ກຸ່ມ​ບໍລິສັດCEECຂອງ​ຈີນ​ຈະ​ຮັບ​ເໝົາ​ກໍ່​ສ້າງ​ໂຄງການໄຟຟ້າ​ຢູ່​ຊົນນະ​ບົດທີ່​ພາກ​ໃຕ້ຂອງ​ລາວ

(GMT+08:00) 2013-03-13 20:14:22     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ12ມີນາ​ນີ້, ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ, ກຸ່ມ​ບໍລິສັດ​ເກີ​ໂຈ່​ວປ້າ​ຫຼື CGGCທີ່​ສັງ​ກັດ​ກຸ່ມ​ບໍລິສັດ​​ກໍ່​ສ້າງ​ພະລັງງານ​ຈີນ​ຈຳກັດ​ຫຼື CEEC​ໄດ້​ເຊັນ​ສັນຍາ​ກັບ​ບໍລິ​ສັດໄຟຟ້າ​ລາວ, ​ໂດຍຈະ​ຮັບ​​ເໝົາ​ກໍ່ສ້າງ​ໂຄງການໄຟຟ້າ​ຢູ່​ຊົນນະບົດທາງ​ພາກ​ໃຕ້​ຂອງ​ລາວ.

ສັນຍາ​ທີ່​ໄດ້​ເຊັນ​ກັນໃນ​ວັນ​ທີ12ມີນາ​ນີ້ຈະ​ລວມສູນ​ແຜນການ​ການ​ໃຊ້​ໄຟຟ້າ​ຢູ່​ເຂດ​ຊົນນະບົດ​ຂອງ​4​ແຂວງ​ ພາກ​ໃຕ້​ຂອງ​ລາວ, ສ້າງ​ພື້ນຖານ​ໃຫ້​ແກ່​ລັດຖະບານ​ລາວ​ໃນການບັນລຸ​​ເປົ້າ​ໝາຍ​ທີ່ອັດຕາ​​ການ​ໃຊ້​​ໄຟຟ້າ​​ໃນ​ປີ2020ບັນລຸ​ເຖິງ90%. ທ່ານ​ນ້ຽຍ​ຄາຍ, ຮອງຜູ້ອຳນວຍການຂອງCEEC, ທ່ານ​ຈ້າວ​ເຫວີ​ນຢູ, ທີ່​ປຶ​ກສາ​​ເສດຖະກິດ​ການ​ຄ້າ​ຂອງ​ສະຖານທູດ​ຈີນ​ປະຈຳລາວ ​ແລະ​​ເຈົ້າໜ້າ​ທີ່ຂອງ​ກະຊວງ​ພະລັງງານ​ແລະ​ບໍ່​​ແຮ່ ​ແລະ​ກະຊວງ​ແຜນການ​ແລະ​ການ​ລົງທຶນຂອງ​ລາວ​ໄດ້​ເຂົ້າ​ຮ່ວມ​ພິທີເຊັນ​ສັນຍາ.
​ໃນ​ໄລຍະ​ເຄື່ອນ​ໄຫວຢ້ຽມຢາມ​ຢູ່​ລາວ, ທ່ານ​ນ້ຽຍ​ຄາຍໄດ້​​​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ບຸນ​ຍັງ ວໍລະ​ຈິດ, ຮອງ​ປະທານ​ປະ​ເທດ​ລາວ ​ແລະ​ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີລາວ, ​ໂດຍ​ໄດ້​ສະ​ແດງ​ຄວາມ​ປາ​ຖະໜາ​ໃຫ້​ຝ່າຍ​ລາວຊາບ​ເຖິງ​ການ​ໃຫ້​ຄວາມສຳຄັນຕໍ່​ຕະຫຼາດ​ລາວ​ແລະ​​ເພີ່ມການ​ລົງທຶນ​ຢູ່​ລາວ. ທ່ານ​ບຸນ​ຍັງ ວໍລະ​ຈິດ ​ແລະ​ທ່ານ​ສົມ​ສະຫວາດ ​ເລັ່ງສະ​ຫວັດ​ລ້ວນ​ແຕ່​ໄດ້​ສະ​ແດງ​ຄວາມຍິນ​ດີ​ຕ້ອນຮັບ​ກຸ່ມ​ບໍລິສັດCEECຂອງ​ຈີນມາເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ລາວ​ຢ່າງ​ກວ້າງ​ຂວາງ​ແລະ​ເລິກ​ເຊິ່ງກວ່າ​ເກົ່າ.