ນາຍົກລັດຖະມົນຕີກຳປູ​ເຈຍ​ອວຍພອນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທຳ​ອິດ​ຂອງ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12

(GMT+08:00) 2013-03-06 19:37:13     cri
ຕາມ​ຂ່າວCRI: ວັນ​ທີ 5 ມີນາ​ນີ້, ທ່ານ​ຮຸນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ກ່າວ​ອວຍພອນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທຳ​ອິດ​ຂອງ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ​ທີ່​ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ​ແລະ​ອວຍພອນ​ໃຫ້​ກອງ​ປະຊຸມ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ແມັດ​ເຕັມ​ໜ່ວຍ.

ທ່ານ​ຮຸນ​ແຊນ​ຕີ​ລາຄາ​ສູງ​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ທີ່​ທ່ານ​ເວີນ​ເຈ່ຍ​ປາວ​​ທີ່​ໄດ້​ສະ​ເໜີ​ຕໍ່​ກອງ​ປະຊຸມ, ​ແລະ​ກ່າວ​ວ່າ​ເຊື່ອ​ວ່າ​ຜູ້ນຳ​ຈີນ​ຊຸດ​ໃໝ່​ຈະ​ບໍ່​ປ່ຽນ​ແປງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ຂະຫຍາຍ​ການ​ພົວພັນ​ມິດຕະພາບ​ກັບປະ​ເທດ​ອ້ອມ​ຂ້າງ​​ແລະ​ປະ​ເທດ​ທີ່​ພວມ​ພັດທະນາ.