ມຽນມາ​ຫວັງ​ວ່າ​ວິ​ສາ​ຫະກິດ​ຕ່າງປະ​ເທດ​​​ຈະເຂົ້າ​ຮ່ວມ​ການ​ລົງທຶນ​​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ຂະ​ແໜງ​ການທ່ອງທ່ຽວຫຼາຍ​ຂຶ້ນ

(GMT+08:00) 2013-07-10 15:12:20     cri
ໜັງສືພິມ​ລຽນ​ເຫີ​ຈາວ​ປ້າວ​ລາຍ​ງານ​ວ່າ, ​ເລີ່​ມ​ແຕ່​ມຽນມາ​ປະຕິບັດນະ​ໂຍບາຍ​ການ​ປະຕິ​ຮູບ​ໃນ​ປີ 2011 ມາ​ນີ້, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ໄປ​ທ່ຽວ​ມຽນມາ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ລັດຖະບານ​ມຽນມາ​ຫວັງ​ໃຫ້​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ຮ່ວມ​ການ​ລົງທຶນ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ຂະ​ແໜງ​ການທ່ອງທ່ຽວ.

ຫວ່າງ​ມໍ່ໆ​ນີ້, ທ່ານ​​ໄທ​ອ໋ອງ, ລັດຖະມົນຕີ​ວ່າການ​ກະຊວງ​ໂຮງ​ແຮມ​ແລະ​ການທ່ອງທ່ຽວ​ມຽນມາ​ກ່າວ​ວ່າ, ມຽນມາ​ຍິນ​ດີ​ຕ້ອນຮັບ​ແລະ​ຄອງ​ຄອຍ​​ໃຫ້​ມີວິ​ສາ​ຫະກິດ​ຕ່າງປະ​ເທດ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ຮ່ວມ​ການ​ລົງທຶນ​ໃນ​ຂະ​ແໜງ​ການທ່ອງທ່ຽວ​ແລະ​ຂະ​ແໜງ​ການ​ໂຮງ​ແຮມ. ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ຕ່າງປະ​ເທດສະບັບ​ໃໝ່​ທີ່​ມຽນມາ​ປະກາດ​ໃນ​ປີ​ກາຍ​ນີ້​ກໍ່​ຈະ​​ໃຫ້ຄວາມ​ສະດວກ​ຫຼາຍ​ກວ່າ​ເກົ່າ​ແກ່​ວິ​ສາ​ຫະກິດ​ຕ່າງປະ​ເທດ​ໃນ​ດ້ານ​ນະ​ໂຍບາຍ​ແລະ​ລະບຽບ​ກົດໝາຍ. ທ່ານ​ກ່າວວ່າ, ລັດຖະບານ​ມຽນມາຈະ​ດຶງ​ດູດ​ທຶນ​ຕ່າງປະ​ເທດ​ໃຫ້​ໄດ້​ຫຼາຍ​ຂຶ້ນ​ຕື່ມ​ອີກ, ​ເພື່ອ​ກຽມພ້ອມ​ໃນ​ການ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​​ໃຫ້​ດີກ​ວ່າ​ເກົ່າ.

ລັດຖະບານ​ມຽນມາ​ຄາດ​ວ່າ, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ໄປ​ທ່ຽວ​ມຽນມາ​ໃນ​ປີ​ນີ້​ຈະ​ມີ​ເຖິງ 1 ລ້ານ 8 ​ແສນ​ຄົນ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ກາຍ​ນີ້ 70%. ຕາມ​ກະຊວງ​ໂຮງ​ແຮມແລະ​ການທ່ອງທ່ຽວ​ມຽນມາ​​ໃຫ້​ຮູ້​ວ່າ, ​ໃນ 4 ​ເດືອນ​ທຳ​ອິດ​ປີ​ນີ້, ສະ​ເພາະ​ແຕ່ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ໄປ​ທ່ຽວ​ນະຄອນ​ຢາງ​ກຸ້ງ​​ເຊິ່ງ​ເປັນ​ນະຄອນ​ໃຫຍ່​ທີ່​ສຸດ​ຂອງ​ມຽນມາ​ກໍ່​ໄດ້​​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​​ໄລຍະ​ດຽວ​ກັນ​ຂອງປີ​ກາຍ​ນີ້ 44%.