ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ມະນຸດ ປະ​ຈໍາ​ປີ 2013 ​ໃນ​ຫົວ​ຂໍ້: ​ໃບ​ໜ້າ​ໃໝ່​ຂອງ​ບັນ​ດາ​ປະ​ເທດ​ກໍາ​ລັງ​ພັດທະນາ ຄວາມ​ກ້າວໜ້າ​ຂອງ​ມະນຸດ.

(GMT+08:00) 2013-03-21 18:13:58     cri
ວັນ​ທີ່ 21 ມີນາ​​ນີ້, ທີ່​ນະຄອນຫລວງ​ວຽງ​ຈັນ ​ໄດ້​ມີ​ພິທີ​ນໍາ​ສະ​ເໜີ ບົດ​ລາຍ​ງານ​ການ​ພັດທະນາ​ມະນຸ​ດສາກົນ​ປະ​ຈໍາປີ 2013 ​.

ທ່ານ ບຸນ​ທະວີ ສີ​ສຸພັນ​ທອງ ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ​ແລະ​ການ​ລົງທຶນ​​ກ່າວ​ວ່າ: ບົດ​ລາຍ​ງານ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ສະບັບ​ປີ 2013​ເຊິ່ງມີ​ຫົວ​ຂໍ້: ​ໃບ​ໜ້າ​ໃໝ່​ຂອງ​ບັນ​ດາ​ປະ​ເທດ ກໍາລັງ​ພັດທະນາ: ຄວາມ​ກ້າວໜ້າ​ຂອງ​ມະນຸດ​ໃນ​ໂລກ​ແຫ່ງ​ຄວາມ​ຫລາກ​ຫລາຍ ນີ້​ແມ່ນ​ໄດ້​ທົບ​ທວນ​ໃຫ້​ເຫັນ​ບົດບາດ​ອັນ​ສໍາ​ຄັນ​ຂອງ​ການ​ພັດທະນາ​ຢູ່​ໃນ​ບັນ​ດາ​ປະ​ເທດ​ກໍາລັງ​ພັດທະນາ, ​ເຫັນ​ໄດ້​ບົດບາດ​ຂອງ​ບັນ​ດາ​ປະ​ເທດ​ກໍາລັງ​ພັດທະນາ​ພ້ອມ​ທັງ​ຜົນ​ສະທ້ອນ​ຕໍ່​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ກໍ່​ຄື​ການ​ພັດທະນາ​ໃນ​ໂລກ. ນອກຈາກ​ນີ້, ບົດ​ລາຍ​ງານ​ດັ່ງກ່າວ ​ໄດ້​ຄາດ​ຄະ​ເນ​ວ່າ ຮອດ​ປີ 2030, ຈະ​ມີ​ຫລາຍ​ກວ່າ 80%​ຂອງ​ຊົນ​ຊັ້ນ​ກາງຂອງ​ໂລກ ຈະ​ອາ​ໄສ​ຢູ່​ໃນ​ປະ​ເທດ​ກໍາລັງ​ພັດທະນາ, ​ແລະ ສອງ​ສ່ວນ​ສາມ​ຢູ່​ໃນ​ເຂດ​ອາຊີ​ປາຊີ​ຟິກ. ບົດ​ລາຍ​ງານ​ຍັງ​ຄາດ​ຄະ​ເນ​ວ່າ ຮອດ​ປີ 2020, ລວມຍອດ​ຜະລິດ​ຕະພັນ​ຂອງ​ສາມ​ປະ​ເທດ​ທີ່​ກໍາລັງ​ພັດທະນາ ​ຄື: ຈີນ, ອິນ​ເດຍ ​ແລະ ​ເບຣຊິນ, ຈະ​ຫລາຍ​ກວ່າ​ລວມຍອດ​ການ​ຜະລິດ​ຈາກ ສະຫະລັດ​ອາ​ເມ​ລິ​ກາ, ​ເຢຍລະ​ມັນ, ອັງກິດ, ຝະລັງ, ອິຕາ​ລີ ​ແລະ ກາ​ນາ​ດາ.

ບົດ​ລາຍ​ງານ​ດັ່ງກ່າວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ຈະ​ເລີ​ນກ້າວໜ້າ​ຂອງ​ບັນດາ​ປະ​ເທດ​ກໍາລັງ​ພັດທະນາ ​ໄດ້​ປ່ຽນ​​ແປງ​ໃບ​ໜ້າ​ໃໝ່​ຂອງ​​ໂລກ ​ໃນ​ສະຕະວັດ​ທີ 21 ຢ່າງ​ຊັດ​ເຈນ, ​ໂດຍ​ມີ​ບັນດາ​ປະ​ເທດ​ກໍາລັງ​ພັດທະນາ ​ເປັນ​ຕົວ​ຜັກ​ດັນ​ການ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ, ຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈໍານວນ​ຫລາຍ​ໃຫ້​ຫລຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ ພ້ອມ​ທັງ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ອີກ​ຫລາຍ​ຮ້ອຍ​ລ້ານ​ຄົນ​ຂຶ້ນ ​ໄປ​ສູ່​ສະຖານະ​ປານ​ກາງ.