ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກລັດຖະບານຈີນ

(GMT+08:00) 2013-03-07 18:09:22     cri
ຕອນບ່າຍຂອງວັນທີ7ເດືອນມີນາ,ຢູ່ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ(ຄຊກລ), ໄດ້ມີພິທີມອບ-ຮັບເຄື່ອງອຸປະກອນດ້ານການແພດທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ ໃຫ້ແກ່ລັດຖະບານລາວ,ເພື່ອຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກຢູ່ລາວ. ຢູ່ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ(ຄຊກລ).


   ​ໃນ​ພິທີ​ດັ່ງກ່າວ, ​ຝ່າຍ​ມອບ​ແມ່ນທ່ານ ນາງ ປູຈ້ຽນກົວ ເອກອັກຄະລັດຖະທູດຈີນປະຈຳລາວ, ​ແລະ​ມີທ່ານ ບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳຫ້ອງການລັດຖະບານ, ຫົວໜ້າຄະນະພັດທະນາຊົນນະບົດແລະລຶບລ້າງຄວາມທຸກຍາກຂັ້ນສູນກາງ, ປະທານຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ​ເປັ​ນຜູ້ຕາງໜ້າ​ຝ່າຍ​ຮັບ,ພ້ອມກັນ​ນັ້ນ​ມີແຂກທຸກໆທ່ານເຂົ້າຮ່ວມເປັນສັກຂີພະຍານໃນພິທີ.

​ໃນ​ເຄື່ອງ​ຊ່ວຍ​ເຫຼືອ​ທີ່​ຝ່າຍ​ຈີນ​ມອບ​ໃຫ້​ຝ່າຍ​ລາວ​ຄັ້ງ​ນີ້​ມີ​ເຄື່ອງ​ອຸ​ປະ​ກອນ​ການ​ແພດ ແລະ ​ລົດ​ພະ​ຍາ​ບານທີ່​ມີ​ມູນ​ຄ່າ 1,100,000 ຢວນ.