ນັກຮຽນ​ໄທ​ນິຍົມ​ການສອບ​ເສັງ​ພາສາ​ຈີນ​ເພື່ອ​ປະກອບ​ອາຊີບ

(GMT+08:00) 2013-07-22 15:21:14     cri
ຫວ່າງ​ມໍ່ໆ​ມາ​ນີ້, ນັກຮຽນ​ໄທ 417 ຄົນ​ທີ່​ມາ​ຈາກ 8 ຈັງຫວັດ​ພາກ​ໃຕ້ຂອງ​ໄທ​ໄດ້​ເຂົ້າ​ຮ່ວມ​ການ​ເສັງ​ລະດັບ​ພາສາ​ຈີນ​ໃໝ່​ຫຼື HSK ທີ່​ສະ​ຖາ​ບັນ​ຂົງຈື້ພູ​ເກັດ​ເປັນ​ຜູ້​ຈັດ​ຂຶ້ນ, ນີ້​ແມ່ນ​ການ​ສອບເສັງ​ລະດັບ​ພາສາ​ຈີນ​ຂະໜາດ​ໃຫຍ່​ທີ່​ສຸດ​ຂອງ​ພາກ​ໃຕ້​ຂອງ​ໄທ, ຈຳນວນ​ຄົນ​ທີ່ເຂົ້າ​ຮ່ວມ​ການ​ສອບເສັງ​ຫຼາຍ​ກວ່າ​ປີຜ່ານມາ​ເຖິງ 20%.

ທ່ານ​ນາງ​ຈ່າງ​ຊິນ​ຫຼິນ, ຜູ້ອຳນວຍການ​ຝ່າຍ​ຈີນ​ຂອງ​ສະ​ຖາ​ບັນ​ຂົງຈີ້​ພູ​ເກັດ​ກ່າ​ວວ່າ, ​ໂດຍ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ຮຽນ​ພາສາ​ຈີນ​ທັງຫຼາຍ​ທີ່ຢູ່​ພາກ​ໃຕ້​ຂອງ​ໄທ, ສະ​ຖາ​ບັນ​ຂົງຈີ້​ພູ​ເກັດ​ຈະ​ຈັດການ​ສອບເສັງHSK 6 ຫາ 10 ຄັ້ງ​ໃນ​ແຕ່ລະ​ປີ, ນອກຈາກ HSK ​ແລ້ວ, ຍັງ​ມີ​ການ​ສອບເສັງ​ລະດັບ​ການເວົ້າ​​ພາສາ​ຈີນ​ເປັນ​ຕົ້ນ. ຜູ້​ເຂົ້າ​ຮ່ວມ​ການສອບ​ເສັງ​ປະ​ເພດ​ຕ່າງໆ​ໃນ​ສະ​ຖາ​ບັນ​ຂົງຈີ້​ພູ​ເກັດ​ໃນ​ປີ 2012 ​ມີ​ປະມານ 2500 ຄົນ.

HSK​ແມ່ນ​ການສອບ​ເສັງ​ພາສາ​ຈີນ​ທີ່​ມີ​ລະດັບມາດຕະຖານ​ທົ່ວ​ໂລກ, ​ແມ່ນ​ມາດຕະຖານ​ສຳຄັນ​ໃນ​ການກວດກາ​ການ​ສອນ​ພາສາ​ຈີນ. ນາງ​ຈ່າງ​ຊິນ​ຫຼິນ​ກ່າວ​ວ່າ, ຢູ່​ພາກ​ໃຕ້​ຂອງ​ໄທ, HSK​ໄດ້​ກາຍ​ເປັນ​ມາດ​ຕະຖານ​ທົ່ວ​ໄປ​ໃນ​ການ​ກວດກາ​ລະດັບ​ພາສາ​ຈີນ​ຂອງ​ຊາວ​ໜຸ່ມ​ທ້ອງ​ຖິ່ນ​ໄປ​ຮຽນຢູ່​ຈີນ​ແລະວິ​ສາ​ຫະກິດ​ກວດກາ​ລະດັບ​ພາສາ​ຈີນ​ຂອງຜູ້​ສະໝັກ​ເຂົ້າ​ເຮັດວຽກ​, ກາຍ​ເປັນ "ວິທີ​ເຄາະ​ປະຕູ"​ແບບ​ໜຶ່ງ​ທີ່​ຊາວ​ໜຸ່ມ​ທ້ອງ​ຖິ່ນ​ຊອກຫາ​ວຽກ​ເຮັດ​ງານ​ທຳ.