ຄາດ​ວ່າປີ​ນີ້​ຫວຽດນາມ​ຈະ​ສົ່ງ​ອອກ​ເຂົ້າສານມີ​ເຖິງ 7 ລ້ານ 5 ​ແສນ​ໂຕນ

(GMT+08:00) 2013-07-08 15:45:08     cri
ຕາມ​ໜັງສືພິມ​ເອ​ເລັກ​ໂຕຼນິກພັກ​ກອມ​ມູນິດ​ຫວຽດນາມ​ລານ​ງານ​ວ່າ, ຄາດ​ວ່າປະລິມານ​ສົ່ງ​ອອກ​ເຂົ້າສານ​ຂອງ​ຫວຽດນາມ​ໃນ​ປີ 2013 ນີ້ອາດ​ຈະ​ບັນລຸ​ເຖິງ 7 ລ້ານ 5 ​ແສນ​ໂຕນ.

ສະມາຄົມ​ສະ​ບຽນ​ອາຫານ​ຫວຽດນາມລາຍ​ງານ​ໃນ​ວັນ​ທີ 5 ກໍລະກົດ​ນີ້​ວ່າ, ຄາດ​ວ່າ​ໃນ​ໝົດ​ປີ 2013 ການ​ສົ່ງ​ອອກ​ເຂົ້າສານ​ຂອງ​ຫວຽດນາມ​ຈະ​ບັນລຸ 7 ລ້ານ 5 ​ແສນ​ໂຕນ. ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້​ຫວຽດນາມ​ໄດ້​ສົ່ງ​ອອກ​ເຂົ້າສານ​​ເຖິງ 3 ລ້ານ 4 ​ແສນ 8 ໝື່ນ​ກວ່າ​ໂຕນ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນຂອງ​ປີ​ກາຍ​ນີ້ 2,55%, ມູນ​ຄ່າ​ສົ່ງ​ອອກ​ແມ່ນ 1 ຕື້ 500 ລ້ານ​ໂດ​ລາ, ຕ່ຳ​ກວ່າ​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້ 2,04%. ​ເຖິງ​ວ່າ​ປະລິມານ​ການ​ສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນ, ​ແຕ່​ຍ້ອນ​ວ່າ​ລາຄາສະ​ເລ່ຍ​ສົ່ງ​ອອກ​ເຂົ້າສານຂອງ​ຫວຽດນາມ​ໄດ້​ຫຼຸດ​ລົງ​ຢ່າງ​ຈະ​ແຈ້ງ, ຈຶ່ງ​ເຮັດ​ໃຫ້​ມູນ​ຄ່າ​ການ​ສົ່ງ​ອອກ​​ຕ່ຳສົມຄວນ. ນອກ​ນີ້, ຈຳນວນ​ສັນຍາ​ການ​ຄ້າ​ກັບອາຊີ​ເຊິ່ງ​ເປັນ​ຕະຫຼາດ​ເກົ່າ​ຂອງ​ຫວຽດນາມ​​ໄດ້ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ, ​ແຕ່​ວ່າສັນຍາ​ການ​ຄ້າ​ຈາກ​ຕະຫຼາດ​ອາ​ຟຼິກາ​ໄດ້​ເຂົ້າ​ມາ​ແທນ​ທີ່.