ກອງປະຊຸມ​ຄັ້ງ​ທີ6​ຂອງກຳມາ​ທິການ​ຊີ້​ນຳ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຈີນຫວຽດນາມ​ໄດ້ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແລະ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້

(GMT+08:00) 2013-05-12 13:39:24     cri
ວັນ​ທີ11​ພຶດສະພາ​ນີ້, ກອງປະຊຸມ​ຄັ້ງ​ທີ6​ຂອງກຳມາ​ທິການ​ຊີ້​ນຳ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຈີນຫວຽດນາມ​ໄດ້ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ທ່ານ​ຢາງ​ເຈຍ​ສື ປະທານ​ຝ່າຍ​ຈີນ, ທີ່​ປຶກສາ​​ແຫ່ງ​ລັດ​ຈີນ ​ແລະ ທ່ານ​ຫງວຽນທຽນ​ນັນ ປະທານ​ຝ່າຍ​ຫວຽດນາມ ຮອງ​ນາຍົກລັດຖະມົນຕີຫວຽດນາມ​ໄດ້​ເປັນ​ປະທານ​ຄູ່​ຂອງກອງ​ປະຊຸມ. ກອງ​ປະຊຸມ​ໄດ້​ກ້າ​ວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງກວ້າງຂວາງ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ​ຫວຽດນາມ, ​ແລະ​ກ່າວ​ວ່າ​ຈະແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​ຢ່າງ​ເໝາະ​ສົມ, ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ທາງ​ທະ​ເລ.

ທ່ານ​ຢາງ​ເຈຍ​ສື​ຊີ້​ອອກ​ວ່າ, ນັບ​ແຕ່​ກຳມາ​ທິການ​ຊີ້​ນຳ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຈີນ​ຫວຽດນາມສ້າງ​ຕັ້ງ​ຂຶ້ນ7​ປີ​ມາ​ນີ້, ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນສຳຄັນ​ໃນ​ການ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ຄວນຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​ຄື​ກັນ​ລະຫວ່າງທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຈີນ​ ​ກັບ​ ທ່ານ​ຫງວຽນ​​ຟູ​ຈົງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ, ຍຶດໝັ້ນ​ທິດອັນຖືກຕ້ອງ​ແຫ່​ງການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈາກ​ຄວາມ​ສູງ​ດ້ານຍຸດ​ທະ​ສາດ​ແລະ​ມີ​ສາຍຕາ​ຍາວໄກ, ຊຸກຍູ້​ການ​ຮ່ວມ​ມື​ດ້ານຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ​ເຮັດ​ວຽກ​ຕົວ​ຈິງ​ໃຫ້​ຫຼາຍເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ. ​ໂດຍ​ນຳ​ໃຊ້​ກົນ​ໄກ​ສົນທະນາ​ແລະ​ເຈລະຈາ​, ຄວບ​ຄຸມ​ແລະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ຢູ່​ທະ​ເລ​ຈີນ​​ໃຕ້​ຢ່າ​ງບັງ​ເກີດ​ຜົນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເທິງ​ທະ​ເລ, ພະຍາຍາມ​ຫັນ​ຄວາມ​ຂັດ​ແຍ່ງ​ກັນ​ເປັນ​ໂອກາດ​ດຳ​ເນີນ​ການ​ຮ່ວ​ມມື​ກັນ.

ທ່ານ​ຫງວຽນທຽນ​ນັນ​ກ່າວ​ວ່າ, ພັກ​ແລະ​ລັດຖະບານ​ຫວຽດນາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ຮ່ວມ​ມືດ້ານ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ​ກັບ​ຈີນ, ຍິນ​ດີ​ລົງ​ເລິ​ກການ​ພົວພັນ​ມິດຕ​ະພາບ​ທີ່​ເປັນ​ສະຫາຍທັງ​ເປັນ​ອ້າຍ​ນ້ອງ​​ລະຫວ່າງ​ສອງ​ພັກ​ແລະ​ສອງ​ລັດຢ່າງ​ບໍ່​ຢຸດ​ຢັ້ງ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ຢ່າງຮອບດ້ານ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​ຢ່າງ​ເໝາະ​ສົມ.

ສອງ​ຝ່າຍ​ຍັງ​ໄດ້​ທົບ​ທວນຄືນ​ຜົນສຳ​ເລັດ​ດ້ານ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໃນ​ໄລຍະ​ໜຶ່ງ​ປີ​ມາ​ນີ້, ​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ, ການ​ປ້ອງ​ກັນ​ປະ​ເທດ, ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ໝັ້ນຄົງ, ​ເສດຖະກິດ​ການ​ຄ້າ​, ການ​ຮ່ວມ​ມື​ຈີນ​ອາ​ຊຽນ​ແລະ​ອື່ນໆ, ຊຸ​ກຍູ້​ໃຫ້ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງສອງ​ປະ​ເທດ​ໄດ້​ຮັບ​ຜົນສຳ​ເລັດ​ຫຼາຍ​ກວ່າ​ເກົ່າ.