ມຽນມາ​ຫວັງ​ວ່າ​ຈະເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ດ້ານ​ການທ່ອງທ່ຽວ

(GMT+08:00) 2013-07-25 10:49:52     cri
ວັນ​ທີ 23 ກໍລະກົດ​ນີ້, ທ່ານ​ມອງ​ມິນ, ລັດຖະມົນຕີ​ວ່າ​ການ​ກະຊວງ​ແຮງ​ງານ​ມຽນມາ​ທີ່​ມາ​ຢ້ຽມຢາມ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຈີນ​ກ່າວ​ວ່າ, ຄຽງ​ຄູ່​ກັບ​ການ​ຮ່ວມ​ມືດ້ານ​ເສດຖະກິດ ການ​ຄ້າລະຫວ່າງ​ເຂດ​ກວາ​ງຊີ​ກັບ​ມຽນມາ​​ເປີດ​ກວ້າງ​ແລະ​ລົງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ສອງ​ຝ່າຍ​ມີ​ໂອກາດ​ທີ່​ດີ​ຂອງ​ການ​ຮ່ວມ​ມືຢ່າງ​ກວ້າງຂວາງ​ໃນ​ຂົງ​ເຂດ​ຂະ​ແໜງ​ການທ່ອງ​ທ່ຽວ​​ໃນ​ອະນາ​ຄົດ, ​ແລະຫວັງ​ວ່າ​ສອງ​ຝ່າຍ​ຈະສາມາດ​ຮ່ວມ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການນີ້.

ທ່ານ​ມອງ​ມິນກ່າວ​ວ່າ, ປີ​ກາຍ​ນີ້​ມູນ​ຄ່າ​ການ​ລົງທຶນ​ຢູ່​ມຽນມາ​ຂອງ​ຈີນ​ຢູ່​ອັນ​ດັບ​ທີ​ໜຶ່ງ​ໃນ​ທຶນ​ຕ່າງປະ​ເທດ​ທີ່​ລົງທຶນ​ຢູ່​ມຽນມາ. ​ໃນ​​ການ​ໄປມາຫາສູ່​ກັນ​ດ້ານ​​ເສດຖະກິດ​ການ​ຄ້າ, ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ, ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ມຽນມາ​ກັບ​ເຂດ​ກວາງຊີ​ໃນ​ປີ 2012 ມີ​ເຖິງ 62 ລ້ານ​ກວ່າ​ໂດ​ລາ, ສອງ​ຝ່າຍ​ມີ​​ໂອກາດ​ຂອງການ​ຮ່ວມ​ມື​ທີ່​ດີ​ໃນ​ອະນາຄົດ.

ທ່ານ​ມອງ​ມິນກ່າວ​ວ່າ, ພາຍຫຼັງລັດຖະບານ​ມຽນມາ​ຊຸດ​ໃໝ່ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2010, ​ເສດຖະກິດ​ສັງຄົມ​ຂອງ​ມຽນມາ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ​ເຂດ​ກວາງຊີ​ມີ​ພື້ນຖານທີ່​ດີ​ໃນ​ຂົງ​ເຂດ​ກະສິກຳ​ແລະ​ເສດຖະກິດ​ການ​ຄ້າ, ມີ​ທ່າ​ແຮງ​ຊ່ວຍ​ຊູ​ຍູ້​ໜູນ​ກັນກັບ​ກັບ​ມຽນມາ​ຢ່າງ​ຈະ​ແຈ້ງ, ຫວັງ​ວ່າ​ສອງ​ຝ່າຍ​ຄວນສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການທ່ອງທ່ຽວ​ແລະ​ກະສິກຳ​ໃນ​ອະນາຄົດ.