ພາກ​ໃຕ້​ໄທ​ໄດ້​ເກີດ​​ເຫດກາ​ນລະ​ເບີດ,ທະຫານ8ຄົນ​ເສຍ​ຊີວິດ

(GMT+08:00) 2013-06-29 15:24:38     cri

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ແຈ້ງ​ໃຫ້​ຮູ້​ວ່າ, ວັນ​ທີ 29 ມິຖຸນາ​ນີ້, ຢູ່​ຈັງຫວັດ​ຍະ​ລາ ພາກ​ໃຕ້​ໄທ​ໄດ້​ເກີດ​ເຫດການ​ລະ​ເບີດ​ຢູ່​ແຄມ​ທາງ, ​ເຮັດ​ໃຫ້​ທະຫານ 8 ຄົນ​ເສຍ​ຊີວິດ,ນອກ​ນີ້ ຍັງ​ມີ 4 ຄົນ​ບາດ​ເຈັບ.

ລະຫວ່າງ 6 ​ໂມງ 30 ນາທີ​ ວັນ​ທີ 29 ມິຖຸນາ​ນີ້ ຕາມ​ເວລາ​ຕ້ອງ​ຖິ່ນ, ​ໃນ​ເວລາທະຫານ 10 ຄົນ​ຂີ່​ລົດ​ປັບ​ທຸກທະຫານ​ ຜ່ານ​ຖະໜົນ​ສາຍ​ໜຶ່ງ​ຢູ່ຊົນນະບົດ​ຈັງຫວັດ​ຍະ​ລາ, ​ໄດ້​ເກີດ​ເຫດການ​ລະ​ເບີດ​ຢູ່​ແຄມ​ທາງ. ປັດຈຸບັນ, ຜູ້​ບາດ​ເຈັບ​ໄດ້​ຖືກ​ສົ່ງ​ໄປ​ໂຮງ​ໝໍ​ທີ່​ຢູ່​​ມໍ່, ຕຳຫຼວດ​ພວມ​ສຳ​ຫຼວດເຫດການ​ເທື່ອ​ນີ້.

ນັບ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ, ກຳລັງ​ປະກອບ​ອາວຸດ​ລັດທິ​ແບ່ງ​​ແຍກ​ພາກ​ໃຕ້​​ໄທ​ໄດ້​ກໍ່​ເຫດການ​ຫຼາຍ​ເທື່ອ. ຕາມ​ສະຖິຕິ, ​ເຫດການ​ກຳລັງ​ຮຸນ​ແຮງ​ຕ່າງໆ ​ເຊັ່ນ, ການ​ລະ​ເບີດ, ການ​ຍິງ​ປືນ ​ແລະ ການ​ລັກ​ພາ​ຕົວ​ເປັນ​ຕົ້ນ​ໄດ້​ເຮັດ​ໃຫ້​ຫຼາຍ​ກວ່າ 5 ພັນ​ຄົນ​ເສຍ​ຊີວິດ, 9 ພັນ​ຄົນ​ບາດ​ເຈັບ.

ນັບ​ແຕ່​ທ້າຍ​ເດືອນ​ມີນາ​ປີ​ນີ້​ເປັນ​ຕົ້ນ​ມາ, ພາຍ​ໃຕ້​ຄວາມ​ໄກ່​ເກ່ຍຂອງ​ມະ​ເລ​ເຊຍ, ລັດຖະບາ​ນ​ໄທ ກັບ "​ແນວ​ໂຮມ​ປະຕິວັດ​ແຫ່ງ​ຊາດ" ​ເຊິ່ງ​ເປັນ​ອົງການ​ຈັດຕັ້ງ​ແບ່ງ​ແຍກ​ໄດ້​ຈັດການ​ເຈລະຈາ​ສັນຕິພາບ 3 ​ເທື່ອ​​ແລ້ວ, ​ແຕ່​ບໍ່​ໄດ້​ຮັບ​ຜົນ​ຫຍັງ.