ສະໜາມກິລາ​ແຫ່ງ​ໜຶ່ງ​ຂອງ​ອິນ​ໂດ​ເນ​ເຊຍ​ເກີດ​ເຫດການ​ຢຽບ​ກັນ​ເຮັດ​ໃຫ້ 18 ຄົນ​ເສຍ​ຊີວິດ

(GMT+08:00) 2013-07-15 19:06:10     cri
ວັນ​ທີ 15 ກໍລະກົດ​ນີ້, ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ຕອນ​ຄ່ຳ​ວັນ​ທີ 14 ກໍລະກົດ​ນີ້ຢູ່​ສະໜາມກິລາ​ແຫ່ງ​ໜຶ່ງ​ຂອງ​ນະຄອນ​ນາ​ບິ​ເຣ​ແຂວງ​ປາ​ປົວ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ເຫດການ​ຢຽບ​ກັນ, ​ເຮັດ​ໃຫ້ 18 ຄົນ​ເສຍ​ຊີວິດ​ແລະ 34 ຄົນ​ບາດ​ເຈັບ.

ຂ່າວ​ແຈ້ງວ່າ, ​ໃນ​ຕອນ​ຄ່ຳ​ທີ່​ເກີດ​ເຫດການ​ສະໜາມກິລາ​ດັ່ງກ່າວ​ກຳລັງ​ຈັດການ​ແຂ່ງຂັນ​ຊົກມວຍ​ສະໝັກ​ຫຼິ້ນ, ​ແລະ​ມີ​ຜູ້​​ເຂົ້າຊົມ 1500 ຄົນ. ຕາມ​ເຈົ້າ​ໜ້າ​ທີ່​ແຂວງ​ປາ​ປົວ​ເປີດ​ເຜີຍ​ວ່າ, ພາຍຫຼັງກຳມະການ​ປະກາດ​ຜູ້​ໄດ້​ແຊມ​ປຽນ​ແລ້ວ, ຜູ້​ສະໜັບສະໜູນ​ຂອງ​ຜູ້​ເສຍ​ໄຊ​ບໍ່ພໍໃຈ​, ​ແລະ​​ເກີດການ​ປະ​ທະ​ກັນຂຶ້ນ. ປະຊາຊົນ​ຈຳນວນຫຼາຍ​ໄດ້​ແທັຍກັນ​ອອກ​ປະຕູ​ຂອງ​ສະໜາມ​ແຂ່ງຂັນ​ແລ້ວ​ພາ​ໃຫ້​ເກີດ​ເຫດການ​ຢຽບ​ກັນ.

ນອກ​ນີ້​ຕາມ​ສະຖານີ​ໂທລະພາບ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ​ໃນ​ຈຳນວນຜູ້​ເສຍ​ຊີວິດ​ນັ້ນ​ມີ 11 ຄົນ​ແມ່ນ​ຜູ້ຍິງ. ປະຈຸ​ບັນ​ສົບ​ຂອງ​ຜູ້​ເສຍ​ຊີວິດ​ໄດ້​ມອບ​ໃຫ້​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ​ແລ້ວ, ສ່ວນຜູ້​ບາດ​ເຈັບ​ໄດ້​ຖືກ​ນຳສົ່ງ​ໄປ​ໂຮງໝໍ​ແລ້ວ. ປະຈຸ​ບັນ​ຕຳຫຼວດ​ກຳລັງ​ດຳ​ເນີນ​ການສືບສວນຕໍ່​ເຫດການ​ດັ່ງກ່າວ.