ມຽນມາ​ຄາດ​ວ່າຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໃຫ້​ໄດ້ 1 ລ້ານ 8 ​ແສນ​ຄົນ​ໃນ​ປີ​ນີ້

(GMT+08:00) 2013-07-08 15:39:51     cri
ຫວ່າງ​ມໍ່ໆ​ນີ້​ລັດຖະບານ​ມຽນມາ​ກ່າວ​ວ່າ, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​​ໄປ​ທ່ຽວ​ມຽນມາ​ໃນ​ປີ​ນີ້​ຄາດ​ວ່າ​ຈະມີ​ເຖິງ 1 ລ້ານ 8 ​ແສນ​ຄົນ, ​ເພີ່ມຂຶ້ນ​ຫຼາຍ​ກວ່າ​ປີ​ກາຍ​ນີ້ 70%.

ຕາມ​ກະຊວງ​ໂຮ​ງ​ແຮມ​ແລະ​ທ່ອງ​ທ່ຽວມຽນມາ​ແຈ້ງ​​ໃຫ້​ຊາບ​ວ່າ, ປີ​ກາຍ​ນີ້​ມີ​ນັກ​ທ່ອງ​ທ່ຽວ 1 ລ້ານ 6 ໝື່ນ​​ຄົນ​ໄປ​ທ່ຽວ​ມຽນມາ, ຫຼາຍ​ກວ່າ 1 ລ້ານ​ຄົນ​ເປັນ​ຄັ້ງ​ທຳ​ອິດ. ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ເມສາ​ປີ​ນີ້, ນະຄອນ​ຢາງ​ກຸງ​ເຊິ່ງ​ເປັນ​ນະຄອນ​ໃຫຍ່​ທີ່​ສຸດ​ຂອງ​ມຽນມາ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນຂອງ​ປີ​ກາຍ​ນີ້ 44%. ພາຍຫຼັງ​ເດືອນ​ພຶດສະມາ​ເປັນ​ຕົ້ນ​ມາ, ຍ້ອນ​​ເສັ້ນທາງ​ການ​ບິນ​ສາກົນ​ໄດ້​ເພີ່ມ​ຂຶ້ນ​​ແລະ​ປັດ​ໄຈ​ອື່ນໆ, ຄາດ​ວ່າ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ.

ປີ 2011, ມຽນມາ​ເລີ່​ມດຳ​ເນີນ​ການ​ປະຕິ​ຮູບດ້ານ​ການ​ເມືອງ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ, ລັດຖະບານ​ໄດ້​ຫຼຸດ​ຜ່ອນມາດຕະຖານ​ເຊັນ​ວິຊາ​ໃຫ້​ມີ​ຂັ້ນ​ຕອນ​ນ້ອຍ​ລົງ, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເລີ່​ມ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ​ແຕ່​ວ່າ​ຈຳນສນໂຮງ​​ແຮມ​ບໍ່ພຽງພໍຕາມ​ຄວາມ​ຕ້ອງການ​ຈຶ່ງ​ໄດ້​ສະກັດ​ກັ້ນ​ການ​ພັດທະນາ​ຂອງ​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ມຽນມາ​​ໃນ​ໄລຍະ​ຍາວ​ນານ, ກະຊວງ​ໂຮງ​ແຮມ​ແລະ​ທ່ອງ​ທ່ຽວ​ມຽນມາ​ກ່າວ​ວ່າ, ​ໃນ​ອະນາຄົດ​ຈະ​ດຶງ​ດູດ​ທຶນ​ຕ່າງປະ​ເທດ​ໃຫ້​ຫຼາຍ​ຂຶ້ນ​ຕື່ມ​ອີກ, ​ເພື່ອ​ກຽມພ້ອມ​ໃນ​ການ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​​ໃຫ້​ຫຼາ​ຍຂຶ້ນ​ກວ່າ​ເກົ່າ.