ຕຳຫຼວດ​ອິນ​ໂດ​ເນ​ເຊຍ​ໄດ້​ສັງຫານ​ຜູ້ຕ້ອງ​ສົງ​ໄສ​ໃນ​ການ​ກໍ່​ການ​ຮ້າຍ​ສອງ​ຄົນ

(GMT+08:00) 2013-07-23 11:30:01     cri
ຕອນ​ເຊົ້າ​ວັນ​ທີ 22 ກໍລະກົດ​ນີ້, ​ເຈົ້າ​ໜ້າ​ທີ່ຕຳຫຼວດ​ອິນ​ໂດ​ເນ​ເຊຍ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຢູ່​ເມືອງ​ທຸ​ລົງ​ອາ​ກົງ​ແຂວງ​ຊາ​ວາຕາ​ເວັນອອກ, ​ໂດຍ​ໄດ້​ສັງຫານ​ຕາຍ​ຜູ້​ຖືກ​ສົງ​ໄສ​​ໃນ​ການ​ກໍ່​ການ​ຮ້າຍ​ສອງ​ຄົນ, ​ແລະ​ໄດ້​ຈັບ​ຕົວ​ຜູ້​ຕ້ອງຫາ​ອີກ​ສອງ​ຄົນ.

ວັນ​ທີ 22 ກໍລະກົດ​ນີ້ຢູ່​ຈາ​ກາ​ຕາ, ທ່ານຣົນນີ ຊົມ​​ເປຍ, ​ໂຄສົກ​ກົມ​ໃຫຍ່​ຕຳຫຼວດ​​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ຖະ​ແຫຼ​ງຕໍ່​ສື່​ມວນ​ຊົນ, ​​ເຈົ້າ​ໜ້າ​ທີ່ຕຳຫຼວດ​ອິນ​ໂດ​ເນ​ເຊຍ​ໄດ້​ທຳການ​ຕໍ່ສູ້​ກັບ​ຜູ້​ຕ້ອງ​ຫາ 4 ຄົນ​ໃນ​ເວລາ​ກຽມ​ເຂົ້າ​ຈັບ​ຕົວ​ເຂົາ​ເຈົ້າ​ຢູ່​ຖະໜົນ​ປາ​ລາ​ວັນ​ຂອງ​ເມືອງ​ທຸ​ລົງ​ອາ​ກົງ, ​ເຈົ້າ​ໜ້າ​ທີ່ຕຳຫຼວດ​ໄດ້​ຍິງສັງຫານ​ພວກ​ກໍ່​ການ​ຮ້າຍສອງຄົນ​ແລະ​ຈັບ​ຕົວ​​ໄດ້ສອງ​ຄົນ.

ທ່ານ​ຣົນນີກ່າວ​ວ່າ, ຜູ້​ຕ້ອງຫາ​ສີ່​ຄົນ​ດັ່ງ​ກ່າວ​ໄດ້​ກໍ່​ເຫດການດ້ວຍ​ປຸ້ນ​ສະ​ດົນ​ຕ່າງໆ​ຢູ່​ມິນ​ດາ​ນາວ​ແຂວງສຸ​ມາຕຼາ​ເໜືອ, ​​ເກາະ​ບາ​ຫຼີ,​ແລະ​ນະຄອນ​​ໂປ​ໂຊ​ແຂວງ​ຊຸ​ລາ​ເວສີກາງ, ​ແລະ​​ໄດ້ສະໜັບສະໜູນ​ດ້ານ​ການ​ເງິນ​ໃຫ້​ທ້າວ​ຊັນ​ໂຕ​ໂຊ, ຜູ້ກໍ່​ການ​ຮ້າຍ​ໝາຍ​ເລກ 1 ຂອງ​ອິນ​ໂດ​ເນ​ເຊຍ. ປະຈຸ​ບັນ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ກຳລັງ​ສືບສວນ​ສອບ​ສວນ​ຜູ້​ຕ້ອງ​ຫາ​ສອງ​ຄົນ​ທີ່​ຖືກ​ຈັບ​ນັ້ນ​ຢູ່.