ຜູ້ນຳ​ຝ່າຍຕໍ່ຕ້ານ​ລັດຖະບານ​ກຳ​ປູ​ເຈຍ​ກັບ​ຄືນ​ປະ​ເທດ

(GMT+08:00) 2013-07-20 14:07:05     cri

ຕາມ​ຂ່າວCRI​: ວັນ​ທີ 19 ກໍລະກົດ​ນີ້, ທ່ານ​ສຳ​ລັງສີ ຜູ້ນຳ​ຝ່າຍ​ຕໍ່ຕ້າ​ນລັດຖະບານ​ກຳປູ​ເຈຍ ​ເຊິ່ງຖືກ​ຖືເປັນຄູ່​ແຂ່ງ​ທາງ​ການ​ເມືອງ​ແຮງ​ທີ່​ສຸດ​ຂອງ​ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ທີ່​ໄດ້​ຄອງ​ອຳນາດ​ໃນ​ປັດຈຸບັນ​ນີ້ ​ໄດ້​ຢຸດ​ເຊົາ​ການ​ພັດ​ຖິ່ນ​ເກືອບ 4 ປີ​ໄດ້​ກັບ​ຄືນ​ປະ​ເທດກຳປູ​ເຈຍ.

ກຳປູ​ເຈຍ​ຈະ​ຈັດການ​ເລືອກ​ຕັ້ງ​ລັດຖະສະພາ​​ໃນ​ວັນ​ທີ 28 ກໍລະກົດ​ນີ້. ປັດຈຸບັນ, ພັກ​ທີ່​ທ່ານ​ສຳ​ລັງສີນຳພາ​ນັ້ນ​ພຽງ​ໄດ້​ຮັບ 29 ທີ່​ນັ່ງ​ໃນ 123 ທີ່​ນັ່ງ​ຂອງ​ລັດຖະສະພາ. ສື່​ມວນ​ຊົນ​ຄາດ​​ຄະ​ເນໂດຍ​ທົ່ວ​ໄປ​ວ່າ, ພັກ​ປະຊາຊົນ​ຈະ​ໄດ້​ຮັບ​ທີ່​ນັ່ງ​ສ່ວນ​ຫຼາຍ, ທ່ານ​ນາຍົກ​ລັດຖະມົນຕີຮຸນ​ແຊນ​ກໍ່​ຈະ​ສືບ​ຕໍ່ຖືກ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີອີກຊຸດ​ໜຶ່ງ.