ການ​ແຂ່ງຂັນ​ສອບ​​ເສັງ​ນັກຮຽນ​ເກັ່ງ​ທົ່ວ​ປະ​ເທດຂັ້ນ​ມໍ4 ​ແລະ ມ7 ຢູ່ນະຄອນຫຼວງວຽງຈັນ

(GMT+08:00) 2013-04-30 17:44:01     cri
        ການສ​ອບ​ເສັງ​ນັກຮຽນ​ເກັ່ງທົ່ວ​ປະ​ເທດ​ຊັ້ນ ມ4 , ມ7, ໄດ້​ຈັດ​ຂື້ນ​ທີ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ, ນະຄອນຫຼວງ​ວຽງ​ຈັນ​ວັນ​ທີ 30 ​ເມສາ​ນີ້. ​ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ລີ​ຕູ້ ​ບົວ​ປາວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ , ກົວ​ໜ້າ​ກົມ, ຮອງ​ກົມ,​ ຜູ້ອຳນວຍການ, ອົງການ, ບໍລິສດພາກ​ລັດ ​ແລະ ພາກ​ເອກະ​ຊົນ​, ຄຸ​ນຳພາ ພ້ອມ​ດ້ວຍ​ນ້ອງ​ນັກຮຽນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

    ການ​ແຂ່ງຂັນ​ສອ​ບ​ເສັງ​ນັກຮຽນເກັ່ງຄັ້ງນີ້, ມີນັກຮຽນ​ເຂົ້າຮ່ວມ​ແຂ່ງຂັນ​ຄັ້ງນີ້ມີ 172 ຄົນ. ຍິງ 51 ຄົນ, ​ໃນ​ນັ້ນ​ນັກ​ສອບ​ເສັງ​ແຂ່ງຂັນ​ລະດັບ​ມັດທະ​ຍົມ ມ​.4 ມີ 72 ຄົນ, ຍິງ 24 ຄົນ. ນອກຈາກ​ນັ້ນ​ຍັງ​ມີການ​ສອບ​ເສັງ​ສາຍ​ຫ້ອງ​ພອນ​ສະຫວັນ​ ມ.7 ມາ​ຈາກ 4 ​ໂຮງຮຽນ ຈຳນວນ 32 ຄົນ, ຍິງ 7 ຄົນ, ​ຈາກ 16 ​ແຂວງ ​ແລະ ນະຄອນຫຼວງ​​. ວິຊາ​ສອບ​​ເສັງ​ຄັ້ງ​ນີ້​ມີ​ 4 ວິຊາ​ຫຼັກ​ຄື ວິຊາ: ​ພາສາ​ລາ​ວ-ວັນນະ​ຄະດີ, ຄະນິດສາດ, ຟິຊິກ​ສາດ ​ແລະ ​ເຄມີ​ສາດ. ການ​ແຂ່ງຂັນ​ສອບ​ເສັງນັກຮຽນ​ເກັ່ງຂັ້ນມັດທະຍົມ​ຕົ້ນ​ໄດ້​ເລີ່​ມ​ແຕ່​ພາກຮຽນ​ທີ​ 2 ​ເປັນ​ຕົ້ນ​ມາ, ​ໂດຍ​ມີ​ການ​ແຂ່ງຂັນ​ພາຍ​ໃນ​ໂຮງຮຽນ, ​ແຂ່ງຂັນ​ລະດັບຂັ້ນ​ເມືອງ ​ແລະ ​ຂັ້ນ​ແຂວງຈົນ​ຮອດ​ທ້າຍ​ເດືອນ​ມີນາ​ຈື່ງ​ສຳ​ເລັດ​ການ​ແຂ່ງ​ຂັນ​ນັກຮຽນ​ເກັ່ງ​ຊັ້ນ​ມັດທະ​ຍົມຊັ້ນ ມ.4 ​ແລະ ມ.7 ​

    ທ່ານ ລີ​ຕູ້ ​ບົວ​ປາວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ໃຫ້ຮູ້ວ່າ: ເພື່ອປະຕິບັດໄປຕາມແຜນຍຸດທະສາດແຫ່ງຊາດ ແມ່ນໄດ້ເນັ້ນການສອນໃຫ້ມີຄຸນນະພາບຂອງຄູອາຈານໃນ​​ແຕ່​ລະເມືອງ, ແຂວງ. ເພື່ອຄັດເລືອກເອົານັກຮຽນຜູ້ທີ່ຮຽນເກັ່ງເປັນຕົວແທນນັກຮຽນລາວໄປແຂ່ງຂັນລະດັບພາກພື້ນ. ໃນແຕ່ລະປີບັນດາກະຊວງສຶກສາຂອງປະເທດສະມາຊິກອາຊຽນ ໄດ້ມີຈັດການແຂ່ງຂັນສອບເສັງນັກຮຽນເກັ່ງທີ່ເອີ້ນວ່າ: " ໂອແລມປຽນ " ໂດຍສະເພາະແມ່ນວິຊາທຳມະຊາດເຊັ່ນ: ຄະນິດສາດ, ຟິຊິກສາດ, ເຄມີສາດ. ​ໃນນັ້ນ, ກະຊວງ​ສຶກສາ​ທິການ ​ແລະ ກິລາ​ລາວກໍ່ໄດ້ສົ່ງນັກຮຽນເກັ່ງ​ລະດັບ​ຊັ້ນ ​ມ 4, ມ 7 ເຂົ້າຮ່ວມແຂ່ງຂັນກັບບັນດາປະເທດສະມາຊິກອາຊຽນທຸກໆ​ປີ. ສຳລັບ​ຜົນ​ການ​ສອບ​ເສັງ​ຄັດ​ເລືອກນັກຮຽນ​ເກັ່ງຈະ​​ໄດ້ປະກາດ​ຜົນ​ໃນ​ວັນ​ທີ 3 ພຶດສະພາ​ນີ້.