ນະຄອນຫຼວງ​ວຽງ​ຈັນ ຈັດກອງງປະ​ຊຸມສຳ​ມະ​ນາ 58 ປີ ວັນ​ສ້າງ​ຕັ້ງ​ສະຫະພັນ​ແມ່ຍິງ​ລາວ

(GMT+08:00) 2013-07-19 19:04:17     cri
    ຕາມ​ຂ່າວ: CRI: ວັນ​ທີ 19 ກໍລະກົດນີ້, ຢູ່​ຫ້ອງ​ປະຊຸມ ICTC ຫຼັກ 5 ນະຄອນຫຼວງ​ວຽງ​ຈັນ, ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາມູນ​ເຊື້ອ 58 ປີ​ວັນ​ສ້າງ​ຕັ້ງ​ສະຫະພັນ​ແມ່ຍິງ​ລາວ ພາຍ​ໄຕ້​ຫົວ​ຂໍ້​ວ່າ: " ການ​ສ້າງ​ຄອບຄົວ​ດີ​ມີ​ຄວາມ​ຜາ​ສຸກ " ຂື້ນ, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ນາງ ສີ​ໃສ ລື​ເດດ​ມູນ​ສອນ ປະທານ​ຄະນະບໍລິ​ຫານ​ງານ ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ, ບັນດາ​ພະນັກງານ​ປະ​ຕິ​ວັດ​ອາວຸ​ໂສ, ອາ​ດີດ​ການ​ນຳ​ຂອງ​ສະຫະພັນ​ແມ່ຍິງ​ ​ແລະ ພາກສ່ວນ​ຕ່າງໆ​ທີ່​ກ່ຽວຂ້ອງເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.


    ຈຸດປະສົງຂອງການ​ຈັດ​ກອງ​ປະຊຸມຄັ້ງນີ້, ແມ່ນເພື່ອຄຳນັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ນຍິງລາວວັນທີ 20 ກໍລະກົດ ຄົບຮອບ 58. ເພື່ອທົບທວນຄືນ ແລະ ທັງເປັນການເສີມຂະຫຍາຍມູນເຊື້ອຂອງແມ່ຍິງລາວເຂົ້າໃນການປົກປັກຮັກສາປະເທດຊາດ, ໜ້າທີ່ພັດທະນາແມ່ຍິງລາວ, ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບ
ລະຫວ່າງຍິງ-ຊາຍໃນຄອບຄົວ ແລະ ສັງຄົມ.​


    ໃນ​ກອງ​ປະຊຸມ, ທ່ານ ສີ​ໃສ ລື​ເດດ​ມູນ​ສອນ ໄດ້ກ່າວສະຫຼຸບຕີລາຄາຜົນງານການເຄື່ອນໄຫວວຽກງານຮອບດ້ານຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ
ທ່ານ​ກ່າວ​ວ່າ: ​ແມ່ຍິງ​ລາວ ນອກ​ຈາກ​ມີ​ບົດບາດ​ເປັນ​ພະນັກງານ​ຄຸ້ມ​ຄອງ​-ນຳພາ, ພະນັກງານ​ວິຊາ​ການ​​ແລ້ວ ຍັງ​ມີ​ບົດບາດ​ສຳຄັນ​ໃນ​ການ​ກໍ່ສ້າງ​ຄອບຄົວ​ໃຫ້​ມີ​ຄວາມ​ອົບ​ອຸ່ນ ລ້ຽງ​ດູ​ລູກ​ເຕົ້າ​
ໃຫ້​ກາຍ​ເປັນ​ພົນ​ລະ​ເມືອ​ງດີ​ຂອງ​ຊາດ​ ເພື່ອ​ພັດທະນາ​ຊີວິ​ດກ​ານ​ເປັນ​ຢູ່​ໃຫ້​ດີ​ຂື້ນ.