ເມືອງ​ທ່ອງ​ທ່ຽວ​ຫວຽດນາມ​ເລີ່​ມ​ເປີດ​ບໍລິການWifiທີ່​ບໍ່​ຕ້ອງ​ເສຍ​ຄ່າ

(GMT+08:00) 2013-07-22 15:13:14     cri
​ເລີ່​ມ​ແຕ່​ປີ 2012 ມາ​ນີ້, ​ເພື່ອ​ສະໜອງການ​ບໍລິການ​ທີ່​ດີກ​ວ່າ​ເກົ່າ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ, ຊຸກຍູ້​ໃຫ້​ຂະ​ແໜງ​ການທ່ອງທ່ຽວ​ໄດ້​ມີ​ການ​ພັດທະນາ, ຕົວ​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ​ຈຳນວນ​ໜຶ່ງ​ເລີ່​ມ​ເປີດ​ບໍລິການWifiທີ່​ບໍ່​ຕ້ອງ​ເສຍ​ຄ່າ​ອີກ.

​ເມືອງ​​ຮວຍ​ອັນ​ແຂວງ​ກວາງ​ນຳ​​ພາກ​ກາງຂອງ​ຫວຽດນາມ​ແມ່ນ​ເມືອງ​ທຳ​ອິດ​ທີ່​ເລີ່​ມ​ເປີດ​ບໍລິການ​ດັ່ງກ່າວ. ປີ 2012, ພາກສ່ວນທີ່​ກ່ຽວຂ້ອງ​ແລະ​ບໍລິສັດ​ໂທລະ​ຄົມ​ຂອງອົງການ​ປົກ​ຄອງ​ທ້ອງ​ຖິ່ນ​ໄດ້ຮ່ວມ​ກັນ​ຫ້າງ​ຫາ​ເງິນ​ທຶນ​ປະມານ 1 ລ້ານ 2 ​ແສນ​ໂດ​ລາ, ​ໄດ້​ທິດຕັ້ງຈຸດ​ສົ່ງສັນຍານWifi 350 ຈຸດ, ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ແລະ​ປະຊາຊົນ​ທ້ອງ​ຖິ່ນ​ສາມາດ​ໄດ້ຮັບ​ຂໍ້​ມູນ​ຂ່າວສານ​ຈາກ​ອິນ​ເຕີ​ເນັດ​ຢ່າງ​ສະດວກສະບາຍ. ​ຕົວ​ເມືອງ​ທ່ອງ​ທ່ຽວ​ອື່ນໆ​ຂອງ​ຫວຽດນາມ​ກໍ່​ໄດ້​ຮຽນ​ເອົາ​ແບບ​ຢ່າງນີ້​ຢ່າງ​ວ່ອງ​ໄວ. ນະຄອນຫຼວງ​ຮາ​ໂນ້ຍຂອງ​ຫວຽດນາມ​ກໍ​ຈະ​ເລີ່​ມ​ເປີດ​ບໍລິການ​ແບບ​ດັ່ງກ່າວ​ຢູ່​ໃຈກາງ​ຂອງ​ນະຄອນ​​ແລ້ວ​ເຊັ່ນ​ກັນ.

​ເຈົ້າ​ໜ້າ​ທີ່​ກະຊວງຖະ​ແຫຼ​ງຂ່າວ​ແລະ​ສື່ສານ​​ຫວຽດນາມ​ກ່າວ​ວ່າ, ບ່ອນ​ທີ່​ມີ​ຄວາມ​​​ສາມາດ​​ໃນ​ການເປີດ​ບໍລິການ Wifi ທີ່​ບໍ່​ຕ້ອງ​ເສຍຄ່າ, ​ແຕ່​ບ່ອນ​ທີ່​ບໍ່​ມີ​ຄວາມ​ສາມາດ​ດ້ານ​ການ​ເງິນ​ສາມາດ​ເປີດ​ບໍລິການ​ດ້ວຍ​ຕົນ​ເອງ​ຄວນ​ອະນຸຍາດ​ໃຫ້​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ວຽກ​ງານ​ດັ່ງກ່າວ​ນຳ​ໄດ້.