິງ ຄັ້ງ​ທີ່ 1 ໄດ້​ຈັດ​ຂຶ້ນ​ຢູ່ນະຄອນຫລວງ​ປັກ​ກິ່ງ

(GMT+08:00) 2013-03-02 15:55:08     cri
ກອງ​ປະຊຸມ​ແຈ້ງ​ຂ່າວ ການ​ສົ່ງ​ເສີມງານ​ຊຶ້ຂາຍ​ສິນ​ຄ້າ ຂາ​ເຂົ້າຂາ​ອອກ ຄຸນ​ໝິງຈີນ ຄັ້ງ​ທີ 21​ແລະງານ​ຕະຫລາດ ນັດ​ຄຸນ​ໝິງ ຄັ້ງ​ທີ່ 1 ໄດ້​ຈັດ​ຂຶ້ນ​ຕອນ​ບ່າຍ​ວັນ​ທີ່ 1 ມິ​ນາ 2013ນີ້ ທີ​ອາຄານ ຄຼາວພລາຊາ ​ເບ​ຈິງ​ພາ​ເລ​ສ ນະຄອນຫລວງ​ປັກ​ກິ່ງ ​(Crowne Plaza Beijing Sun Palace) ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ຊິນ​ກວາງຣົງ ​ເລຂາ​ຄະນະ​ກໍາມະການ​ປົກຄອງ​ແຂວງ​ຢູນານ ສົມທົບ​ກັບ​ກະຊວງ​ການ​ຄ້າ​ຈີນ ,ກະຊວງ​ການ​ຕ່າງປະ​ເທດ, ສະພາ​ສົ່ງ​ເສີມ​ການ​ຄ້າ​ສາກົນ​ແລະ​ສາ​ມະ​ຄົມ​ມິດຕະພາບ​ກັບ​ຕ່າງປະ​ເທດ ​ໂດຍ​ມີ​ຜູ້​ແທນ​ການ​ຄ້າ ​ແລະ​ບັນດາ​ທູຕານຸທູດ​ຂອງ​ປະ​ເທດ​ສາມະ​ຊິກ​ອາຊ​ຊຽນ ​ແລະ​ປະ​ເທດ​ໃນ​ພາກພ​ພື້ນ​ອາຊີ​ໃຕ້​ເຂົ້າຣ່ວມ​ເຊັ່ນ: ລາວ, ວຽດນາມ, ກໍາປູ​ເຈຍ, ​ໄທ, ມຽນມ້າ, ສິງກະ​ໂປ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ຟິລິປິ​ນ, ບຼູ​ໄນ, ອິນ​ເດຍ, ສີ​ລັງກາ, ອັບ​ກາ​ນິສະຖານ,ປາ​ກິ​ສະຖານ ,ມາດຼິບ, ສາ​ທາ​ລະນະ​ລັດ​ເກົາຫລີ​ແລະ​ຢີ່ປຸ່ນ​ເຂົ້າ​ຮ່ວມປະມານ 100ຄົນ.

ພາຍຫລັງ​ທ່ານ ຊິນ​ກວາງຣົງ​ໄດ້​ກ່າວ​ໄຂ​ພິທີ​ຢ່າງ​ເປັນ​ທາງ​ການ ​ແລະ​ໄດ້​ເຊີນຊວນ​​ໃຫ້​ຜູ້​ແທນ​ປະ​ເທດ​ຕ່າງໆ ຈົ່ງ​ເຂົ້າ​ຮ່ວມ​ໃນ​ງານ​ຄັ້ງ​ນີ້​ແລ້ວ​ທ່ານ​ກ່າວ​ວ່າ ປະຊາຊົນ​ຊາວ​ແຂວງ​ຢູນານ ປະມານ 46ລ້ານ​ຄົນ​ມີ​ຄວາມ​ຍິນ​ດີ​ຕ້ອນຮັບ​ບັນດາ​ຜູ້​ແທນ​ຈາກ ປະ​ເທດ​ອາຊີ​ໃຕ້, ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ອາຊີ​ຕາ​ເວັນ​ອອກ​ຈົ່ງ​ເຂົ້າ​ຮ່ວມ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ໃນ​ຄັ້ງ​ນີ້ ​ງານ​ຊຶ້ຂາຍ​ສິນ​ຄ້າ ຂາ​ເຂົ້າຂາ​ອອກ ຄຸນ​ໝິງຈີນ ຄັ້ງ​ທີ 21​ແລະງານ​ຕະຫລາດ ນັດ​ຄຸນ​ໝິງ ຄັ້ງ​ທີ່ 1 ເປັນ​ງານ​ຊື້​ຂາຍ​ສິນຄ້າ​ສາກົນ​ໃນ​ລະດັບ​ພາກພື້ນ ​ໂດຍ​ມີ​ຫລາຍ​ພາກສ່ວນ​ເປັນ​ເຈົ້າພາບ​ຮ່ວມ ​ເຊັ່ນ ກະຊວງ​ການ​ຄ້າ​ຈີນ, ​ແຂວງ​ຢູນານ ​ແຂວງ​ເຊ​ສວນ, ນະຄອນ​ຈຸ່ງ​ຈິ່ງ, ​ແຂວງ​ກຸຍ​ໂຈ​ວ ​ເຂດ​ປົກຄອງ​ຕົນ​ເອັງ​ເຜົ່າ​ຈ້ວງ​ກວາງຊີ ​ເຂດ​ປົກຄອງ​ຕົນ​ເອັງ​ທີ​ເບ​ດ ​ແລະ​ອົງການ​ປົກຄອງ​ນະຄອນ​ເສິງ​ຕູ່ ​ໂດຍ​ມີ​ອົງການ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ໄດ່ມີ​ສ່ວນ​ຮ່ວມ​ໃນ​ການຈັດ​ງານ​​ນີ້ ງານ​ຕະຫລາດນັດຄຸນ​ໝິງ​ໄດ້​ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທໍາ​ອິດ​ໃນ​​​ປີ 1993 ຜ່ານ​ການ​ພັດທະນາ​ມາ​ເປັນ​ເວລາ 20ປີ​ແລ້ວ ງານ​ຕະຫລາດນັດ​ຄຸນ​ໝິງ ​ໄດ້​ພັດທະນາ​ແລະ​ຍົກລະດັບ​​ແລະ​ມາດຕະຖານໃຫ້​ສູງ​ຂຶ້ນ ​ແລະ​ໄດ້​ຄ່ອຍໆ​ກາຍ​ເປັນ​​ເວທີພົບ​ປະ​ຂອງ​ນັກທຸລະກິດ​ລະດັບ​ສາກົນ ​ເພື່ອ​ຕົກລົງ​ຊື້​ຂາຍ​​ແລະ​ຮ່ວມ​ມື​ກັນ​ໃນ​ການ​ຊື້ຂາຍ​ສິນຄ້າ ,ງານ​ວາງສະ​ແດງ​ສິນຄ້າ ການ​ຄ້າ​ການ​ບໍລິການ​ການ​ຄ້າ​ທາງ​ເອ​ເລັກ​ໂຕຼນິກ​ເປັນຕົ້ນ ​ເຊິ່ງ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ສໍາຄັນ​ໃນ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ແລະ​ການ​ຄ້າ ລະຫວ່າງ​ຈີນ​ກັບປະ​ເທດ​ໃນ​ພາກພ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ກໍ​ຄື​ອາຊີ​ໃຕ້ ​ແລະ​ພາກພ​ພື້ນ​ມະຫາ​ສະໝຸດ​ອິນ​ເດຍ ​ໃນ​ຫລາຍ​ປີຜ່ານມາ ງານ​ຕະຫລາດ ນັດ​ຄຸນ​ໝິງ ​ໄດ້​ຮັບ​ລາງວັນ​ຕ່າງໆ​ ທີ່​ດີ​​ເດ່​ນ​ສໍາລັບ​ງານ​ວາງສະ​ແດງ​ສິນຄ້າ​ຢູ່​ຈີນ ​ເຊັ່ນ​ງານ​ວາງສະ​ແດງ​ສິນຄ້າ​ທີ່​ດີ​ເດັ່ນ​ຢູ່​ຈີນ ​ໃນ10​ອັນ​ດັບ​ງານ​ວາງສະ​ແດງ​ທີ່​ດີ​ເດັ່ນ​ຂອງ​ຈີນ ລາງວັນຜູ້​ຈັດການ​ດີ​ເດັ່ນ ​ແລະ​ລາງວັນປາ​ໂລມາ​ຄໍາ ທີ່​ເປັນ​ລາງວັນ​ດີ​ເດັ່ນ​ສໍາລັບ​ຂະ​ແໜງ​ການ​ປະຊຸມ​ແລະ​ວາງສະ​ແດງ​ສິນຄ້າ​ຂອງ​ຈີນ

​ໂອກາດ​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້ ທ່ານ​ສົມ​ດີ ບຸນ​ຄຸ້ມ ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອໍານາດ​ເຕັມ ​ແຫ່ງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ ປະ​ຈໍາ​ສາທາລະນະ​ລັດ​ປະຊາຊົນ​ຈີນ ຕາງໜ້າ​ລັດຖະບານ​ລາວ ​ໄດ້​ໃຫ້​ສໍາພາດ​ຕໍ່​ຜູ້​ສື່​ຂ່າວ ຊີ​ອາ​ໄອ ພະ​ ແນ​ກ ພາສາ​ລາວ​ວ່າ ລາວ​ກໍ​ມີ​ຄວາມ​ຍິນ​ດີ​ເຂົ້າ​ຮ່ວມກິດຈະ​ກໍານ​ນີ້ ​ແລະ​ເຫັນວ່າ​ມີ​ຈໍານວນ​ເພີ່ມ​ຂຶ້ນ​ທຸກໆ​ປີ ​ເພາະ​ເປັນ​ການ​ຊູ​ກຍູ້​ກາ​ຄ້າ ການ​ລົງທຶນ​ແລະ​ການທ່ອງທ່ຽວ​ລະຫວ່າງ​ລາວ​ແລະ​ຈີນ

ງານ​ຕະຫລາດນັດຄຸນ​ໝິງຄັ້ງ​ທີ່21 ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ່ 6 ​ເຖິງ​ວັນ​ທີ່ 10ມິຖຸນາ 2013 ​​ແລະ​ງານ​ວາງສະ​ແດງ​ສິຄ້າ​ຈີນ-ອາຊີ​ໃຕ້​ຄັ້ງ​ທໍາ​ອິດ​ກໍ​ຈະ​ຈັດ​ຂຶ້ນ​ໃນ​​ເວລາ​​ດຽວ​ກັນ. ງານ​ຕະຫລາດ​ນັດ​ຄຸນ​ມິ​ງຄັ້ງ​ນີ້​ຈະ​ມີ​ຫົວ​ຂໍ້​ຄື​ກັນ​ກັບ​ຄັ້ງ​ທີ່​ຜ່ານ​ມາ ຄື"​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​ຕ່າງໆ ຮ່ວມ​ມື​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ " ຈະ​ເສີມ​ຂະຫຍາຍ​ເນື້ອ​ໃນ​ການ​ຊື້​ຂາຍ​ໃຫ້​ຫລາຍ​ຂຶ້ນ, ຍົກ​ລະດັບ​ການ​ຊື້​ຂາຍ​ໃຫ້​ສູງ​ຂຶ້ນ ​ແລະ​ເນັ້ນ​ໃສ່​ການ​ຊື້​ຂາຍ​ໃຫ້​ມີ​ປະສິດທິ​ຜົນ ​ໃນ​ໄລຍະ​ການ​ຈັດ​ຕະຫລາດນັດ​ຄັ້ງ​ນີ້ ຍັງ​ຈະ​ຈັດ​ໃຫ້​ມີ​ກິດຈະ​ກໍາ​ຕ່າງໆ ​ເປັນຕ​ຕົ້ນ​ແມ່ນ​ການວາງສະ​ແດງ​ສິນຄ້າ ງານ​ຈັດ​ຊື້​ສິນຄ້າ ອາຊີ​ໃຕ້ ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ກ່ຽວ​ກັບ​ເສດຖະກິດ​ການ​ຄ້າ​ຈີນ-ສະຫະພັນ​ການ​ຮ່ວມ​ມື​ອາຊີ​ໃຕ້ ຫລື SAARC , ​ເວທີ​ປຶກສາ​ຫາລື​ການ​ຄ້າ​ຈີນ-ອາຊີ​ໃຕ້, ກອງ​ປະຊຸມ​ນັກທຸລະກິດ​ເຊື້ອສາຍ​ຈີນ​ຂອງ​ອາຊຽນ ​ແລະ​ເວທີ​ປຶກສາ​ຫາລື​ນັກທຸລະກິດ​ເຊື້ອສາຍ​ຈີນ​ຂອງ​ອາຊີ​ປາຊີ​ຟິກ, ​ເວທີ​ປຶກສາ​ຫາລື​ຜູ້​ຊົງ​ຄຸນ​ວຸດ​ທິຈີນ-ອາຊີ​ໃຕ້, ​ເວທີ​ປຶກສາ​ຫາລື​ສາ​ມະ​ຄົມ​ມິດຕະພາບ​ຈີນ-ອາຊີ​ໃຕ້ , ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ສໍາລັບ​ປະ​ເທດ​ອາຊີ​ໃຕ້, ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ແລະ​ການ​ຄ້າ​ສໍາລັບ​ນັກທຸລະກິດ​ເຊື້ອສາຍ​ຈີນ​ຢູ່​ຕ່າງປະ​ເທດ, ສັບປະດາ​ສິລະ​ປະ​ໂທລະພາບ​ຈີນ-ອາຊີ​ຕາ​ເວັນ​ອອກສຽງ​ໃຕ້-ອາຊີ​ໃຕ້,ສັບປະດາ​ກິດຈະ​ກໍາ​ແລວ​ເສດຖະກິດ​ອານຸພາກພ​ພື້ນ​ແມ່​ນໍ້າຂອງ ຫລື GMS ​ແລະ​ກອງ​ປະຊຸມ​ຄຸນ​ໝິງກ່ຽວ​ກັບ​ການ​ຮ່ວມ​ມື​ຂະ​ແໜງ​ການ​ຕ່າງໆ​ລະຫວ່າງ​ຈີນ​ກັບ​ອາຊ​ຊຽນ.