ລັດຖະມົນຕີ​ການຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,​ໄຟ​ໃໝ້​ປ່າ​ທີ່​ເກີດມີຄວັນ​ພົດ​ໄປ​ຕ່າງປະ​ເທດນັ້ນ​ໄດ້​ຮັບ​ການ​ຄວບ​ຄຸມ​ແລ້ວ

(GMT+08:00) 2013-06-30 15:46:56     cri

ວັນ​ທີ 29 ມິຖຸນາ​ນີ້, ທ່ານ​ມາ​ດີ ນາ​ດາ​​ເລ​ກາ​ວາ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ​ໄຟ​ໃໝ້​ປ່າ​ໄມ້ຢູ່​ແຂວງຊູ​ມັດຕຼາທີ່​​ເກີດ​ມີຄວັນ​​ໃຫຍ່​ຫຼວງ​ຖືກ​ພັດ​ໄປ​ຕ່າງປະ​ເທດຢູ່​ອາຊີ​ອາ​ຄະ​ເນ​ນັ້ນ​ໄດ້​ຮັບ​ການ​ຄວບ​ຄຸມ​ແລ້ວ, ຈຸດ​ເກີດ​​ໄຟ​ໄດ້​ຈາກ 265 ​ແຫ່ງ​ຫຼຸດລົງ​ຮອດ 7 ​ແຫ່ງ.

ຢູ່​ເຂດ​ຊູ​ມັດຕຼາຂອງ​ອິນ​ໂດ​ເນ​ເຊຍ​ຍັງ​ມີ​ມູນ​ເຊື້ອ​ທີ່​ຖາງ​ໄຮ່​ປູກ​ເຂົ້າ. ​ໃນ​ລະດູ​ແລ້ງ​ແຕ່​ເດືອນ​ມິຖຸນາ​ຫາ​ເດືອນ​ຕຸລາ​ແຕ່ລະ​ປີ, ຄວັນ​ຖືກ​ລົມ​ພັດ​ໄປ​ມະ​ເລ​ເຊຍ ​ແລະ ສິງ​ກະ​ໂປ, ກຸມ​ກົວ​ສອງ​ປະ​ເ​ທດດັ່ງ່າວ.ປີ​ນີ້ຄວັນ​ຂ້າມ​ຊາດ​ໄດ້​ເຮັດ​ໃຫ້​ຕົວ​ເລກ​ດັດຊະນີ​ເຊື່ອມ​ພິດ​ຂອງບາງ​ເຂດ​ມະ​ເລ​ເຊຍ ​ແລະ ສິງກະ​ໂປຖີບ​ສູງ​ຂຶ້ນ​​ເຖິງ​ລະດັບ "ມີ​ຜົນ​ຮ້າຍ" ທີ່​​ເປັນສະຖິຕິ​ໃໝ່. ຍ້ອນ​ແນວ​ນີ້, ມະ​ເລ​ເຊຍ ​ແລະ ສິງກະ​ໂປ​​ໄດ້ຮຽກຮ້ອງ​​ອິນ​ໂດ​ເນ​ເຊຍ​​ໃຊ້​ມາດ​ຕະການ​ກຳຈັດ​ຄວັນ​ຈາກ​ທາງ​ກົກຮາກ, ​​ແລະ​ເຕື່ອນ​ໃຫ້​ອິນ​ໂດ​ເນ​ເຊຍຈັດ​ກອງ​ປະຊຸມ​​ຄວັນ​ພາກ​ພື້ນຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ສິ່ງ​ແວດ​ລ້ອມສາມປະ​ເທດ​ໃນ​ເດືອນ​ກໍລະ​ກົດ​ກ່ອນ​ເວລາ​ກຳນົດ, ຕາມ​ແຜນການ​ກອງ​ປະຊຸມ​ດັ່ງກ່າວ​ຈະ​ຈັດ​ໃນ​ເດືອນ​ສິງຫາ​ປີ​ນີ້.